ກົມມາດຕະຖານ ແລະ ວັດແທກ

Author name: Dosm2024

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ພະແນກມາດຕະຖານແຫ່ງຊາດ ລົງຕິດຕາມ ແລະ ເກັບກຳຂໍ້ມູນຢູ່ ໂຮງງານນ້ຳດື່ມໂລມາຄຳ ແລະ ໂຮງງານນ້ຳຕານຊາຍ ທີ່ແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 17-18 ກັນຍາ 2026 ນໍາທີມໂດຍ ທ່ານ ນາງ ລັດດາວັນ ສີວົງໄຊ ຫົວໜ້າພະແນກມາດຕະຖານແຫ່ງຊາດ, ຫົວໜ້າໜ່ວຍງານຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ແລະ ພ້ອມດ້ວຍພະນັກງານວິຊາການໄດ້ລົງຕິດຕາມ ແລະ ເກັບກຳຂໍ້ມູນຢູ່ ໂຮງງານນ້ຳດື່ມໂລມາຄຳ ແລະ ໂຮງງານນ້ຳຕານຊາຍ ທີ່ແຂວງສະຫວັນນະເຂດ ​ຈຸດປະສົງຕົ້ນຕໍຄື: ເພື່ອລົງໄປເກັບກຳຂໍ້ມູນ, ສຶກສາຂັ້ນຕອນການຜະລິດ, ການຄວບຄຸມຄຸນນະພາບ ແລະ ເຕັກໂນໂລຊີ ເພື່ອເປັນບ່ອນອີງໃນການດັດແກ້ມາດຕະຖານຜະລິດຕະພັນມາດຕະຖານນ້ຳດື່ມໃນພາຊະນະບັນຈຸປິດ ແລະ ມາດຕະຖານນ້ຳຕານຊາຍ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຮັບປະກັນຄວາມປອດໄພໃຫ້ຜູ້ບໍລິໂພກ. ການປຶກສາຫາລື ແລະ ຊຸກຍູ້: ໄດ້ປຶກສາຫາລື ຂໍຄຳຄິດເຫັນຈາກຜູ້ບໍລິຫານໂຮງງານແລະ ທີມງານເຕັກນິກທັງສອງໂຮງງານ, ພ້ອມທັງຊຸກຍູ້ໃຫ້ໂຮງງານນຳໃຊ້ມາດຕະຖານແຫ່ງຊາດ ເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ ເພື່ອຍົກລະດັບຄຸນນະພາບຜະລິດຕະພັນແບບຢ່າງຍືນຍົງ.

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກເຂົ້າຮ່ວມກອງປະຊຸມຝຶກອົບຮົມກ່ຽວກັບ”ວຽກງານກວດທຽບຊິງຊັ່ງອັດຕະໂນມັດແບບສາຍພານ “ (Training Course on Verification of Automatic Catchweighing Instruments)

ໃນລະຫວ່າງວັນທີ 28 ກັນຍາ – 01 ຕຸລາ 2026, ພະນັກງານຂອງສູນວັດແທກແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມຝຶກອົບຮົມກ່ຽວກັບ”ວຽກງານກວດທຽບຊິງຊັ່ງອັດຕະໂນມັດແບບສາຍພານ “ (Training Course on Verification of Automatic Catchweighing Instruments) ເຊິ່ງໄດ້ຈັດຂຶ້ນທີ່ປະເທດມາເລເຊຍ, ພາຍໃຕ້ໂຄງການຮ່ວມມືລະຫວ່າງ ASEAN-PTB 2026. ຈຸດປະສົງ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວຽກງານວັດແທກຂອງບັນດາປະເທດສະມາຊິກອາຊຽນ ໃນວຽກງານການກວດທຽບຊິງຊັ່ງອັດຕາໂນມັດແບບສາຍພານ ທີ່ຮັບໃຊ້ໃນຂະບວນການຜະລິດສິນຄ້າ ໃນຂະແຫນງການປຸງແຕ່ງອຸດສາຫະກໍາປະເພດອາຫານ ແລະ ເຄື່ອງດື່ມ, ຮັບໃຊ້ໃນລະບົບຂົນສົ່ງຂອງບໍລິສັດຂົນສົ່ງພັດສະດຸ ແລະ ອື່ນໆ ໂດຍອີງໄສ່ເງື່ອນໄຂ, ຄູ່ມືແນະນໍາຂອງອາຊຽນ ແລະ ເອກະສານ OIML R 51 , ເພື່ອຝຶກປະຕິບັດຂັ້ນຕອນ ແລະ ວິທີການທົດສອບ, ກໍານົດ ແລະ ປະເມີນຄ່າຄາດເຄື່ອນຂອງການຊັ່ງ ທຽບກັບຄ່າຄາດເຄື່ອນສູງສຸດທີ່ອະນຸຍາດ (Maximum

