ສູນວັດແທກ ລົງກວດທຽບຊິງຊັ່ງສາຍພານລຳລຽງ ຖ່ານຫີນຂອງໂຮງງານໄຟຟ້າຫົງສາ

0
78

ເນື່ອງຈາກວ່າປະຈຸບັນ ການນຳໃຊ້ຊິງຊັ່ງຂອງໂຮງງານໄຟຟ້າຫົງສາແມ່ນໄດ້ຄົບຕາມກຳນົດການກວດທຽບໃນຄັ້ງທີຜ່ານມາແລ້ວ ດັ່ງນັ້ນໃນວັນທີ 24-25 ກຸມພາ 2019 ທີ່ຜ່ານມານີ້ ທາງສູນວັດແທກ ທີ່ຂື້ນກັບ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ດໍາເນີນການກວດທຽບອິກຄັ້ງ ເພື່ອຮັບປະກັນຄວາມຖືກຕ້ອງຂອງໜ່ວຍຊິງ, ການຄວບຄຸມການຜະລິດໄຟຟ້າໃນໂຮງງານດັ່ງກ່າວໃຫ້ຖືກຕ້ອງຕາມປະລິມານທີ່

ຕ້ອງການ ແລະ ເພື່ອໃຫ້ສອດຄ່ອງຕາມລະບຽບຫຼັກການຂອງການສອບທຽບພ້ອມກັບເຊື່ອມໂຍງໄປຫາຫົວໜ່ວຍວັດແທກສາກົນ ແລະ ຖືກຕ້ອງຕາມລະບຽບການທີ່ກຳນົດໃວ້ ຢູ່ ສປປ ລາວ, ພາກພື້ນ ແລະ ສາກົນ.

ສຳລັບວິທີການ ແລະ ມາດຕະຖານທີ່ນຳໃຊ້ເຂົ້າໃນການລົງກວດທຽບຊິງຊັ່ງດັ່ງກ່າວ ແມ່ນໄດ້ນໍາໃຊ້ຫຼັກການມາດຕະຖານຂອງສາກົນ  (OIML) ຊື່ງເປັນມາດຕະຖານ ວັດແທກ ທາງດ້ານກົດໝາຍຂອງສາກົນທີ່ຍອມຮັບໄດ້ໃນທົ່ວໂລກ ແນໃສ່ເຮັດໃຫ້ການກວດທຽບນີ້ຖືກຕ້ອງຊັດເຈນ, ເຊື່ອຖືໄດ້, ປອດໄພ ແລະ  ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ. ໂດຍໄດ້ນຳໃຊ້ແມ່ແບບນໍ້າໜັກ 20 kg ຈຳນວນ 2 ໜ່ວຍ ເພື່ອວັດທຽບກັບແມ່ແບບນໍ້າໜັກຂອງຊິງຊັ່ງປະເພດສາຍພານ ຂະໜາດ 50 kg ຈຳນວນ 8 ເຄື່ອງ ໃນໂຮງງານແຫ່ງທີ 2 ຂອງໂຮງງານໄຟຟ້າຫົງສາ.

ໂດຍຜ່ານການກວດທຽບຕົວຈີງແລ້ວເຫັນວ່າຊິງຊັ່ງສາຍພານ ຈຳນວນດັ່ງກ່າວ ແມ່ນຍັງຖືກຕ້ອງ ແລະ ຢູ່ໃນເກນທີ່ຍັງຍອມຮັບໄດ້. ສະນັ້ນ, ທາງທີມງານຈື່ງໄດ້ຕິດສະຕິກເກີ ແລະ ລະບຸວັນທີຄົບກຳນົດການສອບທຽບຄັ້ງຕໍ່ໄປ ເພື່ອໃຫ້ທາງໂຮງງານສາມາດກວດສອບຕິດຕາມໄດ້ທັນເວລາ.

ໃນການການລົງກວດທຽບຊິງຊັ່ງໃນຄັ້ງນີ້ ນຳພາໂດຍທ່ານ ເຕຕ້າ ວົງພະຈັນ ຮອງຫົວໜ້າສູນວັດແທກ, ກົມມາດຕະຖານ ແລະ ວັດແທກ ພ້ອມພ້ວຍພະນັກງານວິຊາການ 02 ທ່ານ. ສະຖານທີ່ໂຮງງານຕັ້ງຢູ່ ເມືອງຫົງສາ ແຂວງ ໄຊຍະບູລີ.

LEAVE A REPLY

Please enter your comment!
Please enter your name here