ກອງປະຊຸມເຜີຍແຜ່ດໍາລັດ ກ່ຽວກັບວຽກງານມາດຕະຖານ ແລວັດແທກ ໃຫ້ແກ່ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ໄຊສົມບູນ

0
87

ໃນວັນທີ 28 ພຶດສະພາ 2024 ຢູ່ທີ່ຫ້ອງປະຊຸມຂອງຫ້ອງ ວ່າການ ແຂວງ ໄຊສົມບູນ.

     ກົມມາດຕະຖານ ແລະ ວັດແທກ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໄຊສົມບູນ ຈັດກອງປະຊຸມເຜີຍແຜ່ດໍາລັດ ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ໃຫ້ກຽດ ເປັນຄະນະ ປະທານ  ຂອງທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ສຸກສະຫວາດ ວົງພູມເຫຼັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ,  ແຂວງ ໄຊສົມບູນ, ມີຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າຫ້ອງການ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທາງພາກລັດ ແລະ ເອກະຊົນ ພ້ອມດ້ວຍພະນັກງານວິຊາການມີຜູ້ເຂົ້າຮ່ວມທັງໝົດຈໍານວນ 60 ທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ດໍາລັດ ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ແມ່ນ ສ້າງຄວາມ ເຂັ້ມ ແຂງ ໃນ ການ ຄຸ້ມຄອງ ວຽກ ງານ ມາດຕະຖານ  ແລະ ວັດ ແທກ ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ມີສ່ວນຮ່ວມເຂົ້າໃນການພັດທະນາເສດຖະກິດສັງ – ຄົມຂອງ ສປປ ລາວ, ສປປລາວ ຂອງພວກເຮົາໄດ້ຢື່ນຄຳຮ້ອງເປັນສະມາຊິກອົງການການຄ້າໂລກແຕ່ປີ 1997 ເປັນຕົ້ນມາ ແລະ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກອົງການດັ່ງກ່າວໃນປີ 2012 ແລະ ທ້າຍປີ 2015 ລາວເຮົາໄດ້ເຂົ້າຮ່ວມເຂດເສດຖະກິດ.ປະຊາຄົມອາຊຽນໃນ 2 ເຫດການນີ້ໄດ້ມີການໄຫຼວຽນຂອງສິນຄ້າ ແລະ ການບໍລິການລະຫວ່າງປະເທດສະມາຊິກດ້ວຍກັນຢ່າງເສລີທັງພາຍໃນ ແລະ ພາກພື້ນກໍ່ຄືສາກົນລວມທັງໃນປະເທດເຮົາສະນັ້ນເພື່ອປົກປ້ອງກັນຜົນປະໂຫຍດພາຍໃນປະເທດຕົນ ແລະ ຫຼາຍປະເທດທີ່ນຳໃຊ້ເຄື່ອງມືທີ່ບໍ່ແມ່ນການຫຼຸດຜ່ອນພາສີ ໂດຍການນຳໃຊ້ມາດຕະຖານ ແລະ ການປະເມີນ ຄວາມສອດຄ່ອງ (ລວມມີຫ້ອງທົດລອງ, ທົດສອບ, ສອບທຽບ ທີ່ມີມາດຕະຖານ ແລະ ຄຸນນະພາບລະດັບສາກົນ) ເພື່ອປົກປ້ອງຜູ້ຊົມໃຊ້ຈາກດ້ານການຮັກສາຄວາມປອດໄພ ທາງສຸຂະພາບ, ຮັກສາສິ່ງແວດລ້ອມ ສະນັ້ນມັນເປັນສິ່ງຈະແຈ້ງແລ້ວວ່າບົດບາດທາງດ້ານມາດຕະຖານ ແລະ ວັດແທກ ແມ່ນນັບມື້ນັບເພິ່ມຂື້ນໃນເວທີການຄ້າສາກົນ

ເວົ້າລວມແລ້ວວຽກງານມາດຕະຖານ ແລະ ວັດແທກ ແມ່ນການນຳໃຊ້ເຂົ້າໃນລະບຽບການເຕັກນິກຕ່າງໆ ກ່ຽວກັບຜະລິດຕະພັນ, ວິທີການຜະລິດ ແລະ ການບໍລິການແມ່ນມີບົດບາດ ແລະ ຄວາມໝາຍຄວາມສຳຄັນໃນການພັດທະນາເສດຖະກິດແບບຢືນຢົງພ້ອມດຽວກັບບົດບາດຂອງວຽກງານດັ່ງກ່າວ ແລະ ລະບົບການກວດສອບ, ການຮັບຮອງ ຫຼື ລະບົບການປະເມີນຄວາມສອດຄ່ອງຍັງໄດ້ສົ່ງເສີມສະມັດຕະພາບຂອງຜະລິດຕະພັນ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າລະຫວ່າງປະເທດ ໂດຍເປັນບົດບາດຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ໃນເມື່ອກ່ອນ ຈຶ່ງໄດ້ສ້າງຕັ້ງກົມມາດຕະຖານ ແລະ ວັດແທກຂື້ນມາເພື່ອຮັບຮອງເອົາການພັດທະນາເສດຖະກິດ-ສັງຄົມ ແລະ ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ

ຫຼັງຈາກນັ້ນປີ 2011 ເປັນຕົ້ນມາໄດ້ປັບປຸງ 2 ກົດໝາຍ ກົດໝາຍ ວ່າດ້ວຍມາດຕະຖານ ແລະ ກົດໝາຍ ວ່າດ້ວຍການວັດແທກ ເພື່ອໃຫ້ສອດຄ່ອງກັບລະບຽບການຂອງສາກົນແນ່ໃສ່ເພື່ອຮັບປະກັນສິດຜົນປະໂຫຍດຂອງສັງຄົມເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກໃນການສ້າງຊັບພະຍາກອນມະນຸດແນໃສ່ສືບຕໍ່ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດພື້ນຖານດ້ານວິທະຍາສາດເຕັກນິກໃຫ້ແກ່ທ້ອງຖິ່ນຄຽງຄູ່ກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາທ້ອງຖິ່ນພ້ອມດຽວກັນນັ້ນກໍ່ໃຫ້ສາມາດເຄື່ອນໄຫວທາງດ້ານມາດຕະຖານ ແລະ ວັດແທກ ພາຍໃນທ້ອງຖິ່ນ ການກວດສອບອຸປະກອນວັດແທກປະເພດຕ່າງໆເຊັ່ນ: ຊິງຊັ່ງ, ໝໍ້ນັບໄຟຟ້າ, ໝໍ້ນັບນ້ຳປາປາ, ສິນ ຄ້າ ຫຸ້ມ ຫໍ່….ໂດຍແມ່ນພະແນກອຸດ ສາ ຫະ ກຳ ແລະ ການຄ້າ ຂະແໜງຊັບສິນທາງປັນຍາມາດຕະຖານ ແລະ ວັດແທກຢູ່ທ້ອງຖິ່ນສາມາດເຄື່ອນໄຫວສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ກໍ່ຄືການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນໃຫ້ນັບມື້ນັບດີຂື້ນເທື່ອລະກ້າວ.

LEAVE A REPLY

Please enter your comment!
Please enter your name here