
ກົມມາດຕະຖານ ແລະ ວັດແທກ ໄດ້ແຕ່ຕັ້ງໜ່ວຍສະເພາະກິດລົງເຄື່ອນໄຫວວຽກງານກວດສອບລົດບັນທຸກນ້ຳມັນເຊື້ອໄຟ ຢູ່ໃນຂອບເຂດທົ່ວປະເທດ.
ໃນລະຫວ່າງວັນທີ 20 ກັນຍາ 2026 ຫາ 04 ຕຸລາ 2026 ກົມມາດຕະຖານ ແລະ ວັດແທກ ສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍບັນດາຜູ້ປະກອບການລົດບັນທຸກນ້ຳມັນເຊື້ອໄຟເຂົ້າຮ່ວມ ໄດ້ລົງກວດສອບລົດບັນທຸກນ້ຳມັນເຊື້ອໄຟ 4 ແຂວງພາກໃຕ້ ເຊິ່ງມີ: ແຂວງສາລະວັນ, ແຂວງເຊກອງ, ອັດຕະປື ແລະ ແຂວງຈຳປາສັກ.
ໃນການລົງກວດສອບແມ່ນສາມາດຕໍ່ໃບຢັ້ງຢືນລົດບັນທຸກນ້ຳມັນເຊື້ອໄຟທັງໝົດ 62 ຄັນ, 8 ບໍລິສັດ ດັ່ງນີ້:
- ບໍລິສັດ ນາມລາວ ການຄ້າ ແລະ ບໍລິການ
- ບໍລິສັດ ພັດທະພົງ ແລະ ບໍລິການ
- ບໍລິສັດ ຈິດປະສົງ
- ບໍລິສັດ ສີອຳພອນ
- ບໍລິສັດ ພີວີແອວ ຈຳກັດ
- ລັດວິສາຫະກິດນ້ຳມັນເຊື້ອໄຟລາວ
- ບໍລິສັດ ພະລັງລາວ
- ບໍລິສັດ ເປໂຕຣລາວ
ຜ່ານການກວດສອບແມ່ນເຫັນໄດ້ວ່າລົດບັນທຸກນ້ຳມັນເຊື້ອໄຟແມ່ນຢູ່ໃນເກນມາດຕະຖານຕາມລະບຽບການໄດ້ວາງອອກ.



