ພະແນກປົກປ້ອງຜູ້ຊົມໃຊ້ ກົມມາດຕະຖານ ແລະ ວັດແທກ ໄດ້ຮ່ວມກັບພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສາລະວັນ ໄດ້ລົງກວດກາຄຸນນະພາບ ແລະ ບໍລິມາດຫົວຈ່າຍນ້ຳມັນ ປະຈຳປີ 2019

0
778

ໃນວັນທີ 15-16 ກໍລະກົດ 2019 ພະແນກປົກປ້ອງຜູ້ຊົມໃຊ້ ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮ່ວມກັບພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສາລະວັນ ໄດ້ລົງກວດກາຄຸນນະພາບ ແລະ ບໍລິມາດຫົວຈ່າຍນ້ຳມັນ ປະຈຳປີ 2019 ຕາມປໍ້າຈໍາໜ່າຍ ແລະ ສາງນໍ້າມັນພາຍໃນແຂວງ ສາລະວັນ ມີປໍ້າຈຳໜ່າຍທັງໝົດ 90 ປໍ້າ, ມີສາງນໍ້າມັນ 1 ສາງ ແລະ ມີ 339 ຫົວຈ່າຍ, ເພື່ອຕິດຕາມກວດກາຄຸນນະພາບ ແລະ ບໍລິມາດ ນໍ້າມັນເຊື້ອໄຟຢ່າງເປັນປົກກະຕິ ເພື່ອເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນ, ຢຸດຕິທຳ, ໂປ່ງໃສ ແລະ ທັງເປັນການປົກປ້ອງຜູ້ຊົມໃຊ້ ກໍ່ຄືຜູ້ສະໜອງ ເພື່ອຄວມຄຸມບໍ່ໃຫ້ເອົາລັດເອົາປຽບກັນ ດ້ານຄຸນນະພາບ ແລະ ປະລິມານ ໃຫ້ໄດ້ຮັບຄວາມຢຸດຕິທຳໃນສັງຄົມ.

  http://www.dosm.gov.la/wp-content/uploads/2019/07/2.jpeg

LEAVE A REPLY

Please enter your comment!
Please enter your name here