ໃນວັນທີ 20 ພຶດສະພາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຂອງຍານພາຫະນະ ຄັ້ງທີ2 ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ.
ເພື່ອສືບຕໍ່ການສ້າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນຄຸນນະພາບ ຍານພາຫະນະທາງບົກ
ໃຫ້ເປັນໄປຕາມລະບຽບການສ້າງນິຕິກຳຈຶ່ງຂໍສະເໜີຜ່ານໃນກອງປະຊຸມຄັ້ງນີ້ ເພື່ອ ລະດົມຄວາມຄິດ, ປືກສາຫາລື ແລະ ການປະກອບຄຳເຫັນຈາກບັນດາທ່ານຕ່າງໜ້າຫ້ອງການ, ກົມ ແລະ ສະຖາບັນ ພາຍໃນກະຊວງອຸດສະຫະກຳ ແລະ ພາກສ່ວນຜູ້ປະກອບການເພື່ອເຮັດໃຫ້ເນື້ອໃນຂອງຮ່າງຂໍ້ຕົກລົງດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງມີປະສິດທິພາບ


