ໃນວັນທີ 3 ກຸມພາ 2026, ໄດ້ມີກອງປະຊຸມລະຫວ່າງ ຄະນະກົມ ມວ ແລະ ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ນໍາໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວຫນ້າກົມມາດຕະຖານແລະວັດແທກ ພ້ອມດ້ວຍຄະນະ ໄດ້ປະຊຸມຄະນະດ່ານ ນຳໂດຍ ທ່ານ ສິງທະລາທອງ ສາຍຫຍ້າທອງ ຮອງຫົວຫນ້າຄະນະຄຸ້ມຄອງດ່ານ ພ້ອມດ້ວຍຮອງຫົວຫນ້າພາສີ, ຕມ ປະຈໍາດ່ານ.


- ຈຸດປະສົງໃນການລົງເຮັດວຽກໃນຄັ້ງນີ້
- ເພື່ອປຶກສາວຽກງານກວດສອບ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ຢູ່ດ່ານ ພ້ອມສະເໜີການປັບປຸງແກ້ໄຂຂໍ້ຄົງຄ້າງ.
- ນໍາສົ່ງ ແລະ ສະເໜີ ທ່ານ ກຸປະສິດ ດວງວິຈິດ ທີ່ໄປປະຈໍາເປັນ ຫົວຫນ້າດ່ານກວດຄຸນນະພາບນ້ຳມັນປະຈຳດ່ານສາກົນບໍ່ເຕ່ນ(ຜູ້ໃຫ່ມ)
- ນອກຈາກນີ້ ຍັງໄດ້ຕິດຕາມ, ຊຸກຍູ້ວຽກງານການກວດກາຄຸນນະພາບນ້ຳມັນ, ຕິດຕາມສະພາບການເຮັດວຽກຫ້ອງການກວດສອບ, ສະຖານທີ່ ພັກເຊົາຂອງ ພະນັກງານປະຈຳດ່ານ, ຮັບຟັງການລາຍງານວຽກຮ່ວມກັນກັບຂະແໜງການກ່ຽວຂ້ອງ
- ແລກປ່ຽນຄຳເຫັນກ່ຽວກັບການກຳນົດຈຸດກວດນໍ້າມັນຢູ່ດ່ານ(ຈຸດພັກທີ່ລາງລົດໄຟ, ຈຸດເຂດນາເຕີຍ) ແລະ ປັບປຸງແບບແຜນ ແລະ ວິທີເຮັດວຽກເຊີ່ງກັນ ແລະ ກັນ ໃຫ້ດີຂື້ນເທື່ອລະກ້າວ.