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ໄດ້ແຕ່ຕັ້ງໜ່ວຍສະເພາະກິດລົງເຄື່ອນໄຫວວຽກງານກວດສອບລົດບັນທຸກນ້ຳມັນເຊື້ອໄຟ ຢູ່ໃນຂອບເຂດທົ່ວປະເທດ. 

ກົມມາດຕະຖານ ແລະ ວັດແທກ ໄດ້ແຕ່ຕັ້ງໜ່ວຍສະເພາະກິດລົງເຄື່ອນໄຫວວຽກງານກວດສອບລົດບັນທຸກນ້ຳມັນເຊື້ອໄຟ ຢູ່ໃນຂອບເຂດທົ່ວປະເທດ.  ໃນລະຫວ່າງວັນທີ 20 ກັນຍາ 2026 ຫາ 04 ຕຸລາ 2026 ກົມມາດຕະຖານ ແລະ ວັດແທກ ສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍບັນດາຜູ້ປະກອບການລົດບັນທຸກນ້ຳມັນເຊື້ອໄຟເຂົ້າຮ່ວມ ໄດ້ລົງກວດສອບລົດບັນທຸກນ້ຳມັນເຊື້ອໄຟ 4 ແຂວງພາກໃຕ້ ເຊິ່ງມີ: ແຂວງສາລະວັນ, ແຂວງເຊກອງ, ອັດຕະປື ແລະ ແຂວງຈຳປາສັກ.   ໃນການລົງກວດສອບແມ່ນສາມາດຕໍ່ໃບຢັ້ງຢືນລົດບັນທຸກນ້ຳມັນເຊື້ອໄຟທັງໝົດ 62 ຄັນ, 8 ບໍລິສັດ ດັ່ງນີ້:  ຜ່ານການກວດສອບແມ່ນເຫັນໄດ້ວ່າລົດບັນທຸກນ້ຳມັນເຊື້ອໄຟແມ່ນຢູ່ໃນເກນມາດຕະຖານຕາມລະບຽບການໄດ້ວາງອອກ.

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ຊຸກຍູ້ ແລະ ສົ່ງເສີມຜູ້ປະກອບການເຂົ້າເຖິງມາດຕະຖານແຫ່ງຊາດ ເພື່ອຍົກລະດັບສິນຄ້າ ແລະ ສ້າງໂອກາດທາງເສດຖະກິດ ຢູ່ທີ່ແຂວງສະຫວັນນະເຂດ

ກົມມາດຕະຖານ ແລະ ວັດແທກ ຊຸກຍູ້ ແລະ ສົ່ງເສີມຜູ້ປະກອບການເຂົ້າເຖິງມາດຕະຖານແຫ່ງຊາດ ເພື່ອຍົກລະດັບສິນຄ້າ ແລະ ສ້າງໂອກາດທາງເສດຖະກິດ ຢູ່ທີ່ແຂວງສະຫວັນນະເຂດ ແຫຼ່ງທີ່ມາ ຂ່າວສານອອນລາຍ/TVsavannakhet

ຂ່າວສານ & ກິດຈະກຳ

ກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປົກປ້ອງຜູ້ຊົມໃຊ້ຂົງເຂດວຽກງານມາດຕະຖານ ແລະ ວັດແທກ ຄັ້ງທີ່I

