
ໃນວັນທີ 21 ມັງກອນ 2026 ທີ່ ສຳນັກງານວ່າການແຂວງຈຳປາສັກ, ເມືອງ ປາກເຊ, ແຂວງຈຳປາສັກ. ກົມມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມເປີດກວ້າງຜ່ານຮ່າງເນື້ອໃນກົດໝາຍວ່າດ້ວຍການວັດແທກ ໃຫ້ກຽດເປັນໂດຍປະທານ ໂດຍ ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ຮອງຫົວຫນ້າຄະນະຮັບຜິດຊອບປັບປຸງກົດຫມາຍວ່າດ້ວຍການວັດແທກ. ພ້ອມດ້ວຍທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ແລະ ບັນດາແຂວງພາກໃຕ້, ບັນດາທ່ານ ຕາງຫນ້າກົມ, ສະຖາບັນ, ຫ້ອງການສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກ, ກະຊວງຍຸຕິທຳ, ຂະແຫນງການກ່ຽວຂ້ອງ ແລະ ພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.





ຈຸດປະສົງຫຼັກຂອງການປັບປຸງກົດໝາຍວັດແທກ ໃນຄັ້ງນີ້ ມີດັ່ງນີ້:
– ປັບປຸງເນື້ອໃນກົດໝາຍໃຫ້ສອດຄ່ອງກັບມາດຕະຖານສາກົນ ໂດຍສະເພາະ ມາດຕະຖານ ISO, IEC ແລະ ຂໍ້ ກຳນົດຂອງອົງການວັດແທກສາກົນ (BIPM, OIML). ນີ້ຈະຊ່ວຍເພີ່ມຄວາມເຊື່ອໝັ້ນໃນການຄ້າ ແລະ ອໍານວຍຄວາມສະດວກໃນການເຂົ້າສູ່ຕະຫຼາດສາກົນ.
– ກຳນົດບົດບາດ, ໜ້າທີ່ຂອງອົງການຄຸ້ມຄອງວຽກງານວັດແທກແຕ່ລະຂັ້ນໃຫ້ຊັດເຈນຂຶ້ນ ເປັນພິເສດແມ່ນ ສິດ ແລະ ໜ້າ ທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ໃນການດໍາເນີນວຽກງານກວດທຽບ, ກວດຄືນ ແລະ ຢັ້ງຢືນເຄື່ອງມື ແລະ ອຸປະກອນວັດແທກຕາມການມອບ ໝາຍ.
– ຄຸ້ມຄອງທຸລະກິດດ້ານວັດແທກໃຫ້ເປັນລະບົບ, ກໍຳນົດປະເພດທຸລະກິດ, ເງື່ອນໄຂການດໍາເນີນທຸລະກິດ, ການອະນຸຍາດ ແລະ ການຄຸ້ມຄອງໃຫ້ເປັນລະບົບ.
– ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງເຄື່ອງມື ແລະ ອຸປະກອນວັດແທກ ໂດຍສະເພາະໃນດ້ານການຄ້າ, ຄວາມປອດໄພ, ການຮັກສາສຸຂະພາບ ແລະ ການຮັກສາສິ່ງແວດລ້ອມ.
– ເພີ່ມປະສິດທິພາບການບັງຄັບໃຊ້ກົດໝາຍການົດມາດຕະການລົງໂທດທີ່ຊັດເຈນ ແລະ ເໝາະສົມຕໍ່ກັບການ ລະເມີດ ເພື່ອຮັບປະກັນການປະຕິບັດຢ່າງມີປະສິດທິພາບ.
ກອງປະຊຸມເປີດກວ້າງໃນຄັ້ງນີ້ ຈະໄດ້ຮັບຟັງຄໍາຄິດເຫັນ, ຂໍ້ສະເໜີແນະ ແລະ ປະສົບການຈາກການ ປະຕິບັດຕົວຈິງຂອງທ່ານທັງຫຼາຍ ກ່ຽວກັບການຜ່ານຮ່າງເນື້ອໃນກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ເຊິ່ງເປັນເອກະສານທີ່ສໍາຄັນ ທີ່ຈະນໍາໄປສູ່ການຍົກລະດັບວຽກງານວັດແທກຂອງພວກເຮົາໃຫ້ມີມາດຕະຖານ, ທັນສະໄໝ ແລະ ສອດຄ່ອງກັບບັນດາມາດຕະຖານພາກພື້ນ ແລະ ສາກົນ.
