ກົມມາດຕະຖານ ແລະ ວັດແທກ

​ກອງປະຊຸມ​ຝຶກອົບຮົມວຽກງານມາດຕະຖານ ແລະ ວັດແທກ​ ໃຫ້ແກ່​ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ

ໃນວັນທີ 12-13 ມີນາ 2026,​ ກົມມາດຕະຖານ ແລະ ວັດແທກກະຊວງອຸດສາຫະກຳ ແລະ ການຄ້າ​ ໄດ້ຈັດ​ກອງປະຊຸມ​ຝຶກອົບຮົມວຽກງານມາດຕະຖານ ແລະ ວັດແທກ​ ໃຫ້ແກ່​ພະນັກງານ​ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງພາຍໃນແຂວງຈຳປາສັກ, ຢູ່ທີ່ຫ້ອງປະຊຸມຂອງ ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ແຂວງຈຳປາສັກ ໂດຍການ​ເປັນປະທານ​ຮ່ວມຂອງ ທ່ານ​ ວຽງ​ຄໍາ​ ສິງ​ສອນໄຊ​ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ​ ກະຊວງ​ອຸດສາຫະກຳ​ ແລະ​ ການຄ້າ ແລະ ທ່ານ ອະພິວັດ ສົມບູນ​ຂັນ​ ຮອງຫົວໜ້າ​ ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ ແຂວງຈຳປາສັກ.

      ກອງປະຊຸມໃນຄັ້ງນີ້ ມີວິທະຍາກອນ ຈາກກົມມາດຕະຖານ ແລະ​ ວັດແທກ,​ ພະນັກງານ​ວິຊາການ​ຂະແໜງ​ມາດຕະການ​ ແລະ​ ວັດແທກ​ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງພາຍໃນແຂວງ​ ເຂົ້າຮ່ວມ.​

     ທ່ານ​ ວຽງ​ຄໍາ​ ສິງ​ສອນໄຊ​ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ​ ກະຊວງ​ອຸດສາຫະກຳ​ ແລະ​ ການຄ້າ​ ມີຄໍາເຫັນວ່າ: ລັດຖະບານ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຄວາມສໍາຄັນຕໍ່ກັບການຊຸກຍູ້ສົ່ງເສີມກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ຂອງລາວຕະຫຼອດມາ ໂດຍອີງຕາມກົດໝາຍວ່າດ້ວຍມາດຕະຖານ​ເລກທີ 48/ສພຊ, ລົງວັນທີ 18 ກໍລະກົດ 2014, ກົດໝາຍວ່າດ້ວຍການວັດແທກ ເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013 ແລະ ນິຕິກຳລຸ່ມກົດໝາຍຫຼາຍ 30 ສະບັບ ເຮັດໃຫ້ເກີດມີການບໍລິການວຽກງານກ່ຽວກັບມາດຕະຖານ ແລະ ວັດແທກ ໂດຍ ສະເພາະແມ່ນການໃຫ້ບໍລິການ ການຂໍຢັ້ງຢືນກາໝາຍມາດຕະຖານແຫ່ງຊາດ, ການໃຫ້ບໍລິການ ການກວດສອບ ແລະ ຢັ້ງຢືນຄວາມຖືກຕ້ອງກ່ຽວກັບເຄື່ອງມື​ – ອຸປະກອນແທກ, ການໃຫ້ບໍລິການຢັ້ງຢືນ ອຸປະກອນກວດສອບແບບບໍ່ທໍາລາຍ ແລະ​ ການໃຫ້ບໍລິການ ໃນການຄຸ້ມຄອງວຽກງານຮັບຮອງລະບົບ ISO ແຫ່ງຊາດ ຂອງ ສປປ ລາວ.​ ໃນຍຸກປະຈຸບັນໂລກມີການປ່ຽນແປງໄວທາງດ້ານເຕັກໂນໂລຊີ ການຜະລິດ ເຊັ່ນ: ອຸດສາຫະກຳການຜະລິດອາຫານ, ເຄື່ອງນຸ່ງຮົ່ມ, ຢາປົວພະຍາດ ແລະ ວັດສະດຸກໍ່ສ້າງ ເຮັດໃຫ້ທຸກພາກສ່ວນຕ້ອງໄດ້ມີການປັບຕົວໃຫ້ເຂົ້າກັບສະພາບ ເພື່ອເຮັດໃຫ້ວຽກງານການບໍລິການ ທີ່ເປັນການຢັ້ງຢືນຄວາມຖືກຕ້ອງຂອງບັນດາ ເຄື່ອງມື​ – ອຸປະກອນ ລວມທັງ ຜະລິດຕະພັນ ແລະ ສີນຄ້າ ທີ່ຈາລະຈອນໃນ ສປປ ລາວ ຫຼື ມີການນໍາເຂົ້າ​ – ສົ່ງອອກ ທີ່ໄດ້ຮັບມາດຕະຖານ ເຊິ່ງເປັນການສົ່ງເສີ່ມຜະລິດຕະພັນພາຍໃນໃຫ້ທຽບເທົ່າກັບພາກ ພື້ນ ແລະ ສາກົນ.

     ກອງປະຊຸມ​ ໄດ້ນໍາສະເໜີພາລະບົດບາດຂອງກົມ​ມາດຕະຖານ​ ແລະ​ ວັດແທກ,​ ມາດຕະຖານແຫ່ງຊາດ,​ ມາດຕະຖານເຂົ້າສານ, ມາດຕະຖານເມັດ​ – ຂົ້ວກາເຟ, ມາດຕະຖານຄໍາແທ່ງ.​ ນໍາສະເໜີວຽກງານຢັ້ງຢືນ ແລະ ກວດກາຄຸນນະພາບແຫ່ງຊາດ (ກົດລະຫັດສາກົນ Barcode),​ ຄວາມອາດສາມາດການໃຫ້ບໍລິການກ່ຽວກັບການກວດສອບ ແລະ ຢັ້ງຢືນ ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ,​ ວຽກງານຄຸ້ມຄອງ ແລະ ຂັ້ນຕອນການກວດສອບ,​ຢັ້ງຢືນວຽກງານກວດສວດຄຸນນະພາບແບບບໍ່ທໍາລາຍ (ກວດສອບ ແລະ ຢັ້ງຢືນຜະລິດຕະພັນ ວັດຖຸມີຄ່າ),​ ການຄຸ້ມຄອງ ແລະ ການກວດສອບເຄື່ອງມື​ – ອຸປະກອນວັດແທກ,​ ການປະຍຸກໃຊ້ ເອໄອ ເຂົ້າໃນການພັດທະນາວຽກງານຫ້ອງການ​ ເພື່ອເພີ່ມ ປະສິດທິພາບໃນການເຮັດວຽກຂອງພະນັກງານ.​ ຈາກນັ້ນ,  ກໍມີການສົນທະນາແລກປ່ຽນບົດຮຽນ.​ ຕອນທ້າຍ​ ກໍມີການນໍາສະເໜີແຜນການພັດທະນາ ແລະ ການເຊື່ອມໂຍງດ້ານຂໍ້ມູນຂ່າວສານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ​ ຕື່ມອີກ.

Leave a Comment

Your email address will not be published. Required fields are marked *

Scroll to Top