ໃນວັນທີ 04 ກັນຍາ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປົກປ້ອງຜູ້ຊົມໃຊ້ຂົງເຂດວຽກງານມາດຕະຖານ ແລະ ວັດແທກ ຄັ້ງທີ່ I ຢູ່ທີ່ຫ້ອງປະຊຸມ ຂອງກົມມາດຕະຖານ ແລະ ວັດແທກ ໂດຍການເປັນປະທານຂອງ ທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ. ກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການປົກປ້ອງຜູ້ຊົມໃຊ້ຂົງເຂດວຽກງານມາດຕະຖານ ແລະ ວັດແທກ.      ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ປະຕິບັດວຽກງານ ເພື່ອຄຸ້ມຄອງຜູ້ປະກອບການ ແລະ ປົກປ້ອງຜູ້ຊົມໃຊ້ຜະລິດຕະພັນ, ສິນຄ້າ ແລະ  ການບໍລິການ ຂົງເຂດມາດຕະຖານ ແລະ ວັດແທກໃຫ້ມີຜະລິດຕະພັນ, ສິນຄ້າ ທີ່ມີຄຸນນະພາບ, ຖືກຕ້ອງຕາມລະບຽບການ, ລະບຽບເຕັກນິກ ແລະ ມາດຕະຖານແຫ່ງຊາດ

ຂ່າວສານ & ກິດຈະກຳ, ວຽກງານວັດແທກ

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງວຽກງານວັດແທກ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກົມການຄ້າພາຍໃນ, ກະຊວງພານິດ ແຫ່ງ ຣາຊະອານາຈັກໄທ.

ໃນລະຫວ່າງວັນທີ 20–21 ສິງຫາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຮ່ວມກັບ ກົມການຄ້າພາຍໃນ, ກະຊວງພານິດ ແຫ່ງ ຣາຊະອານາຈັກໄທຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງວຽກງານວັດແທກ.ກອງປະຊຸມຄັ້ງນີ້ສຸມໃສ່ 3 ຫົວຂໍ້ຫຼັກທີ່ສຳຄັນ:ການບັງຄັບໃຊ້ນິຕິກຳ ແລະ ກົດໝາຍ: ຖອດຖອນບົດຮຽນຕົວຈິງໃນການຄຸ້ມຄອງເຄື່ອງມືວັດແທກ ເພື່ອປົກປ້ອງສິດຜົນປະໂຫຍດ ແລະ ສ້າງຄວາມເປັນທຳໃຫ້ແກ່ຜູ້ບໍລິໂພກ.ການຖ່າຍໂອນວຽກງານກວດສອບ (Outsource): ສຶກສາຮູບແບບການດຶງເອົາພາກສ່ວນພາຍນອກເຂົ້າມາຊ່ວຍກວດທຽບອຸປະກອນວັດແທກ ແທນການນຳໃຊ້ເຈົ້າໜ້າທີ່ລັດຢ່າງດຽວ ເພື່ອເພີ່ມຄວາມວ່ອງໄວ ແລະ ປະສິດທິພາບ.ມາດຕະຖານຫົວຈ່າຍນ້ຳມັນ: ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຄງການຫົວຈ່າຍປ້ຳນ້ຳມັນມາດຕະຖານ (Fuel Dispenser Verified) ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນໃນການຊົມໃຊ້ນ້ຳມັນເຊື້ອໄຟ.ຄຽງຄູ່ກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ລົງຢ້ຽມຢາມຕົວຈິງ ພ້ອມທັງຈັດຝຶກອົບຮົມກ່ຽວກັບ ລະບົບການຢັ້ງຢືນສິນຄ້າຫຸ້ມຫໍ່ ໃຫ້ແກ່ພະນັກງານກົມມາດຕະຖານ ແລະ ວັດແທກ ລວມເຖິງພະນັກງານ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ຂໍ້ກຳນົດ, ເງື່ອນໄຂ, ຂັ້ນຕອນ ແລະ ລະບົບການຢັ້ງຢືນເຄື່ອງໝາຍປະລິມານສິນຄ້າຫຸ້ມຫໍ່ລະຫວ່າງ

