ສິ່ງ​ກີດຂວາງດ້ານ​ເຕັກນິກ​ຕໍ່​ການ​ຄ້າ

ສປປ ລາວ ພະຍາຍາມ​​ປະຕິບັດ​ຕາມ ສັນຍາຂ​ອງອົງການ​ການ​ຄ້າ​ສາ​ກົນ (WTO agreement) ວ່າ​ດ້ວຍ ສິ່ງກີດ ຂວາງ​ດ້ານ​ເຕັກນິກ​ຕໍ່​ການ​ຄ້າ ຫຼື ສັນຍາ TBT ຊຶ່ງຖືກ​ອອກ​ແບບມາ ເພື່ອ​ຮັບປະກັນວ່າ ລະບຽບການ​ທາ​ງ​ດ້ານເຕັກ​ນິກ, ມາດ​ຕະຖານ​ລວມຕໍ່​ການ​ຄ້າ ​ແລະ ຂັ້ນຕອນການການ​ປະ​ເມີນ​ຄວາມ​ສອດຄ່ອງ​ ​ບໍ່​ສ້າງສ່ິງ​ກີດ​ຂວາງ​ທີ່​ບໍ່​ຈ​ຳ​ເປ້​ນຕໍ່​ການ​ຄ້າ​.

ລະບຽບ​ການ​ດ້ານ​ເຕັກນິກ, ມາດ​ຕະຖານ​ ​ແລະ ຂັ້ນຕອນ​ການ​ປະ​ເມີນ​ຄວາມ​ສອດຄ່ອງ​  ​ ໃນແຕ່​ລະ​ປະ​ເທດມີຄວາມແຕກ​ຕ່າງ​ກັນ​ ຕາມປົກກະຕິ ເມື່ອເງື່ອນໄຂເຫລົ່ານັ້ນ ເຄັ່ງຄັດເກີນກ່ວາ​ຄວາມ​ຈຳ​ເປັນ, ​ແລະ ຖືກ​ກຳນົດ​ຕາມ​ອຳ​ເພີ​ໃຈ ຫຼື ມີ​​ການຈຳແນກ ລະຫ​ວ່າງ ຜູ້​ສະໜອງ​ພາຍ​ໃນ ແລະ ຜູ້ນຳເຂົ້າ​ສິນຄ້າ​, ລະບຽບການເຫລົ່ານັ້ນ ສາມາດກາຍເປັນ​ສິ່ງ​ກີດຂວາງ​ຕໍ່​ການ​ຄ້າ.

ສັນຍາ TBT ບໍ່​ໄດ້​ຂັດຂວາງ ​ປະ​ເທດສະມະ​ຊິກ ​ອົງການ​ການ​ຄ້າ​ໂລກ ບໍ່ໃຫ້ນຳໃຊ້ມາດຕະການດ້ານນິຕິກຳ ທີ່ເຫັນວ່າ ເໝາະສົມ ເພື່ອບັນລຸວັດ​ຖຸ​ປະສົງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ເຊັ່ນ​: ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ປະຕິບັດ​ແບບບໍ່​ທ່ຽງທຳ, ປົກ​ປ້ອງ​ສຸ​ຂະ​ພາບ​ ​ແລະ ຄວາມ​ປອດ​ໄພຂອງ​ມະນຸດ, ປົກ​ປ້ອງ​ຊີວິດ ຫລື ສຸຂະພາບ​ຂອງສັດ ຫືຼ ພືດ ​ແລະ ປົກ​ປ້ອງ​ສິ່ງ​ແວດ​ລ້ອມ. ເຖິງ​ຢ່າງ​ໃດ​ກໍ່ຕາມ​ມາດຕະຖານ​ດ້ານ​ນິຕິ​ກຳ ຕ້ອງບໍ່​ສ້າງ​ສິ່ງຈ​ຳກັດຕໍ່ການ​ຄ້າ ເພື່ອບັນລຸເປົ້າ​ໝາຍທີ່​ກ່າວ​ມານັ້ນ.

