ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ແລະ ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.

ໃນລະວ່າງວັນທີ 25 ຫາ 26 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມວັງເຍົາວະຊົນ, ນະຄອນຫຼວງວຽງຈັນ

ກົມມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມສະຫຼຸບການການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ແລະ ແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ໃນຂອບເຂດທົ່ວປະເທດ ໂດຍໃຫ້ກຽດ​ເປັນ​ປະທານ ​ຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍຄະນະ, ຫົວໜ້າຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ 17 ແຂວງ ແລະ 1 ນະຄອນຫຼວງ ພ້ອມດ້ວຍພະນັກງານວິຊາການມີຜູ້ເຂົ້າຮ່ວມທັງໝົດຈໍານວນ 100 ກ່ວາທ່ານ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນິ້ເພື່ອທົບທວນຜົນການດຳເນີນວຽກງານ, ປະເມີນຈຸດແຂງ-ຈຸດອ່ອນ, ຖອດຖອນບົດຮຽນ ແລະ ກຳນົດທິດທາງແຜນການ-ແຜນງານຂອງການພັດທະນາວຽກງານໃນໄລຍະສັ້ນ, ກາງ ແລະ ໄລຍະຍາວ.

ໃນກອງປະຊຸມ ໄດ້ມີການນຳສະເໜີພາບລວມຂອງພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ (National Quality Infrastructure: NQI), ລາຍງານຜົນການຕີລາຄາການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ໃນໄລຍະຜ່ານມາ, ພ້ອມທັງການປຶກສາຫາລືແຜນການແບ່ງຂັ້ນຄຸ້ມຄອງວຽກງານກວດທຽບຊິງຊັ່ງ, ຫົວຈ່າຍນ້ຳມັນເຊື້ອໄຟ, ລົດບັນທຸກນ້ຳມັນ, ໝໍ້ນັບໄຟຟ້າ, ໝໍ້ແທກນໍ້າປະປາ ແລະ ສິນຄ້າຫຸ້ມຫໍ່ ເພື່ອເຮັດໃຫ້ການບໍລິຫານມີຄວາມເປັນເອກະພາບ, ຊັດເຈນ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ຜົນຈາກການຕີລາຄາຊີ້ໃຫ້ເຫັນວ່າ: ການແບ່ງຂັ້ນຄຸ້ມຄອງວຽກງານມາດຕະຖານ ແລະ ວັດແທກ ໄດ້ສ້າງຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະການຍົກລະດັບການຄຸ້ມຄອງເຄື່ອງມືວັດແທກໃນທ້ອງຖິ່ນ, ສ້າງຄວາມຖືກຕ້ອງ ແລະ ຍຸຕິທຳໃນການຊື້-ຂາຍ ແລະ ການບໍລິການ, ຊ່ວຍປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ຜູ້ປະກອບການ. ຜ່ານການຈັດຕັ້ງປະກໍ່ມີຫຼາຍແຂວງຍັງສາມາດຊອກຫາແຫຼ່ງທຶນງົບປະມານ ແລະ ຄວາມຮ່ວມມືຈາກພາກສ່ວນຕ່າງໆ ເພື່ອພັດທະນາອຸປະກອນເຄື່ອງມືການວັດແທກ, ຝຶກອົບຮົມບຸກຄະລາກອນຍົກສູງຄວາມຮູ້ຄວາມສາມາດ ແລະ ເສີມສ້າງຄວາມສາມາດທາງດ້ານວິຊາການ.

ພ້ອມກັນນີ້ ກອງປະຊຸມຍັງໄດ້ວິເຄາະບັນຫາ ແລະ ຂໍ້ຈຳກັດທີ່ຍັງຄົງມີຢູ່ ເຊັ່ນ: ການກວດທຽບຊິງຊັ່ງ, ການກວດສອບຫົວຈ່າຍນ້ຳມັນເຊື້ອໄຟ, ການກວດທຽບລົດບັນທຸກນ້ຳມັນ ແລະ ການຄຸ້ມຄອງເຄື່ອງມືວັດແທກບາງປະເພດ ເພື່ອວາງແນວທາງແກ້ໄຂໃຫ້ສອດຄ່ອງກັບລະບຽບການ, ກົດໝາຍ, ຫຼັກວິຊາການ ແລະ ຄວາມຕ້ອງການໃນການພັດທະນາພື້ນຖານໂຄງລ່າງດ້ານຄຸນນະພາບມາດຕະຖານຂອງປະເທດ.

ນອກຈາກການປຶກສາຫາລືແລ້ວ, ວັນທີສອງຂອງກອງປະຊຸມ ຍັງໄດ້ມີການນຳສະເໜີກົດໝາຍ ແລະ ລະບຽບການສຳຄັນ ທີ່ກ່ຽວຂ້ອງກັບວຽກງານມາດຕະຖານ, ວັດແທກ, ການກວດກາ ແລະ ຢັ້ງຢືນຄຸນນະພາບ, ລະບົບ ISO 9001, ISO/IEC 17025, ການກວດສອບແບບບໍ່ທຳລາຍ (NDT) ພ້ອມທັງການແລກປ່ຽນຄວາມຄິດເຫັນລະຫວ່າງບັນດາຜູ້ເຂົ້າຮ່ວມເພື່ອສ້າງຄວາມຮູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເພີ່ມທະວີການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ.

ກອງປະຊຸມຄັ້ງນີ້: ນັບເປັນອີກກ້າວໜຶ່ງທີ່ສຳຄັນໃນການຂັບເຄື່ອນວຽກງານມາດຕະຖານ ແລະ ວັດແທກ ຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ, ມີປະສິດທິຜົນ ແລະ ສອດຄ່ອງກັບມາດຕະຖານພາກພື້ນ ແລະ ສາກົນ ເພື່ອຮອງຮັບການເຕີບໂຕຂອງການຂະຫຍາຍຕົວເສດຖະກິດ-ສັງຄົມ, ສົ່ງເສີມການຄ້າ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະ ຄຸ້ມຄອງຜົນປະໂຫຍດຂອງລັດ, ຜູ້ປະກອບການ ແລະ ຜູ້ຊົມໃຊ້ແບບຍືນຍົງ.

ຕອນທ້າຍຂອງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກ ແລະ ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ໃນຄັ້ງນີ້ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ ນັບແຕ່ວັນທີ 25-26 ມິຖຸນາ 2026 ເຫັນວ່າເຕັມໄປດ້ວຍບັນຍາກາດອັນຟົດຟື້ນບັນລຸຕາມເປົ້າໝາຍ ແລະ ປິດກອງປະຊຸມລົງຢ່າງຈົບງາມ

Leave a Comment

Your email address will not be published. Required fields are marked *

Scroll to Top