ກົມມາດຕະຖານ ແລະ ວັດແທກ,​ ພະແນກປົກປ້ອງຜູ້ຊົມໃຊ້ ລົງກວດກາຄຸນນະພາບ ແລະ ບໍລິມາດ ຫົວຈ່າຍປ້ຳນ້ຳມັນເຊື້ອໄຟ ທີ່ແຂວງອັດຕະປື

0
79

ໃນວັນທີ 22-31 ມີນາ 2019 ກົມມາດຕະຖານ ແລະ ວັດແທກ, ພະແນກ ປົກປ້ອງຜູ້ຊົມໃຊ້ ຮ່ວມກັບພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ອັດຕະປຶ ໄດ້ລົງກວດຄຸນນະພາບ ແລະ ບໍລິມາດ ຫົວຈ່າຍປ້ຳນໍ້າມັນເຊື້ອໄຟ ປະຈໍາປີ 2019

ຕາມປໍ້າຈໍາໜ່າຍ ແລະ ສາງນໍ້າມັນ ພາຍໃນແຂວງ ອັດຕະປື ມີປໍ້ານໍ້າມັນທັງໝົດ 37 ປໍ້າ , ມີ 2 ສາງ ແລະ ມີ 218 ຫົວຈ່າຍ, ຜ່ານການລົງກວດກາຕົວຈິງເຫັນວ່າແຕ່ລະປ້ຳແມ່ນໄດ້ຕາມມາດຕະຖານທີ່ກຳນົດໄວ້ ການລົງກວດກາຄັ້ງນີ້ ເພື່ອເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນ, ຢຸດຕິທໍາ ແລະ ໂປ່ງໃສ ທັງເປັນການປົກປ້ອງຜູ້ຊົມໃຊ້ ກໍ່ຄືຜູ້ສະໜອງ ໃຫ້ໄດ້ຮັບຄວາມຢຸດຕິທໍາ ທັງເປັນການປະກອບສ່ວນໃນການສ້າງສາປະເທດຊາດ.

LEAVE A REPLY

Please enter your comment!
Please enter your name here