ຂ່າວສານ & ກິດຈະກຳ

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຮ່ວມມືດ້ານວຽກງານມາດຕະຖານ

ໃນວັນທີ່ 17 /8/ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ຈັດພິທີລົງນາມ“ບົດບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຮ່ວມມືດ້ານວຽກງານມາດຕະຖານ”ນຳພາໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ (ຜູ້ຕາງຫນ້າກົມ) ແລະ ທ່ານ ນາງ ໄຊຊູຜີງ, ຫົວໜ້າສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ກວາງຊີ ທັງສອງຝ່າຍໄດ້ຮ່ວມກັນທົບທວນຜົນການຮ່ວມມືທີ່ຜ່ານມາ ລວມມີ : 1) ການສ້າງ ແລະ ແລກປ່ຽນຄວາມຮູ້ດ້ານມາດຕະຖານ ແລະ ເຕັກໂນໂລຊີ ໃນຂົງເຂດກະສິກຳ ແລະ ວັດສະດຸກໍ່ສ້າງ ແລະ ອື່ນໆ ພ້ອມສະຫລຸບຜົນງານຜ່ານມາ ; 2) ການພັດທະນາບຸກຄະລາກອນ ໃນຂົງເຂດມາດຕະຖານ ນອກຈາກນີ້ ທັງສອງຝ່າຍກໍໄດ້ວາງທິດທາງຮ່ວມມືໃນຕໍ່ໜ້າ ເພື່ອແນ່ໃສ່ການຜັນຂະຫຍາຍ MOU ເພີ່ມເຕີມ

ຂ່າວສານ & ກິດຈະກຳ

ກອງປະຊຸມປຶກສາຫາລື​ກ່ຽວກັບ ແຜນພັດທະນາພຶ້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ (National Quality Infrastructure)​ ​ໃນ​​ວັນ​ທີ 17ກໍລະກົດ 2026

ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມປຶກສາຫາລື​ກ່ຽວກັບ ແຜນພັດທະນາພຶ້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ (National Quality Infrastructure)​ ​ໃນ​​ວັນ​ທີ 17ກໍລະກົດ 2026 ໃນ​ວັນ​ທີ 17 ​ກໍລະກົດ 2026 ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນພັດທະນາພຶ້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ (National Quality Infrastructure)​. ໃຫ້​ກຽດເປັນປະທານກ່າວ​ເປີ​ດກອງ​ປະຊຸມ​ໂດຍ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າ​             ກົ​ມມາດຕະຖານ ​ແລະ ວັດ​ແທກ, ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍການເປັນປະທານຮ່ວມໂດຍ ທ່ານ  ແຄັສໂຊ ກຣີຊັນ (Mr. Cashel Gleeson)ທ່ານອຸປະທູດ ສະຖານທູດອັງກິດປະຈຳລາວ ແລະ ທ່ານ ກຣາແຮມ ຣັດແຊວ ເອັມບີອີ (Mr. Graham Russell MBE), ຫົວໜ້າຫ້ອງການມາດຕະຖານ ແລະ ຄວາມປອດໄພ ຜະລິດຕະພັນ ແຫ່ງປະເທດອັງກິດ(OPSS-BSI) ຜູ້ເຂົ້າຮ່ວມຈາກທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ. ກອງປະຊຸມໃນຄັ້ງນີ້ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຂະແຫນງການທີ່ຮັບຜິດຊອບຈັດຕັ້ງປະຕິບັດແຜນງານການພັດທະນາວຽກງານມາດຕະຖານ ແລະ ຄຸນນະພາບ ພາຍໃຕ້ຄະນະກຳມະທິການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ (ACCSQ) ໃນແຜນງານການເຊື່ອມຈອດປະຊາຄົມເສດຖະກິດອາຊຽນ ໂດຍໄດ້ຮັບການສະຫນັບສະຫນູນຈາກກອບການຮ່ວມມື  ASEAN-UK Economic intergration programme (EIP) ຕາມແຜນງານຂອງ ( Regulatory Reform

ຂ່າວສານ & ກິດຈະກຳ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ແລະ ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.