ພາຍ​ໃຕ້​ສັນຍາ TBT ຂັ້ນຕອນ​ທີ່​ໃຊ້​ເພື່ອພິຈາລະນາ ສິນຄ້າ​ນັ້ນ​ແມ່ນຖືກ​ຕ້ອງຕາ​ມ​ເງື່ອນ​ໄຂ​ຂອງ ມາດ​ຕະຖານ ທີ່​ກ່ຽວຂ້ອງ ຕ້ອງ​​​ເປັນ​ທຳ ​ແລະ ສະ​ເໝີ​ພາບ. ສັນຍາ​ດັ່ງກ່າວ ບໍ່​ຊຸກຍູ້​ວິທີ​ການ​ໃດໆ​ທີ່​ເຮັດ​ໃຫ້​ສິນຄ້າ​ທີ່​ຜະລິດ​ພາຍ​ໃນ ມີ​ຂໍ້ໄດ້ປ​ຽບ ທາງ ດ້ານການ​ປະຕິບັດ​ທີ່​ບໍ່​ເປັນ​ທຳ.

 

ພ້ອມ​ນັ້ນ, ສັນຍາ TBT ຍັງ​​ໄດ້ກຳນົດ​ວິທີ​ປະຕິບັດ ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ທັງ ອົງ​ກອນລັດ ​ແລະ ອົງ​ກອນ​ທ່ີ​ບໍ່​ຂຶ້ນກັບ​ລັດ ຖະບານ ຫລື ກຸ່ມ​ອຸດສາຫະກຳ ​ເພື່ອ​ກະກຽມຮັບຮອງ ​ແລະ ນຳ​ໃຊ້​ມາດຕະຖານແບບ​ສະມັກ​​ໃຈ​. ມີ​ເກືອບ 200 ພາກສ່ວນທີ່ ​​ຕັ້ງ ມາດ​ຕະມາດ​ຖານໃນທົ່ວ​ໂລກ, ນຳ​ໃຊ້​ວິທີ​ການ​ດັ່ງກ່າວ.

ຜູ້​ຜະລິດສິນຄ້າ ​ແລະ ຜູ້ສົ່ງ​ອອກ​ສິນ​ຄ້າ ຈຳ​ເປັນ​ຕ້ອງ​ໄດ້​ຮູ້​ເງື່ອນ​ໄຂ​ທາງ​ດ້ານເຕັກ​ນິກລ້າ​ສຸດ​ໃດ ທີ່​ພວກ​ເຂົາ​ນຳ​ໃຊ້​ຢູ່ ​ໃນຕະຫຼາດ​ດັ່ງກ່າວ. ເພື່ອ​ຊ່ວຍ, ຮັບປະກັນ​ວ່າ​ຂໍ້​ມູນ​ນີ້ ມີ​ພ້ອມ ​ແລະ ມີ​ໄວ້​ໃຫ້​ແກ່ສະມະຊິກ ອົງການ​ການ​ຄ້າ​ໂລກ ທັງ​ໝົດ​ຕ້ອງ​ສ້າງຕັ້ງຈຸດສ​ອບຖາມ​ຂ້ໍ​ມູນ​ແຫ່ງ​ຊາດ  ກ່ຽວ​ກັບຈຸດສ​ອບຖາມ TBT ນີ້ ສາມາດ​ຄົ້ນພົບ​ຢູ່​ໃນທີ່ນີ້ທີ່​ນີ້.

ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ ​ແລະ ສັນຍາ TBT ສະບັບ​ຄົບ​ຊຸດແມ່ນ ສາມາດ ​ເບິ່ງ​ໄດ້ ທີ່ ​ເວັບ​ໄຊຂອງອົງການ​ການ​ຄ້າ​ໂລກ (ກະລຸນາ ກົດທີ່ນີ້ເພື່ອເບິ່ງ ) ກົດທີ່ນີ້ ຖ້າ​ທ່ານຕ້ອງການ—ເບິ່ງ ຫລື ດາວ​ໂຫລ​ດ ສັນຍາ TBT ສະບັບ​ເປັນ​ພາສາ​ລາວ.