ໜັງສືແຈ້ງຕອບ
ເລື່ອງ: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປະຈຳໄຕມາດ I (ເດືອນມັງກອນ ຫາ ເດືອນມີນາ) ປີ 2026 ແລະ ທິດທາງແຜນການປະຈຳໄຕມາດ II (ເດືອນເມສາ ຫາ ເດືອນມິຖຸນາ) ປີ 2026.
ເລື່ອງ: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປະຈຳໄຕມາດ I (ເດືອນມັງກອນ ຫາ ເດືອນມີນາ) ປີ 2026 ແລະ ທິດທາງແຜນການປະຈຳໄຕມາດ II (ເດືອນເມສາ ຫາ ເດືອນມິຖຸນາ) ປີ 2026.
ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ. ວັນທີ 06 ຫາ 08/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ໄດ້ທັງໝົດ 20ປ້້ຳ ແລະ 1ສາງ. ຢູ່ເຂດເມືອງ ບໍລິຄັນ ຈຳນວນ 4 ປໍ້າ, ເມືອງ ປາກຊັນ ຈຳນວນ 6 ປໍ້າ,1 ສາງ, ເມືອງ ປາກກະດິງ 8 ປຳ້, ເມືອງປາກງື່ມ 1 ປໍ້າ ແລະ
ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ. ວັນທີ 05/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ຢູ່ເຂດ ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ຈຳນວນ 2 ປຳ້ ແລະ ເມືອງ ທ່າພະບາດ ຈຳນວນ 6 ປຳ້ ດັ່ງນີ້: ຜ່ານການກວດກາຄຸນນະພາບຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ແມ່ນຢູ່ໃນເກນຄ່າມາດຕະຖານແຫ່ງຊາດ ທີ່ກຳນົດໄວ້. ຜ່ານການກວດກາ ບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງ
ໃນວັນທີ 03 ເມສາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຮັບຮອງຮ່າງມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນເຊື້ອໄຟ ແລະ ອາຍແກັສ 02 ສະບັບ ແລະ ດ້ານຜະລິດຕະພັນກະສິກຳ ຈຳນວນ 04 ສະບັບ. ກອງປະຊຸມໄດ້ໄຂຂຶ້ນທີ່ໂຮງແຮມຄຣາວພາຊ່າ ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ລວມທັງໝົດ 40 ເຂົ້າຮ່ວມ. ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 06 ສະບັບ ເຊິ່ງປະກອບມີມາດຕະຖານ ດັດແກ້ 01 ສະບັບ ແລະ ສ້າງໃໝ່ 05 ສະບັບ
ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເປີດກວ້າງ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ). ໃຫ້ກຽດເປັນປະທານຂອງທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີຜູ້ເຂົ້າຮ່ວມຈາກບັນດາແຂວງພາກເໜືອ (ທາງອອນລາຍ), ພ້ອມດ້ວຍຂະແໜງການກ່ຽວຂ້ອງ ວັນທີ 31 ມີນາ 2026. ຈຸດປະສົງຫຼັກຂອງການປັບປຸງກົດໝາຍວັດແທກໃນຄັ້ງນີ້ ແມ່ນເພື່ອ: – ປັບປຸງເນື້ອໃນ ໃຫ້ສອດຄ່ອງກັບມາດຕະຖານສາກົນ ໂດຍສະເພາະ ມາດຕະຖານ ISO, IEC ແລະ ຂໍ້ກຳນົດຂອງອົງການວັດແທກສາກົນ (BIPM, OIML). ນີ້ຈະຊ່ວຍເພີ່ມຄວາມເຊື່ອໝັ້ນໃນການຄ້າ ແລະ ອຳນວຍຄວາມສະດວກໃນການເຂົ້າສູ່ຕະຫຼາດສາກົນ. – ກຳນົດບົດບາດ, ໜ້າທີ່ຂອງອົງການຄຸ້ມຄອງວຽກງານວັດແທກແຕ່ລະຂັ້ນໃຫ້ຊັດເຈນຂຶ້ນ ເປັນພິເສດ ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ໃນການດຳເນີນວຽກງານກວດທຽບ, ກວດຄືນ ແລະ ຢັ້ງຢືນເຄື່ອງມື
