ໃນວັນທີ 03-04 ມີນາ 2026 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຜ່ານຮ່າງ ແລະ ຮັບຮອງ ມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນວັດສະດຸກໍ່ສ້າງ ຈຳນວນ 12 ສະບັບ. ກອງປະຊຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກຂະແໜງການພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ລວມທັງໝົດ 40 ທ່ານ ເຂົ້າຮ່ວມ.

ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 12 ສະບັບ ເຊິ່ງປະກອບມີມາດຕະຖານ ດັດແກ້ 3 ສະບັບ ແລະ ສ້າງໃໝ່ 9 ສະບັບ ຄື:
- ຮ່າງມາດຕະຖານດິນຈີ່ໃຊ້ໃນການກໍ່ສ້າງທົ່ວໄປ (ດັດແກ້)
- ຮ່າງມາດຕະຖານແຜນຢິບຊຳ (ດັດແກ້)
- ຮ່າງມາດຕະຖານເຫຼັກຮູບປະພັນຮີດຮ້ອນ (ດັດແກ້)
- ຮ່າງມາດຕະຖານດິນຈີ່ມີຮູບໍ່ຮັບນ້ຳໜັກ (ສ້າງໃໝ່)
- ຮ່າງມາດຕະຖານກ້ອນຄອນກຣີດບຼ໋ອກແບບມີຮູບໍ່ຮັບນ້ຳໜັກສຳລັບວຽກງານທົ່ວໄປ (ສ້າງໃໝ່)
- ຮ່າງມາດຕະຖານຊິ້ນສ່ວນປະກອບເຫຼັກນັ່ງຮ້ານທໍ່ເຫຼັກກ້າແບບລ໋ອກຂໍ້ຕໍ່ (ສ້າງໃໝ່)
- ຮ່າງມາດຕະຖານທໍ່ລະບາຍນ້ຳຄອນກຣີດເສີມເຫຼັກຫຼໍ່ສຳເລັດຮູບ (ສ້າງໃໝ່)
- ຮ່າງມາດຕະຖານຄອນກຣີດບຼ໋ອກປູພື້ນ (ສ້າງໃໝ່)
- ຮ່າງມາດຕະຖານວັດສະດຸສີໂປ້ຕົບແຕ່ງສຳລັບງານພາຍໃນອາຄານ (ສ້າງໃໝ່)
- ຮ່າງມາດຕະຖານກ້ອນບຼ໋ອກປູພື້ນແບບນ້ຳຊືມຜ່ານໄດ້
- ຮ່າງມາດຕະຖານແຜ່ນບຼ໋ອກປູພື້ນແບບນ້ຳຊືມຜ່ານໄດ້
- ຮ່າງມາດຕະຖານປະທາຍ (ມໍຕ້າ) ສຳລັບການໂບກ
ຜ່ານການຄົ້ນຄວ້າ ແລະ ປຶກສາຫາລື ໃນທີ່ປະຊຸມ ຄະນະກຳມະການສະພາມາດຕະຖານ ທັງໝົດເຫັນດີ ເປັນເອກະພາບ ຮັບຮອງເອົາຫຼັກການ ແລະ ເນື້ອໃນ ຂອງມາດຕະຖານ ທັງໝົດ 12 ສະບັບ.