ໃນລະວ່າງວັນທີ 25 ຫາ 26 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມວັງເຍົາວະຊົນ, ນະຄອນຫຼວງວຽງຈັນ ກົມມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມສະຫຼຸບການການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ແລະ ແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ໃນຂອບເຂດທົ່ວປະເທດ ໂດຍໃຫ້ກຽດ​ເປັນ​ປະທານ ​ຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍຄະນະ, ຫົວໜ້າຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ 17 ແຂວງ ແລະ 1 ນະຄອນຫຼວງ ພ້ອມດ້ວຍພະນັກງານວິຊາການມີຜູ້ເຂົ້າຮ່ວມທັງໝົດຈໍານວນ 100 ກ່ວາທ່ານ. ຈຸດປະສົງການຈັດກອງປະຊຸມໃນຄັ້ງນິ້ເພື່ອທົບທວນຜົນການດຳເນີນວຽກງານ, ປະເມີນຈຸດແຂງ-ຈຸດອ່ອນ, ຖອດຖອນບົດຮຽນ ແລະ ກຳນົດທິດທາງແຜນການ-ແຜນງານຂອງການພັດທະນາວຽກງານໃນໄລຍະສັ້ນ, ກາງ

ຂ່າວສານ & ກິດຈະກຳ

ກົມມາດຕະຖານແລະວັດແທກຮ່ວມສະເຫຼີມສະຫຼອງວັນຮັບຮອງສາກົນປະຈຳປີ2026 (World Accreditation Day 2026)

ໃນ​ວັນ​ທີ 9 ​ມິຖຸນາ 2026  ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມສະເຫຼີມສະຫຼອງ ” ວັນຮັບຮອງສາກົນ ປະຈຳປີ 2026 (World Accreditation Day 2026)” ເຊິ່ງເປັນວັນສຳຄັນລະດັບສາກົນ ທີ່ອົງການລະຫວ່າງປະເທດວ່າດ້ວຍການຮັບຮອງລະບົບວຽກງານຫ້ອງທົດລອງ (ILAC) ແລະ ຄະນະກຳມະທິການທີ່ປຶກສາດ້ານການຮັບຮອງສາກົນ (IAF) ກຳນົດຂຶ້ນໃນວັນທີ 9 ມິຖຸນາ ຂອງທຸກໆປີ. ສຳລັບປີນີ້, ວັນຮັບຮອງສາກົນ ໄດ້ຖືກຈັດຂຶ້ນພາຍໃຕ້ຫົວຂໍ້ຫຼັກ: “Innovation, Trust and Sustainability: The Power of Accreditation” (ນະວັດຕະກຳ, ຄວາມເຊື່ອໝັ້ນ ແລະ ຄວາມຍືນຍົງ: ພະລັງແຫ່ງການຮັບຮອງ) ເພື່ອສ່ອງແສງໃຫ້ເຫັນເຖິງບົດບາດອັນຊົງພະລັງຂອງວຽກງານການຮັບຮອງ ແລະ ປະເມີນຄວາມສອດຄ່ອງ (Accreditation) ໃນການເປັນຂົວຕໍ່ທີ່ຊ່ວຍຊຸກຍູ້ນະວັດຕະກຳໃໝ່ໆ, ສ້າງຄວາມເຊື່ອໝັ້ນໃນລະບົບເສດຖະກິດ ແລະ ນຳພາໄປສູ່ການພັດທະນາທີ່ຍືນຍົງ. ໃນປັດຈຸບັນ, ພາກທຸລະກິດລ້ວນແຕ່ປະເຊີນກັບສິ່ງທ້າທາຍໃນການເຂົ້າເຖິງຕະຫຼາດ,

Scroll to Top