ກົມມາດຕະຖານ ແລະ ວັດແທກ

ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນ້ຳມັນເຊື້ອໄຟ ຕາມປ້ຳຈຳໜ່າຍ ຢູ່ເຂດ ເມືອງປາກງື່ມ, ເມືອງທຸລະຄົມ, ເມືອງບໍລິຄັນ,​ ເມືອງປາກຊັນ, ແລະ ເມືອງປາກກະດິງ

ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ.

ວັນທີ 06 ຫາ 08/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ  ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ໄດ້ທັງໝົດ 20ປ້້ຳ ແລະ 1ສາງ. ຢູ່ເຂດເມືອງ ບໍລິຄັນ ຈຳນວນ 4 ປໍ້າ, ເມືອງ ປາກຊັນ ຈຳນວນ 6 ປໍ້າ,1 ສາງ, ເມືອງ ປາກກະດິງ 8 ປຳ້, ເມືອງປາກງື່ມ 1 ປໍ້າ ແລະ ເມືອງທຸລະຄົມ 1 ປໍ້າ ດັ່ງນີ້:

  1. ປຳ້ ແດນບໍລິການ ບ້ານ ຫ້ວຍຄູນ ເຊິ່ງແມ່ນສາຂາຂອງ ບໍລິສັດ ເອຊຍ ຈຳກັດ (AP);
  2. ປຳ້ ຣະພິມພອນ ບ້ານ ໂພນສົມບູນ ເຊິ່ງແມ່ນສາຂາຂອງ ບໍລິສັດທີທີພາວເວີ 45 (TTPOWER);
  3. ປຳ້ ສີສະຫວາດບໍລິການ ບ້ານ ສີສະຫວາດ ເຊິ່ງແມ່ນສາຂາຂອງ ບໍລິສັດ ສົມວັນຈະເລີນ (SVP);
  4. ປຳ້ ຂັນຄຳກອງສີສົມບັດຫຼັກ3 ບ້ານ ສີສະຫວາດ ເຊິ່ງແມ່ນສາຂາ ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ຈຳກັດ (Star Oil);
  5. ປຳ້ ໝວຍ-ໜຽວ ບໍລິການ ບ້ານ ອານຸສອນໄຊ ເຊິ່ງແມ່ນສາຂາຂອງ ບໍລິສັດ ພະລັງງານບົວສະຫວັນ;
  6. ປໍ້າ ອິນທະວາ 3 ບໍລິການ ບ້ານ ໂພນສະຫວ່າງ ເຊິ່ງແມ່ນສາຂາຂອງ ບໍລິສັດ ລ້ານຊ້າງ (LP Station);
  7. ປຳ້ ທີວີເອັສດ (TVS) ບ້ານ ນາເຄືອ ເຊິ່ງແມ່ນສາຂາຂອງ ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ຈຳກັດ (Star Oil);
  8. ປຳ້ ພີທີທີ (ລາວ) ຈໍາກັດ ບ້ານ ນໍ້າສາງ ເຊິ່ງແມ່ນສາຂາຂອງ ບໍລິສັດ ພີທີທີ  (ລາວ);
  9. ປຳ້ ຂັນຄຳກອງສີສົມບັດຫຼັກ 2 ບ້ານ ວຽງຄໍາ ເຊິ່ງແມ່ນສາຂາຂອງ ບໍລິສັດ  ພລັສ (Petro Trade);
  10. ປຳ້ ນໍ້າທອນ 2 ບ້ານ ວຽງຄໍາ ເຊິ່ງແມ່ນສາຂາຂອງ ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ຈໍາກັດ (Star Oil);
  11. ປຳ້ ນໍ້າທອນ 1 ບ້ານ ນໍ້າທອນ ເຊິ່ງແມ່ນສາຂາຂອງ ບໍລິສັດ  ນໍ້າມັນເຊື້ອໄຟ ຫວຽດນາມອອຍ (PV Oil);
  12. ປຳ້ Coffee ບໍລິການ ບ້ານ ສອນພັນໄຊ ເຊິ່ງແມ່ນສາຂາຂອງ ບໍລິສັດ ລ້ານຊ້າງ (LP Station);
  13. ປຳ້ ຂັນຄຳກອງສີສົມບັດຫຼັກ 1 ບ້ານ ດອນໄຊ ເຊິ່ງແມ່ນສາຂາຂອງ ບໍລິສັດ  ພລັສ (Petro Trade);
  14. ປຳ້ Petro Trade ບ້ານ ປາກກະດິງເໜືອ ເຊິ່ງແມ່ນສາຂາຂອງ ບໍລິສັດ  ພລັສ (Petro Trade);
  15. ປຳ້ ໂຊກໄຊ ບໍລິການ ບ້ານ ໂພນໄຊໄຕ້ ເຊິ່ງແມ່ນສາຂາຂອງ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ;
  16. ປຳ້ ຄຳໝັ້ນລຸຍຟູຢຸງ ບ້ານ ໂພນໄຊ ເຊິ່ງແມ່ນສາຂາຂອງ ບໍລິສັດ ລ້ານຊ້າງ (LP Station);
  17.  ສາງ ບໍລິສັດ ທີທີພາວເວີ້ 45 (TTPOWER) ບ້ານ ຫົວໄຊ;
  18. ປໍ້າ ວິພາວະດີ 1 ບ້ານ ໂພນໄຊ ເຊິ່ງແມ່ນສາຂາຂອງ ບໍລິສັດທີທີພາວເວີ 45 (TTPOWER);
  19. ປຳ້ ພີທີທີ (ລາວ) ຈໍາກັດ ບ້ານ ຫ້ວຍສຽວ ເຊິ່ງແມ່ນສາຂາຂອງ ບໍລິສັດ ພີທີທີ (ລາວ);
  20. ປຳ້ ປິກນາ ບ້ານ ເວີນກະເປົາ ເຊິ່ງແມ່ນສາຂາຂອງ ບໍລິສັດ ນໍ້າມັນເຊື້ອໄຟ ຫວຽດນາມອອຍ (PV Oil);
  21. ປໍ້າ ອຸພະໄຊ 5 ບ້ານ ໂພນໂຮງນາຝາຍ ເຊິ່ງເປັນສາຂາຂອງ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ.

