ລະບຽບ​ການທາງດ້ານເຕັກນິກ

ລະບຽບການດ້ານເຕັກນິກ ແລະ ມາດຕະຖານ ໄດ້ແຍກລັກສະນະ​ພິ​ເສດຂອງຜະລິດຕະພັນ, ເຊັນ ຂະໜາດ, ຮູບຮ່າງ ການອອກແບບ, ໜ້າທີ່ ​ແລະ ການ​ປະ​ຕິ​ບັດ​ໜ້າ​ທີ່ ​ຫລື ວິທີ​ທີ່​ຜະລິດ​ຕະພັນ​ນັ້ນ​ຖືກ​ຕິດປ້າຍ ຫຼື ຫຸ້ມຫໍ່ ກ່ອນຖືກນຳ​ອອກວ່າງຂາຍ. ໃນບາງກໍລະນີ, ວິທີທີ່ຜະລິດຕະພັນໜຶ່ງ​ຖືກ​ຜະລິດ ສາມາດກະທົບລັກສະນະພິ​ເສດທີ່​ກ່າວ​ມາ​ນັ້ນ ແລະ ມັນອາດພິສູດ​ໃຫ້​ເຫັນ​ວ່າ ການ​ຮ່າງ​ລະບຽບ​ການ​ດ້ານ​ເຕັກນິກ ​ແລະ ມາດຕະຖານ ​ໂດຍ​ອີງ​ໃສ່​ ຂັ້ນ​ຕອນ​ການ​ຜະລິດ ​ແລະ ວິທີການຜະລິດ ​​ຫລາຍ​ກວ່າລັກສະນະພິ​ເສດ​ຂອງ​ມັນ ​ແມ່ນ​​ມີ​ຄວາມເໝາະ​ສົມ​ກວ່າ.

ຄວາມ​ແຕກ​ຕ່າງ​ລະ​​ວ່າງ ມາດ​ຖານ​ລວມ ​ແລະ ລະບຽບ​ການດ້ານ​ເຕັກ​ນິກ

 

ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ມາດ​ຕະຖານ​ ​ແລະ ລະບຽບການ​ດ້ານເຕັກນິກ  ແມ່ນ​​ອີງ​ຕາມ​ລະບຽບກົດໝາຍ.​ໃນ​ຂະ​ນະທີ່  ​ການປະຕິບັດ​ຕາມ ມາດ​ຕະຖານ​ແມ່ນ​ແບ​ບສະໝັກ​​ໃຈ, ​​ລະ​ບຽບການດ້ານ​ເຕັກນິກ​ ​ໂດຍ​ຈຳ​ແນ​ກລັກສະນະ​ແມ່ນ​ເປັນແບບ​ບັງຄັບ ​ແລ​ະ ​​ມີຖືກ​ຜັກ​ດັນ​ດ້ວຍກົດໝາຍ. ມາດ​ຕະຖານ​ລວມ ​ແລະ ລະບຽບ​ການດ້ານ​ເຕັກນິກ​ແມ່ນມີຜົນ​ສະ ທ້ອນທີ່ແຕກຕ່າງກັນ ​ຕໍ່​ການ​ຄ້າ​ສາກົນ​. ຖ້າວ່າ ສິນ​ຄ້າ​ນຳ​ເຂົ້າ​ບໍ່ປະຕິບັດຕາມ​ເງື່ອນ​ໄຂ​ທີ່​ໄດ້​ລະບຸ​ໄວ້​ໃນ ລະບຽບ​ການ​ດ້ານເຕັກ​ນິກ ສິນ​ຄ້າ​ເຫລົ່າ​ນັ້ນ ຈະບໍ່ໄດ້ຮັບອະນຸຍາດ​ໃຫ້ເຂົ້າສູ່ຕະຫຼາດ. ໃນກໍລະນີ ມາດຕະຖານສິນ​ຄ້າ​ນຳ​ເຂົ້າບໍ່ສອດຄ່ອງຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າສູ່​ຕະຫຼາດ, ​ເຊີ​່ງອາດ​​ມີ​ຜົນ​ກະທົບຕໍ່ສ່ວນແບ່ງຕະຫຼາດຂອງພວກເຂົາ ​ໃຫ​້ຜູ້​ຊົມ​ໃຊ້​ເລືອກ​ສິນ​ຄ້າ​ທີ່​ສອດຄ່ອງກັບ​ມາດຕະຖານ​ພາຍ​ໃນ​ເທົ່າ​ ນັ້ນເຊັ່ນ:  ຄຸ​ນນະພາ​ບ ຫຼື ມາດຕະຖານ​ຂອງ​​​ສີ ທ່ີໃຊ້ກັບ​ແຜ່ນ​ແພ ​ແລະ ເຄື່ອງນຸ່ງຫົ່ມ.ຄວາມ​ແຕກ​ຕ່າງ​ລະ​​ວ່າງ ມາດ​ຖານ​ລວມ ​ແລະ ລະບຽບ​ການດ້ານ​ເຕັກ​ນິກ