ຮັບເອົາມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ

0
76

 

ອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ. ພິທີດັ່ງກ່າວຈັດຂຶ້ນໃນຕອນແລງ ວັນທີ 30 ເມສາ 2019 ຢູ່ທີ່ສະຖາບັນການຄຸ້ມຄອງ ວິທະຍາສາດ ແລະ ເຕັກໂນໂລຊີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ).

ໃນພິທີດັ່ງກ່າວ, ສະຫາຍ ສຸມານະ ຈຸລາມະນີ, ຄະນະພັກກະຊວງ, ເລຂາໜ່ວຍພັກ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ຂຶ້ນຜ່ານມະຕິຕົກລົງຂອງອົງຄະນະພັກກະຊວງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 3 ສະຫາຍ ຍິງ 2 ສະຫາຍ. ຫຼັງຈາກນັ້ນ, ບັນດາສະຫາຍເລຂາໜ່ວຍພັກທັງ 6 ໜ່ວຍພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະພັກ ກວຕ ວ່າດ້ວຍການເຫັນດີອະນຸມັດເລື່ອນ ສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກສົມບູນ ຈຳນວນ 21 ສະຫາຍ, ຍິງ 10 ສະຫາຍ ໃນນັ້ນມີໜ່ວຍພັກຫ້ອງການ 1 ສະຫາຍ, ໜ່ວຍພັກກົມມາດຕະຖານ ແລະ ວັດແທກ 5 ສະຫາຍ ຍິງ 2 ສະຫາຍ, ໜ່ວຍພັກ ກົມກວດກາ 4 ສະຫາຍ ຍິງ 1 ສະຫາຍ, ໜ່ວຍພັກ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ 4 ສະຫາຍ ຍິງ 2 ສະຫາຍ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ 3 ສະຫາຍ ຍິງ 2 ສະຫາຍ ແລະ ໜ່ວຍພັກ ກົມເຕັກໂນໂລຊີ ແລະ ນະວັດຕະກຳ 4 ສະຫາຍ ຍິງ 3 ສະຫາຍ ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ, ມີທັດສະນະຫຼັກໝັ້ນທາງດ້ານການເມືອງແນວຄິດ, ມີຄວາມສາມັກຄີ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງປະກອບສ່ວນເຂົ້າໃນວຽກງານ, ມີເງື່ອນໄຂຖືກຕ້ອງຄົບມາດຖານ ແລະ ເງຶ່ອນໄຂຂອງການເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ໃນໂອກາດດັ່ງກ່າວ, ສະຫາຍ ເລຂາຄະນະພັກ ກວຕ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ສະມາຊິກພັກໃນຄັ້ງນີ້ ແລະ ສະແດງຄວາມຍິນດີຮັບເອົາທັງໝົດບັນດາສະຫາຍເຂົ້າເປັນສະມາ ຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ. ສະຫາຍຍັງໄດ້ໃຫ້ຄຳເຫັນຕໍ່ສະມາຊິກພັກທັງເກົ່າ ແລະ ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າວຽກຂອງຕົນ, ມີສະຕິຕໍ່ການຈັດຕັ້ງສູງ, ຢຶດໝັ້ນ ແລະ ເປັນເອກະພາບຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ, ປະກອບສ່ວນຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ນັບມື້ນັບຈະເລີນກ້າວໜ້າ.
ເຂົ້າຮ່ວມຮ່ວມໃນພິທີຄັ້ງນີ້ ມີສະຫາຍໃນຄະນະພັກກະຊວງ, ບັນດາເລຂາ, ຮອງເລຂາໜ່ວຍພັກຂອງຫ້ອງການ, ບັນດາກົມ, ສະຖາບັນອ້ອມຂ້າງກະຊວງ, 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາກສ່ວນທີ່ກ່ຽວຂ້ອງ.

 

LEAVE A REPLY

Please enter your comment!
Please enter your name here