ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງ ຊາດ ເກັບກຳຕົວຢ່າງ ຜະລິດຕະພັນເຫຼັກເສັ້ນຈາກໂຮງງານ

0
80

ໃນວັນທີ 28 ກຸມພາ 2019, ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ກົມການຄ້າພາຍໃນ, ກົມຂາ ເຂົ້າ-ສົ່ງອອກ,

ກະຊວງອຸດສາຫະກຳ ແລະ ການຄ້າ; ກົມນິຕິ ກໍາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ; ກົມກວດກາລັດທ້ອງຖິ່ນ, ອົງການກວດກາລັດ ຖະບານ; ລັດວິສາຫະກິດສຳຫຼວດອອກແບບ ແລະ ວິໄຈວັດສະດຸກໍ່ສ້າງ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມ ແລະ ເກັບກຳ ຕົວຢ່າງຜະລິຕະພັນ ເຫຼັກ ເສັ້ນຈາກໂຮງງານ ແລະ ຕົວແທນຈຳໜ່າຍ ເພື່ອປະເມີນຄືນດ້ານຄຸນນະພາບໃຫ້ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງຢູ່ນະຄອນ ຫຼວງວຽງຈັນ.

ທ່ານ ກິຕ້າ ສີປະເສີດ, ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກໃຫ້ຮູ້ວ່າ: ກົມມາດຕະຖານ ແລະ ວັດແທກ ແມ່ນໜ່ວຍງານຂອງລັດທີ່ຂຶ້ນກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງໄດ້ດໍາເນີນການກວດກາຄຸນນະພາບວັດສະດຸກໍ່ສ້າງທີ່ນໍາເຂົ້າມາຈໍາໜ່າຍ ແລະ ຜະລິດຢູ່ໃນ ສປປ ລາວ, ການກວດກາຄຸນນະ ພາບແມ່ນອີງໃສ່ມາດຕະຖານແຫ່ງຊາດໂດຍໃຫ້ສອດຄ່ອງກັບມາດຕະຖານພາກພື້ນ ແລະ ສາກົນ, ເພື່ອໃຫ້ສອດຄ່ອງ ກັບຄວາມຕ້ອງການໃນການພັດທະນາເສດຖະ ກິດຂອງລາວ, ຊຸກຍູ້ການກໍານົດ ແລະ ປັບປຸງມາດຕະຖານຜະລິດຕະພັນຂອງລາວໃຫ້ສົມບູນ, ຊຸກຍູ້ການພັດທະນາອຸດສາຫະກໍາການບໍລິການໃນການກວດກາຄຸນ ນະພາບຜະລິດຕະພັນວັດສະດຸກໍ່ສ້າງຢູ່ລາວ, ເພື່ອຊຸກຍູ້ຜະລິດຕະພັນລາວ ແລະ ທັງເປັນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ຊຸກຍູ້ ການສົ່ງອອກຜະລິດ ຕະພັນລາວ, ຍົກສູງຄວາມສາມາດໃນການແຂ່ງຂັນ, ຮັບປະກັນຄຸນນະພາບຂອງຜະລິດຕະພັນ, ຮັບປະກັນຄວາມປອດໄພຂອງຜູ້ອຸປະໂພກ ແລະ ຜູ້ບໍລິໂພກ.

ທ່ານຍັງໃຫ້ຮູ້ອີກວ່າ: ເພື່ອເປັນການຕອບສະໜອງນະໂຍບາຍຂອງລັດຖະບານ ໃນການສ້າງພື້ນຖານໂຄງລ່າງ ດ້ານຄຸນນະພາບແຫ່ງຊາດ, ສະໜອງການບໍລິການ ການກວດກາ ຄຸນນະພາບວັດສະດຸກໍ່ສ້າງໃຫ້ກັບສັງຄົມ, ເພີ່ມລາຍຮັບແຫ່ງຊາດລາວ, ສ້າງລາຍໄດ້ໃຫ້ລັດຖະບານ ຈາກການເກັບຄ່າທຳນຽມ, ການກວດກາຄຸນນະພາບ ແລະ ການບໍລິການອື່ນໆທີ່ ກ່ຽວຂ້ອງ, ຮັບປະກັນຄຸນນະພາບຂອງຜະລິດຕະພັນ, ຮັບປະກັນຄວາມປອດໄພຂອງປະຊາຊົນ, ປັບປຸງລະບົບມາດຕະຖານຂອງຜະລິດຕະພັນ ໃຫ້ສົມບູນ ແລະ ສອງຄ່ອງກັບພາກພື້ນ ແລະ ສາກົນ, ຍົກສູງຄຸນນະພາບຂອງຜະລິດຕະພັນພາຍໃນ, ໃຫ້ສາມາດແຂ່ງຂັນກັບສິນຄ້ານໍາເຂົ້າ, ສົ່ງເສີມການສົ່ງອອກຜະລິດ ຕະພັນລາວ ແລະ ສາມາດສົ່ງໄປແຂ່ງຂັນກັບສິນຄ້າໃນ ຕະຫຼາດສາກົນໄດ້, ຊ່ວຍປົກປ້ອງ ຜົນປະໂຫຍດຂອງລັດ ແລະ ປະຊາຊົນ, ປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ນໍາໃຊ້ສິນ ຄ້າທີ່ດີ, ມີຄຸນນະພາບ, ລາຄາຍຸດຕິທໍາ, ຊ່ວຍກໍ່ສ້າງພະນັກງານ, ບຸກຄະລາກອນ ດ້ານການກວດກາຄຸນນະພາບໃຫ້ມີຄວາມສາມາດ ແລະ ເປັນທີ່ຍອມຮັບທັງສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້, ໃນວຽກງານການກວດສອບ ແລະ ຢັ້ງຢືນຄຸນນະ ພາບຜະລິດຕະພັນວັດສະດຸກໍ່ສ້າງ ແລະ ສະກັດກັ້ນການນຳເຂົ້າຜະລິດຕະພັນ ທີ່ບໍ່ໄດ້ຄຸນນະພາບ.

ການລົງຢ້ຽມຢາມ ແລະ ເກັບກຳຕົວຢ່າງຜະລິດຕະພັນໃນຄັ້ງນີ້ ນໍາໂດຍ ທ່ານ ກິຕ້າ ສີປະເສີດ, ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ ພ້ອມ ດ້ວຍຜູ້ຕາງໜ້າຈາກພາສ່ວນທີ່ກ່ຽວຂ້ອງ ຊຶ່ງໄດ້ລົງຢ້ຽມຢາມບັນດາໂຮງງານຕ່າງໆ ເຊັ່ນ: ໂຮງງານ ຄຳຮຸ່ງໄຊຈະເລີນ ອຸດສາຫະກຳເຫຼັກ ຈຳກັດ, ບໍລິສັດ ລາວ-ຈີນ ເຫຼັກ ການຄ້າຕົວແທນ ຈຳກັດ ແລະ ບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈຳກັດ.

ທັງນີ້ກໍເພື່ອເກັບກໍາເອົາຕົວຢ່າງເຫຼັກຈາກບໍລິສັດ-ໂຮງງານ ດັ່ງກ່າວ ເພື່ອປະເມີນຄືນດ້ານຄຸນນະພາບໃຫ້ສອດຄ່ອງກັບລະບຽບການດ້ານມາດຕະຖານທີ່ໄດ້ກໍານົດ ໄວ້.

LEAVE A REPLY

Please enter your comment!
Please enter your name here