ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານ ແລະ ວັດແທກ ເປີດກອງປະຊຸມປຶກສາຫາລື ປັບປຸງກົດໝາຍວ່າດ້ວຍການວັດແທກ ເພື່ອໃຫ້ສອດຄ່ອງກັບສາກົນ

ໃນວັນທີ 19 ທັນວາ 2025 ທີ່ຫ້ອງປະຊຸມສູນກິດຈະກຳຊາວໜຸ່ມຄົບວົງຈອນ ບ້ານ ດົງໝາກຄາຍ, ເມືອງໄຊທານີ ນະຄອນຫຼວງວຽງຈັນ: ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກ ສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ. ກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງພາກກາງ, ກະຊວງຍຸດຕິທຳ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊີ່ິງກົດໝາຍວ່າດ້ວຍການວັດແທກສະບັບປະຈຸບັນແມ່ນນຳໃຊ້ມາແຕ່ປີ 2013 (ຫຼາຍກວ່າ 11 ປີແລ້ວ). ຍ້ອນການປ່ຽນແປງທາງເສດຖະກິດ, ເຕັກໂນໂລຊີທີ່ທັນສະໄໝ ແລະ ການຂະຫຍາຍຕົວຂອງການຄ້າລະຫວ່າງປະເທດ, ຈຶ່ງຈຳເປັນຕ້ອງມີການປັບປຸງເພື່ອ:

• ຮັບປະກັນຄວາມຍຸຕິທຳໃນການຊື້-ຂາຍ ແລະ ການບໍລິການ.

• ປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ຜູ້ດຳເນີນທຸລະກິດ.

• ຍົກລະດັບວຽກງານວັດແທກໃຫ້ທັນສະໄໝ ແລະ ສອດຄ່ອງກັບມາດຕະຖານສາກົນ.

5 ຈຸດປະສົງຫຼັກຂອງການປັບປຸງໃນຄັ້ງນີ້:

1. ມາດຕະຖານສາກົນ: ປັບປຸງເນື້ອໃນໃຫ້ສອດຄ່ອງກັບມາດຕະຖານ ISO, IEC ແລະ ອົງການວັດແທກສາກົນ (BIPM, OIML).

2. ແບ່ງຄວາມຮັບຜິດຊອບ: ກຳນົດບົດບາດຂອງອົງການຄຸ້ມຄອງແຕ່ລະຂັ້ນໃຫ້ຊັດເຈນ, ໂດຍສະເພາະສິດ ແລະ ໜ້າທີ່ຂອງພະແນກ ອຄ ນະຄອນຫຼວງ ແລະ ບັນດາແຂວງ.

3. ຄຸ້ມຄອງທຸລະກິດ: ກຳນົດເງື່ອນໄຂການດຳເນີນທຸລະກິດດ້ານວັດແທກໃຫ້ເປັນລະບົບ.

4. ຄວາມປອດໄພ ແລະ ສິ່ງແວດລ້ອມ: ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງເຄື່ອງມືວັດແທກທີ່ກ່ຽວຂ້ອງກັບສຸຂະພາບ ແລະ ສິ່ງແວດລ້ອມ.

5. ການບັງຄັບໃຊ້: ກຳນົດມາດຕະການລົງໂທດຕໍ່ຜູ້ລະເມີດໃຫ້ຊັດເຈນ ແລະ ເໝາະສົມ.

ໃນຕອນທ້າຍ, ທ່ານ ສີສັງຄົມ ໂຄດໂຍທາ ໄດ້ເນັ້ນໜັກວ່າ ຄຳຄິດເຫັນຈາກຜູ້ເຂົ້າຮ່ວມແມ່ນມີຄວາມສຳຄັນຫຼາຍ ເພື່ອຈະນຳໄປປັບປຸງຮ່າງກົດໝາຍສະບັບນີ້ໃຫ້ສົມບູນ, ກ່ອນຈະນຳສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນຂັ້ນຕໍ່ໄປ.

ພາບ ແລະ ຂ່າວ: ​ສູນທອງ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

    Leave a Comment

    Your email address will not be published. Required fields are marked *

    Scroll to Top