ຜ່ານການກວດກາ ຄຸນນະພາບຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ແມ່ນໄດ້ຄຸນນະພາບ ຕາມມາດຕະຖານແຫ່ງຊາດ ທີ່ກຳນົດໄວ້.           ຜ່ານການກວດສອບ ບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ບາງປຳ້ຍັງມີຫົວຈ່າຍຈຳນວນໜຶ່ງແມ່ນບໍ່ນອນຢູ່ໃນຄ່າອະນຸຍາດ ± 25 ml, ແຕ່ກວດສະພາບຕູ້ຈ່າຍມີການໜີບກົ່ວລ໋ອກຊິນຂອງພະແນກອຸສາຫະກຳການຄ້າ ແຂວງ, ນະຄອນຫຼວງ ຍັງຢູ່ໃນສະພາບປົກກະຕິ ເມືອມີການໃຊ້ງານປະຈຳອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫຼຸດລົງ. ດັ່ງນັ້ນ ຈິ່ງໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ແຈ້ງພາກສ່ວນຮັບຜິດຊອບມາປັບຄ່າໃຫ້ຢູ່ໃນຄ່າອະນຸດທີ່ກຳນົດໄວ, ຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໄສ ກ່ຽວກັບຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟ ຜູ້ຊົມໃຊ້ສາມາດໂທແຈ້ງສາຍດ່ວນ 1513 (ບໍລິການຟຣີ).

Leave a Comment

Your email address will not be published. Required fields are marked *

Scroll to Top