ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມເປີດກວ້າງຮ່າງກົດໝາຍວ່າດ້ວຍການວັດແທກ

ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເປີດກວ້າງ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ). ໃຫ້ກຽດເປັນປະທານຂອງທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີຜູ້ເຂົ້າຮ່ວມຈາກບັນດາແຂວງພາກເໜືອ (ທາງອອນລາຍ), ພ້ອມດ້ວຍຂະແໜງການກ່ຽວຂ້ອງ ວັນທີ 31 ມີນາ 2026.

ຈຸດປະສົງຫຼັກຂອງການປັບປຸງກົດໝາຍວັດແທກໃນຄັ້ງນີ້ ແມ່ນເພື່ອ:

– ປັບປຸງເນື້ອໃນ ໃຫ້ສອດຄ່ອງກັບມາດຕະຖານສາກົນ ໂດຍສະເພາະ ມາດຕະຖານ ISO, IEC ແລະ ຂໍ້ກຳນົດຂອງອົງການວັດແທກສາກົນ (BIPM, OIML). ນີ້ຈະຊ່ວຍເພີ່ມຄວາມເຊື່ອໝັ້ນໃນການຄ້າ ແລະ ອຳນວຍຄວາມສະດວກໃນການເຂົ້າສູ່ຕະຫຼາດສາກົນ.

– ກຳນົດບົດບາດ, ໜ້າທີ່ຂອງອົງການຄຸ້ມຄອງວຽກງານວັດແທກແຕ່ລະຂັ້ນໃຫ້ຊັດເຈນຂຶ້ນ ເປັນພິເສດ ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ໃນການດຳເນີນວຽກງານກວດທຽບ, ກວດຄືນ ແລະ ຢັ້ງຢືນເຄື່ອງມື ແລະ ອຸປະກອນວັດແທກຕາມການມອບໝາຍ.

– ຄຸ້ມຄອງທຸລະກິດດ້ານວັດແທກໃຫ້ເປັນລະບົບ, ກຳນົດປະເພດທຸລະກິດ, ເງື່ອນໄຂການດຳເນີນທຸລະກິດ, ການອະນຸຍາດ ແລະ ການຄຸ້ມຄອງໃຫ້ເປັນລະບົບ.

– ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງເຄື່ອງມື ແລະ ອຸປະກອນວັດແທກ ໂດຍສະເພາະໃນດ້ານການຄ້າ, ຄວາມປອດໄພ, ການຮັກສາສຸຂະພາບ ແລະ ການຮັກສາສິ່ງແວດລ້ອມ.

– ເພີ່ມປະສິດທິພາບການບັງຄັບໃຊ້ກົດໝາຍກຳນົດມາດຕະການລົງໂທດທີ່ຊັດເຈນ ແລະ ເໝາະສົມຕໍ່ກັບການລະເມີດ ເພື່ອຮັບປະກັນການປະຕິບັດຢ່າງມີປະສິດທິພາບ.

Leave a Comment

Your email address will not be published. Required fields are marked *

Scroll to Top