ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມສຳມະນາວຽກງານການຮັບຮອງລະບົບສາກົນ (ISO 9001) ໃຫ້ແກ້ພະນັກງານພາຍໃນກົມ

0
161

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2020 ກມວ ໄດ້ມີການຈັດກອງປະຊຸມສຳມະນາວຽກງານການຮັບຮອງລະບົບສາກົນ (ISO 9001) ໃຫ້ແກ້ພະນັກງານພາຍໃນກົມ ໂດຍການເປັນປະທານກ່າວເປີດຂອງ ທ່ານ ນ ນິສິດ ຄໍາມູນເຮືຶອງ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ເຊິ່ງຈະມີການຈັດສຳມະນາຂື້ນທັງໝົດ 3 ຄັ້ງ ເພື່ອໃຫ້ແຕ່ລະພາກສ່ວນພາຍໃນກົມໄດ້ເຂົ້າຮ່ວມທັງໝົດ ເຊີ່ງໃນການສຳມະນາຄັ້ງທຳອິດແມ່ນມີພະນັກງານເຂົ້າຮ່ວມຈາກ 4ພາກສ່ວນຄື ສູນຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ, ພະແນກມາດຕະຖານ, ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ພະແນກສັງລວມ.

ໃນການຈັດສຳມະນາໃນຄັ້ງນີ້ກໍ່ເພື່ອເປັນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານພາຍໃນກົມເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເຖີງຄວາມໝາຍ, ຄວາມສຳຄັນ, ປະຫວັດຄວາມເປັນມາ ແລະ ຜົນປະໂຫຍດ ຂອງລະບົບສາກົນ ISO 9001 ເພື່ອຕອບສະໜອງໃຫ້ແກ່ວຽກງານ ສູນຮັບຮອງລະບົບສາກົນ ISO ແຫ່ງຊາດ ຂອງກົມມາດຕະຖານ ແລະ ວັດແທກ. ເຊື່ງສູນດັ່ງກ່າວແມ່ນໄດ້ຮັບການສ້າງຕັ້ງຂື້ນໃໝ່ເພື່ອຮັບຮອງລະບົບດັ່ງກ່າວຂອງ ສປປ ລາວ.

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

LEAVE A REPLY

Please enter your comment!
Please enter your name here