ກົມມາດຕະຖານ ແລະ ວັດແທກ

ປຶກສາຫາລືຄັ້ງທຳອິດ ໃນການການປັບປຸງກົດໝາຍ ວ່າດ້ວຍມາດຕະຖານ ແນໃສ່ຍົກລະດັບຄຸນນະພາບສິນຄ້າລາວສູ່ເວທີສາກົນ


ນະຄອນຫຼວງວຽງຈັນ ໃນວັນທີ 28 ພຶດສະພາ 2026 ນີ້, ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ກຳນົດແຜນການປັບປຸງ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014).

          ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມ ມາດຕະຖານ ແລະ ວັດແທກ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍມາດຕະຖານ, ໂດຍມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງສຳຄັນຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປັບປຸງເນື້ອໃນນຂອງກົດໝາຍວ່າດ້ວຍມາດຕະຖານ ໃຫ້ມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ໃນຍຸກໃໝ່. ຕະຫຼອດໄລຍະຜ່ານມາ, ການນຳໃຊ້ມາດຕະຖານໃນ ສປປ ລາວ ແມ່ນເປັນພື້ນຖານສຳຄັນໃນການຍົກລະດັບຄຸນນະພາບຜະລິດຕະພັນ, ການຄຸ້ມຄອງຄວາມປອດໄພ ແລະ ສົ່ງເສີມການແຂ່ງຂັນທາງການຄ້າ ທັງພາຍໃນ, ພາກພື້ນ ແລະ ສາກົນ ໂດຍສະເພາະກົມມາດຕະຖານ ແລະ ວັດແທກ ເຮັດຫນ້າທີ່ມາດຕະຖານແຫ່ງຊາດ ແລະ  ໄດ້ເຂົ້າເປັນສະມາຊິກເຄິ່ງສົມບູນຂອງອົງການມາດຕະຖານສາກົນ (ISO).

          ເຖິງຢ່າງໃດກໍຕາມ, ກົດໝາຍສະບັບປັດຈຸບັນ ຍັງມີບາງບັນຫາຈຳກັດ ທີ່ຍັງບໍ່ທັນແທດເໝາະກັບການປ່ຽນແປງຢ່າງໄວວາ ທາງດ້ານເຕັກໂນໂລຊີ, ການຄ້າສາກົນ ແລະ ນິຕິກຳຂອງພາກພື້ນ. ດັ່ງນັ້ນ, ອີງຕາມຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົດໝາຍ ສະບັບເລກທີ 1884, ກອງປະຊຸມຈຶ່ງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ:

     • ແລກປ່ຽນ ແລະ ຮັບຟັງຄຳຄິດເຫັນ ຈາກຄະນະກຳມະການ ແລະ ຜູ້ຕາງໜ້າຂະແໜງການກ່ຽວຂ້ອງ.

     • ຮ່ວມກັນກຳນົດແຜນວຽກ ແລະ ວິເຄາະຂໍ້ຈຳກັດໃນການນຳໃຊ້ກົດໝາຍປັດຈຸບັນ.

     • ຮ່າງແນວທາງໃໝ່ ເພື່ອພັດທະນາກົດໝາຍໃຫ້ມີເນື້ອໃນຄົບຖ້ວນ, ອຸດົມສົມບູນ ແລະ ທັນສະໄໝ.

          ພ້ອມດຽວກັນນີ້, ທີ່ປະຊຸມຍັງໄດ້ປຶກສາຫາລືການກຳນົດແຜນວຽກເປັນແຕ່ລະໄລຍະ (ຈົນເຖິງຕົ້ນປີ 2027) ເພື່ອເຮັດໃຫ້ສໍາເລັດ ແລະ ປະກາດໃຊ້ຢ່າງເປັນທາງການ.

          ການປັບປຸງກົດໝາຍວ່າດ້ວຍມາດຕະຖານໃນຄັ້ງນີ້ ຖືເປັນບາດກ້າວສຳຄັນທີ່ຈະຊ່ວຍສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດໃຫ້ແກ່ ບັນດາວິສາຫະກິດ, ຜູ້ປະກອບການ, ຜູ້ຜະລິດ ແລະ ຜູ້ໃຫ້ບໍລິການທັງພາກລັດ ແລະ ເອກະຊົນ ຢູ່ ສປປ ລາວ ແນໃສ່ຮັບປະກັນໃຫ້ສິນຄ້າມີມາດຕະຖານ, ໄດ້ຄຸນນະພາບ, ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ສ້າງຄວາມເປັນທຳໃນສັງຄົມ ແລະ ຊຸກຍູ້ໃຫ້ທຸລະກິດລາວສາມາດແຂ່ງຂັນໃນເວທີພາກພື້ນ ແລະ ສາກົນ ໄດ້ຢ່າງມີປະສິດທິຜົນ.

ຂ່າວ ແລະ ພາບ: ທ່ານ ສູນທອງ ພາວັນ

ກວດແກ້ໂດຍ: ຄະນະບັນນາທິການຂ່າວສານ ອຄ

Leave a Comment

Your email address will not be published. Required fields are marked *

Scroll to Top