
ໃນວັນທີ 12-13 ມີນາ 2026, ກົມມາດຕະຖານ ແລະ ວັດແທກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານມາດຕະຖານ ແລະ ວັດແທກ ໃຫ້ແກ່ພະນັກງານພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງພາຍໃນແຂວງຈຳປາສັກ, ຢູ່ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງຄໍາ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ.
ກອງປະຊຸມໃນຄັ້ງນີ້ ມີວິທະຍາກອນ ຈາກກົມມາດຕະຖານ ແລະ ວັດແທກ, ພະນັກງານວິຊາການຂະແໜງມາດຕະການ ແລະ ວັດແທກ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ທ່ານ ວຽງຄໍາ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ມີຄໍາເຫັນວ່າ: ລັດຖະບານ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຄວາມສໍາຄັນຕໍ່ກັບການຊຸກຍູ້ສົ່ງເສີມກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ຂອງລາວຕະຫຼອດມາ ໂດຍອີງຕາມກົດໝາຍວ່າດ້ວຍມາດຕະຖານເລກທີ 48/ສພຊ, ລົງວັນທີ 18 ກໍລະກົດ 2014, ກົດໝາຍວ່າດ້ວຍການວັດແທກ ເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013 ແລະ ນິຕິກຳລຸ່ມກົດໝາຍຫຼາຍ 30 ສະບັບ ເຮັດໃຫ້ເກີດມີການບໍລິການວຽກງານກ່ຽວກັບມາດຕະຖານ ແລະ ວັດແທກ ໂດຍ ສະເພາະແມ່ນການໃຫ້ບໍລິການ ການຂໍຢັ້ງຢືນກາໝາຍມາດຕະຖານແຫ່ງຊາດ, ການໃຫ້ບໍລິການ ການກວດສອບ ແລະ ຢັ້ງຢືນຄວາມຖືກຕ້ອງກ່ຽວກັບເຄື່ອງມື – ອຸປະກອນແທກ, ການໃຫ້ບໍລິການຢັ້ງຢືນ ອຸປະກອນກວດສອບແບບບໍ່ທໍາລາຍ ແລະ ການໃຫ້ບໍລິການ ໃນການຄຸ້ມຄອງວຽກງານຮັບຮອງລະບົບ ISO ແຫ່ງຊາດ ຂອງ ສປປ ລາວ. ໃນຍຸກປະຈຸບັນໂລກມີການປ່ຽນແປງໄວທາງດ້ານເຕັກໂນໂລຊີ ການຜະລິດ ເຊັ່ນ: ອຸດສາຫະກຳການຜະລິດອາຫານ, ເຄື່ອງນຸ່ງຮົ່ມ, ຢາປົວພະຍາດ ແລະ ວັດສະດຸກໍ່ສ້າງ ເຮັດໃຫ້ທຸກພາກສ່ວນຕ້ອງໄດ້ມີການປັບຕົວໃຫ້ເຂົ້າກັບສະພາບ ເພື່ອເຮັດໃຫ້ວຽກງານການບໍລິການ ທີ່ເປັນການຢັ້ງຢືນຄວາມຖືກຕ້ອງຂອງບັນດາ ເຄື່ອງມື – ອຸປະກອນ ລວມທັງ ຜະລິດຕະພັນ ແລະ ສີນຄ້າ ທີ່ຈາລະຈອນໃນ ສປປ ລາວ ຫຼື ມີການນໍາເຂົ້າ – ສົ່ງອອກ ທີ່ໄດ້ຮັບມາດຕະຖານ ເຊິ່ງເປັນການສົ່ງເສີ່ມຜະລິດຕະພັນພາຍໃນໃຫ້ທຽບເທົ່າກັບພາກ ພື້ນ ແລະ ສາກົນ.
ກອງປະຊຸມ ໄດ້ນໍາສະເໜີພາລະບົດບາດຂອງກົມມາດຕະຖານ ແລະ ວັດແທກ, ມາດຕະຖານແຫ່ງຊາດ, ມາດຕະຖານເຂົ້າສານ, ມາດຕະຖານເມັດ – ຂົ້ວກາເຟ, ມາດຕະຖານຄໍາແທ່ງ. ນໍາສະເໜີວຽກງານຢັ້ງຢືນ ແລະ ກວດກາຄຸນນະພາບແຫ່ງຊາດ (ກົດລະຫັດສາກົນ Barcode), ຄວາມອາດສາມາດການໃຫ້ບໍລິການກ່ຽວກັບການກວດສອບ ແລະ ຢັ້ງຢືນ ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ, ວຽກງານຄຸ້ມຄອງ ແລະ ຂັ້ນຕອນການກວດສອບ,ຢັ້ງຢືນວຽກງານກວດສວດຄຸນນະພາບແບບບໍ່ທໍາລາຍ (ກວດສອບ ແລະ ຢັ້ງຢືນຜະລິດຕະພັນ ວັດຖຸມີຄ່າ), ການຄຸ້ມຄອງ ແລະ ການກວດສອບເຄື່ອງມື – ອຸປະກອນວັດແທກ, ການປະຍຸກໃຊ້ ເອໄອ ເຂົ້າໃນການພັດທະນາວຽກງານຫ້ອງການ ເພື່ອເພີ່ມ ປະສິດທິພາບໃນການເຮັດວຽກຂອງພະນັກງານ. ຈາກນັ້ນ, ກໍມີການສົນທະນາແລກປ່ຽນບົດຮຽນ. ຕອນທ້າຍ ກໍມີການນໍາສະເໜີແຜນການພັດທະນາ ແລະ ການເຊື່ອມໂຍງດ້ານຂໍ້ມູນຂ່າວສານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຕື່ມອີກ.








