ກົມມາດຕະຖານ ແລະ ວັດແທກ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຫ້ອງກວດສອບ ແລະ ຢັ້ງຢືນຄວາມປອດໄພຖັງບັນຈຸທາດເຄມີອັນຕະລາຍ ຢູ່ ສປປ ລາວ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ນີ້ ໄດ້ຈັດຂຶ້ນໃນຕອນແລ້ງວັນທີ 26 ມີນາ 2026 ທີ່ ໂຮງແຮມລາດຊະວົງ ວັນດ້າ ວີສຕ້າ ນະຄອນຫຼວງວຽງຈັນ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ບໍລິສັດ ສິງກະໂປ ການລົງທຶນ ຈຳກັດ ຕ່າງໜ້າເຊັນໂດຍ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ XU HAIWEN ປະທານ ບໍລິສັດ ສິງກະໂປ ການລົງທຶນ ຈຳກັດ ໂດຍການເຊັນເປັນພະຍານໂດຍ ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ MA LING ປະທານຜູ້ຮ່ວມທືນ ບໍລິສັດ ສິງກະໂປ ການລົງທຶນ ຈຳກັດ ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ຍັງມີບັນດາທ່ານຫົວໜ້າກົມ, ສະຖານບັນ, ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ດ ລາວ, ພະນັກງານຈາກກົມມາດຕະຖານ ແລະ ວັດແທກ ແລະ ບໍລິສັດ ສິງກະໂປ ການລົງທຶນ ຈໍຳກັດ ພ້ອມດ້ວຍພາກສວນທີກ່ຽວຂ້ອງເຂົ້າຮ່ວມ;

ຈຸດປະສົງຂອງການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຫ້ອງກວດສອບ ແລະ ຢັ້ງຢືນຄວາມປອດໄພຖັງບັນຈຸທາດເຄມີອັນຕະລາຍ ຢູ່ ສປປ ລາວ ເຊັ່ນ : ຖັງບັນຈຸ ແລະ ຖັງຂົນສົ່ງ ແກສ, ນ້ຳມັນເຊື້ອໄຟ, ແລະ ທາດເຄມີ ອັນຕະລາຍ ທຸກຊະນິດ ຂອງບັນດາຜູ້ປະກອບການ ທີ່ເຮັດທຸລະກິດກ່ຽວກັບການການນຳໃຊ້, ຜະລິດ,​ ນໍາເຂົ້າ ແລະ ສົ່ງອອກ; ເຊິ່ງໃນໄລຍະຜ່ານມາ ການພັດທະນາ ຂອງ ສປປ ລາວ ໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງມີການນຳເຂົ້າ ແລະ ນຳໃຊ້ທາດເຄມີໃນຂົງເຂດຕ່າງໆ ເຊັ່ນ: ຂົງເຂດການກໍ່ສ້າງ, ການຜະລິດ, ກະສິກຳ ແລະ ຂົງເຂດພະລັງງານ ການນຳໃຊ້ທາດເຄມີເພີ່ມຂຶ້ນເລື່ອຍໆ ໄດ້ກໍ່ໃຫ້ເກີດຄວາມສ່ຽງດ້ານຄວາມປອດໄພ ຖ້າຫາກຂາດລະບົບການຄຸ້ມຄອງ ແລະ ການກວດສອບທີ່ໄດ້ມາດຕະຖານ, ຖັງບັນຈຸທາດເຄມີອັນຕະລາຍ ເປັນອຸປະກອນສຳຄັນໃນການເກັບຮັກສາ ແລະ ຂົນສົ່ງ ທາດເຄມີ ແຕ່ຖ້າຫາກຖັງເຫຼົ່ານີ້ບໍ່ຜ່ານການກວດສອບທີ່ເໝາະສົມ ຫຼື ບໍ່ມີການຢັ້ງຢືນຕາມມາດຕະຖານ ອາດຈະກ່ອນໃຫ້ເກີດອຸບັດເຫດຮ້າຍແຮງ ເຊັ່ນ: ການຮົ່ວໄຫຼ, ການລະເບີດ ຫຼື ການປົດປ່ອຍທາດພິດ ຊຶ່ງຈະສົ່ງຜົນກະທົບທັງຕໍ່ຊີວິດ,​ ຊັບສິນ ແລະ ສິ່ງແວດລ້ອມ

ໃນປະຈຸບັນ ສປປ ລາວ ຍັງຂາດໂຄງສ້າງພື້ນຖານດ້ານຫ້ອງກວດສອບ ແລະ ຢັ້ງຢືນຄວາມປອດໄພຖັງບັນຈຸທາດເຄມີອັນຕະລາຍ ທີ່ສາມາດຮອງຮັບມາດຕະຖານສາກົນ ເຊັ່ນ: ADR, ISO, API ຫຼື ມາດຕະຖານດ້ານ NDT (Non-Destructive Testing).​ ດັ່ງນັ້ນ, ສັງຄົມໄດ້ມີຄວາມຮຽກຮ້ອງຕ້ອງການເຖິງການກວດສອບມາດຕະຖານຄວາມປອດໄພຂອງບັນດາຖັງບັນຈຸ ແລະ ຖັງຂົນສົ່ງທາດເຄມີອັນຕະລາຍ, ເພື່ອໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດ, ເຊື່ອມໂຍງກັບກັບພາກພື້ນ ແລະ ສາກົນ ເພື່ອຄວາມປອດໄພ, ບໍ່ມີຜົນກະທົບ, ຫລຸດຜ່ອນຄວາມສ່ຽງ, ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງສັງຄົມອີກດ້ວຍ.

Leave a Comment

Your email address will not be published. Required fields are marked *

Scroll to Top