
ກົມມາດຕະຖານ ແລະ ວັດແທກ ໃນນາມຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ຂອງໜ່ວຍງານວຽກງານມາດຕະຖານການຄ້າດິຈິຕອນ ແລະ ການສອດຄ່ອງ ຄັ້ງທີ 17 (17th DTSCWG) ລະຫວ່າງວັນທີ 20-21 ຕຸລາ 2026 ທີ່ສຳນັກງານເລຂາທິການອາຊຽນ ຈາກາຕ້າ, ປະເທດອິນໂດເນເຊຍ. ກອງປະຊຸມດັ່ງກ່າວມີເປົ້າໝາຍເພື່ອຕິດຕາມ ແລະ ຜັນຂະຫຍາຍແຜນວຽກ DTSCWG 2026-2030. ເນື້ອໃນສຳຄັນແມ່ນກວມເອົາການສ້າງມາດຕະຖານທຸລະກຳດິຈິຕອນ, ການຂົນສົ່ງດິຈິຕອນ ແລະ ຄວາມເຊື່ອໝັ້ນດິຈິຕອນ (ລວມທັງຄວາມປອດໄພທາງໄຊເບີ, AI, ເອກະສານອີເລັກໂທຣນິກ) ພ້ອມທັງການຮ່ວມມືກັບບັນດາປະເທດຄູ່ເຈລະຈາ. ການເຂົ້າຮ່ວມດັ່ງກ່າວ ຈະຊ່ວຍໃຫ້ ສປປ ລາວ ສາມາດເຊື່ອມໂຍງລະບຽບມາດຕະຖານດ້ານການຄ້າດິຈິຕອນໃຫ້ທັນກັບພາກພື້ນ ແລະ ສາກົນ.


