ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມຄະນະກຳມະການສະພາມາດຕະຖານແຫ່ງຊາດ ເພື່ອຮັບຮອງມາດຕະຖານແຫ່ງຊາດ ໃນວັນທີ 03 ເມສາ 2026

ໃນວັນທີ 03 ເມສາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຮັບຮອງຮ່າງມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນເຊື້ອໄຟ ແລະ ອາຍແກັສ 02 ສະບັບ ແລະ ດ້ານຜະລິດຕະພັນກະສິກຳ ຈຳນວນ 04 ສະບັບ.

ກອງປະຊຸມໄດ້ໄຂຂຶ້ນທີ່ໂຮງແຮມຄຣາວພາຊ່າ ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ລວມທັງໝົດ 40 ເຂົ້າຮ່ວມ.

ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 06 ສະບັບ ເຊິ່ງປະກອບມີມາດຕະຖານ ດັດແກ້ 01 ສະບັບ ແລະ ສ້າງໃໝ່ 05 ສະບັບ ຄື: ມາດຕະຖານແກັສຫຸງຕົ້ມ (ດັດແກ້), ມາດຕະຖານຖັງບັນຈຸແກັສ, ມາດຕະຖານອ້ອຍທີ່ເປັນວັດຖຸດິບ, ມາດຕະຖານ ການວິເຄາະຫາປະລິມານນ້ຳຕານ, ຄວາມເຂັ້ມຂຸ້ນ, ເສັ້ນໄຍໃນອ້ອຍ ແລະ ກາກອ້ອຍ, ມາດຕະຖານຫົວອາຫານໝູສຳເລັດຮູບ ແລະ ມາດຕະຖານຝຸ່ນເຄມີ.

ຜ່ານການຄົ້ນຄວ້າ ແລະ ປຶກສາຫາລື ໃນທີ່ປະຊຸມ ຄະນະກຳມະການສະພາມາດຕະຖານ ທັງໝົດເຫັນດີ ເປັນເອກະພາບ ຮັບຮອງເອົາຫຼັກການ ແລະ ເນື້ອໃນ ຂອງມາດຕະຖານ ທັງໝົດ 06 ສະບັບ.

Leave a Comment

Your email address will not be published. Required fields are marked *

Scroll to Top