ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2019 ແລະ ປະກາດການຈັດຕັ້ງຮອງຫົວໜ້າກົມມາດຕະຖານ ແລະ ວັດແທກຄົນໃໝ່

0
300

ເມື່ອວັນທີ 5 ສິງຫາ 2019 ທີ່ຜ່ານມາ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການຈັັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວໃນໄລຍະຜ່ານມາ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ໃຫ້ກຽດເປັນປະທານໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາທ່ານຫົວໜ້າກົມ, ຫ້ອງການ, ສະຖາບັນ ພາຍໃນກະຊວງພ້ອມດ້ວຍພະນັກງານຂອງກົມມາດຕະຖານເຂົ້າຮ່ວມຢ່າງພ້ອມພຽງ

ໃນກອງປະຊຸມ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ໄດ້ຂື້ນຜ່ານບົດສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງກົມໃນໄລຍະ 6 ເດືອນຕົ້ນປີ 2019 ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ ໂດຍສະເພາະບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດສຳເລັດ ແລະ ວຽກງານທີ່ຈະຕ້ອງສືບຕໍ່

ໃນໂອກາດດັ່ງກ່າວ ຍັງໄດ້ມີການປະກາດແຕ່ງຕັ້ງ ທ່ານ ວຽງຄຳ ສິງສອນໄຊ ຫົວໜ້າ ພະແນກ ສັງລວມ ຂື້ນເປັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ເຊີ່ງຮັບກຽດຜ່ານຂໍ້ຕົກລົງໂດຍ ທ່ານ ບຸນປອນ ບົວແພງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກວຕ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະຫາຍ ທີ່ໄດ້ປະຕິບັດໜ້າທີ່ກໍ່ຮ່າງສ້າງຕົນຈົນມີຜົນງານທີ່ພົ້ນເດັ່ນ ໄດ້ຮັບການຄົ້ນຄ້ວາ ຈາກຄະນະພັກຄະນະນຳກະຊວງສະເໜີຕໍ່ກະຊວງພາຍໃນພິຈາລະນາຈົນໄດ້ມີຂໍ້ຕົກລົງແຕ່ງຕັ້ງສະຫາຍຂື້ນເປັນຮອງກົມຄົນ ໃໝ່ ທ່ານ ຍັງໄດ້ໂອ້ລົມຕໍ່ກັບວຽກງານມາດຕະຖານ ແລະ ວັດແທກ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ເຊີ່ງມີທັງຂໍ້ສະດວກ ແລະ ກໍ່ພົບກັບຂໍ້ຫຍຸ້ງຍາກຫຼາຍຢ່າງ ແຕ່ຍັງສາມາດບຸກບືນນຳພາວຽກງານດັ່ງກ່າວໃຫ້ຂະຫຍາຍຕົວຢ່າງແຂງແຮງ ແລະ ສາມາດໄດ້ຮັບໝາກຜົນທີ່ສະຫງ່າງາມ ເຊີ່ງສະແດງອອກໂດຍການໄດ້ຮັບຄວາມຍ້ອງຍໍຈາກສັງຄົມ ເປັນຕົ້ນວຽກງານກວດກາຄຸນນະພາບນໍ້າມັນ, ຄຸນນະພາບສິນຄ້າຕ່າງໆ ທີ່ນຳເຂົ້າມາຈຳໜ່າຍຢູ່ ສປປ ລາວ.

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

 

LEAVE A REPLY

Please enter your comment!
Please enter your name here