ພະແນກມາດຕະຖານຈັດກອງປະຊຸມ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດັດແກ້ມາດຕະຖານ ນ້ຳມັນແອັດຊັງ ແລະ ນໍ້າມັນກາຊວນ

0
135

ພະແນກມາດຕະຖານ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດັດແກ້ມາດຕະຖານ ນ້ຳມັນແອັດຊັງ ມລ 06-2019 (ສະບັບດັດແກ້ຄັ້ງທີ 2 ) ແລະ ຮ່າງດັດແກ້ມາດຕະຖານນໍ້າມັນກາຊວນ ມລ 07-2019 (ສະບັບດັດແກ້ຄັ້ງທີ 2 )  ໃນຂັ້ນຄະນະກໍາມະການເຕັກນິກແຫ່ງຊາດ, ທີ່ໃຫ້ກຽດເປັນປະທານ ແລະ ດຳເນີນກອງປະຊຸມ ໂດຍ

ທ່ານ ທອງດຳ ຂຸນອຸດົມ ຫົວໜ້າໜ່ວຍງານຄະນະກຳມະການເຕັກນິກແຫ່ງຊາດດ້ານຜະລິດຕະພັນນ້ຳມັນເຊື້ອໄຟ ແລະ ອາຍແກັສ, ມີບັນດາຄະນະກຳມະການເຕັກນິກແຫ່ງຊາດ ແລະ ຜູ້ຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ພະແນກປົກປ້ອງຜູ້ຊົມໃຊ້, ບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອໄຟ, ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດ 35 ທ່ານ.

ເຊີ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ ຫ້ອງປະຊຸມຊັ້ນ 1 ຂອງສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ຫຼັກ14 ໃນວັນທີ 03 ເມສາ 2019 ທີ່ຜ່ານມາ.

ຈຸດປະສົງຂອງການປະຊຸມ ຄັ້ງນີ້ ແມ່ນເພື່ອປຶກສາຫາລື ປະກອບຄຳເຫັນໃສ່ຮ່າງມາດຕະຖານ ໃນການດັດແກ້ມາດຕະຖານນ້ຳມັນແອັດຊັງ ແລະ ມາດຕະຖານນ້ຳມັນກາຊວນ (ສະບັບດັດແກ້ຄັ້ງທີ 2) ໃຫ້ແທດເໝາະ ແລະ ເຂົ້າກັບເງື່ອນໄຂຕົວຈິງ ຂອງຜູ້ປະກອບການໃນການຈັດຕັ້ງປະຕິບັດ ດັ່ງນັ້ນ, ກອງເລຂາຈຶ່ງໄດ້ຄົ້ນຄວ້າ ແລະ ລວບລວມ ຂໍ້ມູນນຳພາກສ່ວນຕ່າງໆທີ່ກ່ຽວຂ້ອງເຊັ່ນ: ຄະນະກຳມະການເຕັກນິກແຫ່ງຊາດດ້ານຜະລິດຕະພັນນ້ຳມັນເຊື້ອໄຟ ແລະ ອາຍແກັດ, ບໍລິສັດທີ່ນຳເຂົ້າ-ຈຳໜ່າຍ, ຜູ້ປະກອບການ ແລະ ຂໍ້ມູນຈາກຫ້ອງແລບ ເພື່ອຄວາມຊັດເຈນ ແລະ ເປັນເອກະພາບກັນ.

ໃນໂອກາດດັ່ງກ່າວ ກອງເລຂາຄະນະກຳມະການເຕັກນິກແຫ່ງຊາດ ໄດ້ລາຍງານສະພາບລວມກ່ຽວກັບຈຸດປະສົງ, ຄວາມຈຳເປັນ ແລະ ບັນຫາຕ່າງໆໃນການດັດແກ້ມາດຕະຖານດັ່ງກ່າວ, ໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ເຊິ່ງໃນປັດຈຸບັນ ສປປ ລາວ ເຮົາເຫັນໄດ້ວ່າ ເກີດມີການໄຫຼວຽນຂອງສິນຄ້າ ແລະ ການບໍລິການລະຫວ່າງປະເທດສະມາຊິກດ້ວຍກັນຢ່າງເສລີ ທັງລະດັບພາກພື້ນກໍ່ຄືສາກົນ. ສະນັ້ນ, ພະແນກມາດຕະຖານ ໃນນາມກອງເລຂາ  ຈຶ່ງໄດ້ຈັດກອງປະຊຸມນີ້ຂື້ນມາເພື່ອປັບປຸງໃຫ້ທັນກັບສະພາບປັດຈຸບັນຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້ ແລະ ຄຸ້ມຄອງຄຸນນະພາບຂອງຜະລິດຕະພັນດັ່ງກ່າວ ໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ເຊິ່ງກອງເລຂາຈະໄດ້ຮວບຮວມການປະກອບຄຳເຫັນ ໃນກອງປະຊຸມຄັ້ງນີ້ເພື່ອມາປັບປຸງໃຫ້ຖືກຕາມຂັ້ນຕອນການສ້າງມາດຕະຖານ, ຫຼັງຈາກນັ້ນຈະໄດ້ລາຍງານຫາສະພາມາດຕະຖານແຫ່ງຊາດເພື່ອສະເໜີຈັດກອງປະຊຸມໃນຄັ້ງຕໍ່ໄປ, ເຊີ່ງກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄີ່ງວັນ.

LEAVE A REPLY

Please enter your comment!
Please enter your name here