ກົດໝາຍວ່າດ້ວຍການວັດແທກສະບັບປະຈຸບັນ (ເລກທີ 36/ສພຊ ລົງວັນທີ 13 ທັນວາ 2013) ໄດ້ປະຕິບັດ ມາຫຼາຍກວ່າ 11 ປີແລ້ວ. ໃນໄລຍະເວລາຜ່ານມາ ສະພາບການທາງດ້ານເສດຖະກິດ-ສັງຄົມ ໄດ້ມີການປ່ຽນແປງຢ່າງໄວວາ, ເຕັກໂນໂລຊີກ້າວໜ້າ, ການຄ້າລະຫວ່າງປະເທດຂະຫຍາຍຕົວ ແລະ ມາດຕະຖານສາກົນກໍ່ພັດທະນາໄປຢ່າງ ຕໍ່ເນື່ອງ. ດັ່ງນັ້ນ, ການປັບປຸງກົດໝາຍຈຶ່ງມີຄວາມຈໍາເປັນຮີບດ່ວນ ເພື່ອໃຫ້ສອດຄ່ອງກັບສະພາບການປັດຈຸບັນ ແລະ ສາມາດຮອງຮັບການພັດທະນາໃນອະນາຄົດ.
ກອງປະຊຸມເປີດກວ້າງ ຜ່ານມາ ຈັດຂຶ້ນໃນວັນທີ 19 ທັນວາ 2025 ຢູ່ ທີ່ ນະຄອນຫຼວງວຽງຈັນ ເພື່ອທາບ ທາມຄໍາເຫັນຂອງບັນດາແຂວງພາກກາງໃສ່ຮ່າງເນື້ອໃນກົດໝາຍວ່າດ້ວຍການວັດແທກ ຕາງໜ້າຄະນະຄົ້ນຄວ້າຂອງກົມມາດ ຕະຖານ ແລະ ວັດແທກ ໄດ້ລາຍງານ ແລະ ນໍາສະເໜີເຫດ ແລະ ຜົນຂອງການປັບປຸງກົດໝາຍວ່າດ້ວຍການ ວັດແທກ ຂອງຄະນະຮັບຜິດຊອບປັບປຸງກົດໝາຍທີ່ໄດ້ຄົ້ນຄ້ວາຮ່ວມກັນຜ່ານມາ ຊຶ່ງມີຄວາມເປັນເອກະພາບ ກັນ ທາງດ້ານເນື້ອໃນ ແລະ ໂຄງຮ່າງກົດໝາຍສະບັບປັບປຸງໃໝ່ ປະກອບມີ ລວມມີ 8 ພາກ, 6 ໝວດ ແລະ 62 ມາດຕາ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງປັບປຸງກົດໝາຍ ດັ່ງກ່າວ ໂດຍສະເພາະໄດ້ເນັ້ນ ໃສ່ພາກ, ໝວດ ແລະ ມາດຕາທີ່ສໍາຄັນ ເພື່ອລະດົມ ຄວາມຄິດເຫັນນໍາຜູ້ເຂົ້າຮ່ວມ ຜົນຂອງກອງປະຊຸມກໍ່ໄດ້ຮວບ ໂຮມບັນດາຄໍາເຫັນຂອງຜູ້ເຂົ້າຮ່ວມ ແລະ ສັງລວມເປັນຂໍ້ມູນໃນການຄົ້ນຄວ້າປັບປຸງ ຮ່າງກົດໝາຍໃຫ້ມີເນື້ອໃນຄົບ ຖ້ວນ ແລະ ສົມບູນຂຶ້ນຕື່ມ.
ໃນຕອນທ້າຍທ່ານປະທານກອງປະຊຸມ ໄດ້ໃຫ້ຄໍາຄິດເຫັນ ແລະ ຂໍ້ສະເໜີແນະ ທີ່ກົງປະເດັນຕໍ່ເນື້ອໃນຂອງຮ່າງກົດໝາຍ ໂດຍສະເພາະມາດຕາທີ່ກ່ຽວກັບບົດບາດຂອງພະແນກ, ການແລກປ່ຽນປະສົບການ ຈາກການປະຕິບັດຕົວຈິງທີ່ພົບສະພາບການທ້າທາຍ ຫຼື ອຸປະສັກ ໃດແດ່, ຂໍ້ສະເໜີ ກ່ຽວກັບມາດຕະການສະໜັບສະໜູນທີ່ຈໍາເປັນ ສໍາລັບການຈັດຕັ້ງປະຕິບັດກົດໝາຍຢ່າງມີປະສິດທິຜົນ ແລະ ພາຍຫຼັງກອງປະຊຸມ, ຄະນະກຳມະການຮ່າງກົດໝາຍຈະດໍາເນີນການລວບລວມ ແລະ ວິເຄາະຄຳຄິດເຫັນ ຂໍ້ສະເໜີແນະທັງໝົດເພື່ອປັບປຸງຮ່າງກົດໝາຍໃຫ້ສົມບູນຂຶ້ນ, ເພື່ອສະເໜີຕໍ່ກະຊວງ ແລະ ລັດຖະບານພິຈາລະນາ ແລະ ສະເໜີຕໍ່ສະພາແຫ່ງຊາດພິຈາລະນາຜ່ານເປັນກົດໝາຍຕໍ່ໄປ.
ພາບ-ຂ່າວ: ລຸ້ງຟ້າ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