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ນີ້ ໄດ້ຈັດຂຶ້ນໃນຕອນແລ້ງວັນທີ 26 ມີນາ 2026 ທີ່ ໂຮງແຮມລາດຊະວົງ ວັນດ້າ ວີສຕ້າ ນະຄອນຫຼວງວຽງຈັນ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ບໍລິສັດ ສິງກະໂປ ການລົງທຶນ ຈຳກັດ ຕ່າງໜ້າເຊັນໂດຍ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ XU HAIWEN ປະທານ ບໍລິສັດ ສິງກະໂປ ການລົງທຶນ ຈຳກັດ ໂດຍການເຊັນເປັນພະຍານໂດຍ ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ MA LING ປະທານຜູ້ຮ່ວມທືນ
ໃນຕອນເຊົ້າວັນທີ 24 ມີນາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ເພື່ອປຶກສາຫາລື ກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ ສປ. ຈີນ. ກອງປະຊຸມໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ພະແນກມາດຕະຖານແຫ່ງຊາດ ໄດ້ຮ່ວມປະຊຸມ. ຈຸດປະສົງກອງປະຊຸມ ແມ່ນ ເພື່ອປຶກສາຫາລື ກ່ຽວກັບ ແຜນການຮ່ວມມື ວຽກງານມາດຕະຖານ ຂອງ ສ ປປ ລາວ ກັບ ສະຖານບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ. ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ຂອບເຂດການຮ່ວມມື ສຶກສາ, ຄົ້ນຄວ້າ, ທຳຄວາມເຂົ້າໃຈ ແລະ
ໃນລະຫ່ວາງວັນທີ 9-17 ມີນາ 2026, ສູນກວດສອບຄຸນນະພາບແບບບໍ່ທຳລາຍ, ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄດ້ດຳເນີນການລົງເຜີຍແຜ່, ເກັບກຳຂໍ້ມູນ ພ້ອມທັງ ກວດສອບ ແລະ ຢັ້ງຢືນ ເຄື່ອງກຳເນີດລັງສີ ທາງດ້ານການແພດ ແລະ ເຄື່ອງກຳເນີດລັງສີວິເຄາະວັດຖຸມີຄ່າ ຢູ່ 4 ແຂວງ ຄື: ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໃນການລົງໃນຄັ້ງນີ້ ໂດຍອິງຕາມ ຂໍ້ລົງວ່າດ້ວຍການຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນເຄືອງກຳເນີດລັງສີ ໂດຍສະເພາະ ເຄື່ອງກຳເນີດລັງສີທາງດ້ານການແພດ ແລະ ເຄື່ອງກຳເນີດລັງສີວິເຄາະຄຳ ເພື່ອໃຫ້ການດຳເນີນການຢ່າງຖືກຕ້ອງ ປອດໄພ ແລະ ໂປ່ງໃສ ພ້ອມທັງ ສອດຄ່ອງກັບລະບຽບການ ແລະ ມາດຕະຖານກຳນົດ ໃນການລົງຄັ້ງນີ້ໄດ້ເນັ້ນໃສ່ ການປະເມີນສະພາບການນຳໃຊ້ເຄື່ອງມືໃຫ້ມີຄວາມຖືກຕ້ອງຊັດເຈນ,
ໃນວັນທີ 12-13 ມີນາ 2026, ກົມມາດຕະຖານ ແລະ ວັດແທກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານມາດຕະຖານ ແລະ ວັດແທກ ໃຫ້ແກ່ພະນັກງານພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງພາຍໃນແຂວງຈຳປາສັກ, ຢູ່ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງຄໍາ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ. ກອງປະຊຸມໃນຄັ້ງນີ້ ມີວິທະຍາກອນ ຈາກກົມມາດຕະຖານ ແລະ ວັດແທກ, ພະນັກງານວິຊາການຂະແໜງມາດຕະການ ແລະ ວັດແທກ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ,