ການ​ປະ​ເມີນ​ຄວາມ​ສອດ​ຄ່ອງ

ການ​ປະ​ເມີນ​ຄວາມ​ສອດຄ່ອງ​ແມ່ນວິທີ​ການ​ທີ່​ຖືກ​ຍອມຮັບໃນ​ທົ່ວ​​ໂລກ​ ​ເພື່ອ​ຊີ້​ໃຫ້​ເຫັນວ່າ​​​ເງື່ອນ​ໄຂ​ທີ​່ກຳນົດ​ລະອຽດ ທີ່​ພົວພັນ​ເຖິງ​ສິນຄ້າ, ຂະ​ບວນການ​ຜະລິດ, ລະບົບ​ການ​ຜະລິດ ຫລື ບຸກຄົນ ແມ່ນ​ປະຕິບັດ​ຕາມລະບຽບ​ທີ່​ວາງ​ອອກ, ຊຶ່ງ​ຊີ້​ໃຫ້​ເຫັນ​ວ່າ​ລະບຽບ​ກົດ​ໝາຍ​ໄດ້​ຮັບ​ການຈັດຕັ້ງປະຕິບັດ , ການ​ປະ​ເມີນ​ຄວາມ​ສອດຄ່ອງມີ​ບົດບາດ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ຄ້າ.

ຈຸດປະສົງ​ຂອງ​ການ​ປະ​ເມີນ​ຄວາມ​ສອດ​ຄ່ອງ​ແມ່ນ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ ໃຫ້​ແກ້​ຜູ້ນຳໃຊ້​ວ່າ ​ເງື່ອນ​ໄຂ​ນຳ​ໃຊ້​ຕໍ່ສິນຄ້າ, ການ​ບໍລິການ, ​ແລະ ລະບົບ​ການ​ຜະລິດ ​ແມ່​ນສາມາ​ດປະຕິບັດ​ໄດ້. ຄວາມ​ເຊື່ອ​ໝັ້ນ​ດັ່ງກ່າວ  ​ໃນ​ທາງ​ກັບ​ກັນ ປະກອບ​ສວ່ນ​ໂດຍ​ກົງ ​ໃນ​ການ​ຍອມຮັບສິນຄ້າ​, ການ​ບໍລິການ, ແລະ ລະບົບ​ການ​ຜະລິດ ​ເຫລົ່ານັ້ນພາຍໃນ​ຕະຫຼາດ. ຄວາມ​ເຊື່ອ​ໝັ້ນຂອງ ຜູ້​ນຳ​​ໃຊ້​ສາມາດ ​ໄດ້ຈາກ​ການ​ຮ່ວມມືລະຫ​ວ່າງ​ ພາກ​ສ່ວນປະ​ເມີນ​ຄວາມ​ສອດ​ຄ່ອງ ​ແລະ /ຫລື ພາກສ່ວນທີ່ຖືກ​ຮັບ​ຮູ້, ເຊິ​່ງ ມີ​ການ​ຍອມຮັບ​ທັງ​ສອງ​ຝ່າຍ ​ແລະ ມີ​ການ​ສົ່ງ​ເສີມທຸກໆ​ວຽກ​ງານຂອງ​ຜູ້​ມີ​ສ່ວນ​ຮ່ວມ​ຢູ່​ຕາມ​​ຊາຍ​​ແດນ. ຂັ້ນຕອນການ​ດຳ​ ເນີ​ນການ​ປະ​ເມີນ​ຄວາມ​ສອດຄ່ອງ ​ແມ່ນຂະ​ບວນການ​ທາງ​ດ້ານເຕັກນິກ ເຊັ່ນ: ການ​ທົດ​ສອບ, ການ​ສຳ​ຫຼວດ, ການກວດ​ສອບ, ການ​ພິສູດ, ​ແລະ ການ​ຮັບຮອງ​ເອົາການຢັ້ງຢືນ​ວ່າ ສິນ​ຄ້າ​ນັ້ນຖືກ​ຕ້ອງຕາມ​ເງື່ອນ​ໄຂ ລະ​ບຽບການ ແລະ ມາດຕະ ຖານ ທີ່​ວາງ​ໄວ້​.