ພິທີປິດການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນຊຸດທີ I ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

0
167

ການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນຊຸດທີ I ໃຫ້ພະນັກງານນຳພາ-ພະນັກງານຫຼັກແຫຼ່ງໃນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຊຶ່ງໄດ້ດຳເນີນມາແຕ່ວັນທີ 19 ກຸມພາ 2018 ແລະ ໄດ້ສຳເລັດລົງວັນທີ 26 ເມສາ 2016 ດ້ວຍຜົນສຳເລັດອັນຈົບງາມ ໃນຕອນແລງຂອງວັນທີ 26 ເມສາ 2018 ກົມຈັດຕັ້ງ ແລະ ພະນັກງານ, ກວຕ ໄດ້ຈັດພິທີປຶດຊຸດຝຶກອົບຮົມດັ່ງກ່າວ ຢູ່ທີ່ຫ້ອງປະຊຸມ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ.​ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ, ມີທ່ານ ປອ ຄຳພັນ ວົງພະຈັນ, ຮອງຫົວໜ້າກົມວິຊາການ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຄະນະພັກ, ຄະນະນຳຂອງກະຊວງ, ບັນດານັກສຳມະນາກອນຈາກຫ້ອງການ, ກົມ ແລະ ສະຖາບັນພາຍໃນ ກວຕ ເຂົ້າຮ່ວມ.

ທ່ານ ນາງ ສຸພາລັກ ສີລາເພັດ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າຫ້ອງການພັກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາລວມການຝຶກອົບຮົມ, ການຝຶກອົບຮົມໃນຊຸດນີ້ປະກອບດ້ວຍເອກະສານ 5 ພາກວິຊາ, 37 ບົດ ພ້ອມທັງໄດ້ສົນທະນາແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງຢ່າງກົງໄປກົງມາ, ດ້ວຍບັນຍາກາດຝົດຟື້ນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງຂອງບັນດາຜູ້ບັນຍາຍທີ່ມາຈາກ ສະຖາບັນການເມືອງການປົກຄອງແຫ່ງຊາດ ແລະ ນັກສຳມະນາກອນ ພາຍໃນ ກວຕ ຊຶ່ງໄດ້ມີຄວາມໝາຍຄວາມສຳຄັນໃຫ້ແກ່ກະຊວງ ເວົ້າລວມ, ເວົ້າສະເພາະແມ່ນ ນັກສຳມະນາກອນທີ່ເຂົ້າຮ່ວມໄດ້ມີການຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງກວ່າເກົ່າ ສຳເລັດຕາມຄາດໝາຍທີ່ວາງໄວ້.

ຫຼັງຈາກຜ່ານບົດສະຫຼຸບການຝຶກອົບຮົມແລ້ວກໍໄດ້ມີການມອບໃບຢັ້ງຢືນການຝຶກອົບຮົມແກ່ນັກສຳມະນາກອນ ທັງໝົດ 35 ທ່ານ, ໂດຍໃຫ້ກຽດມອບໂດຍທ່ານ ປອ ຄຳພັນ ວົງພະຈັນ, ຮອງຫົວໜ້າກົມວິຊາການ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ.

ໃນໂອກາດດຽວກັນ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການຖ່າຍທອດຄວາມຮູ້ໃຫ້ແກ່ນັກສຳມະນາກອນ ແລະ ທ່ານ ຍັງໄດ້ເນັ້ນໃຫ້ບັນດານັກສຳມະນາກອນຈົ່ງນຳເອົາຄວາມຮູ້ຈາກການຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີຂອງຕົນໃຫ້ເກີດປະສິດທິຜົນດີຂື້ນກວ່າເກົ່າ.

LEAVE A REPLY

Please enter your comment!
Please enter your name here