ສູນ​ວັດ​ແທກ, ກົມ​ມາດ​ຕະ​ຖານ ແລະ ວັດ​ແທກ ໄດ້​ລົງ​ເຄື່ອນ​ໄຫວ​ກວດ​ສອບ​ປະ​ລິ​ມານ​ທີ່​ບັນ​ຈຸ​ໃນ​ສິນ​ຄ້າ​ຫຸ້ມ​ຫໍ່

0
311

ໃນ​ວັນ​ທີ 7-9 ສິງ​ຫາ 2019, ສູນ​ວັດ​ແທກ, ກົມ​ມາດ​ຕະ​ຖານ ແລະ ວັດ​ແທກ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ລົງ​ເຄື່ອນ​ໄຫວ​ກວດ​ສອບ​ປະ​ລິ​ມານ​ທີ່​ບັນ​ຈຸ​ໃນ​ສິນ​ຄ້າ​ຫຸ້ມ​ຫໍ່ (ປະ​ເພດ ນ້ຳ​ຢາ​ລ້າງ​ຈານກາ​ຊ້າງ​ຄຳ, ນ້ຳ​ຢາ​ເຊັດ​ແວ່ນ, ຢຸ່ທີ່ບໍ​ລິ​ສັດ ວຽງ​ຈັນ​ຈິນຊຽງ ຜະລິດວັດສະດຸການລ້າງ​ ຈຳ​ກັດຜູ້ດຽວ ຕັ້ງຢູ່ ບ້ານ​ດົງ​ນາ​ທອງ​ເມືອງ ​ສີ​ໂຄດ​ຕະ​ບອງ ແຂວງ ​ນະ​ຄອນຫຼວງວຽງ​ຈັນ ແລະ ໝາກຕາວເຊື່ອມບ້ານເກີນ, ສາ​ລີ​ກະ​ປ໋ອງ​ບ້ານ​ເກີນ, ນ້ຳໝາກ​ນັດບ້ານເກີນ ແລະ ຜັກ​ທຽມ​ດອງ​ບ້ານ​ເກີນ ຢູ່​ທີ່​ສາຂາ ບໍ​ລິ​ສັດ ອຸ​ດ​ສາ​ຫະ​ກຳ​ ກະ​ສິ​ກຳ ຈຳ​ກັດ ບ້າ​ນ​ໂພນ​ປ່າ​ເປົ້າ ເມືອງ ​ສີ​ສັດ​ຕະ​ນາກ ແຂວງ​ ນະ​ຄອນຫຼວງວຽງ​ຈັນ, ຊຶ່ງ​ນຳ​ພາ​ການ​ລົງ​ຕິດ​ຕາມກວດ​ສອບ​ໂດຍ​ ທ່ານ ນາງ ຈັນ​ສຸ​ດາ​ ແກ້ວ​ວົງ​ກົດ, ວິ​ຊາ​ການ ສູນ​ວັດ​ແທກ  ພ້ອມ​ດ້ວຍ​ພະ​ນັກ​ງານ​ວິ​ຊາ​ການ​ພາຍ​ໃນ​ສູນ​ອີກ​ 02 ທ່ານ.

ການ​ລົງ​ກວດ​ສອບ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ກວດ​ສອບ​ດ້ວຍ​ການ​ຊັ່ງ​ປະ​ລິ​ມານ​ຄື: ນ້ຳຢາເຊັດແວ່ນ ຂະໜາດ 5000 ml, ນ້ຳ​ຢາ​ລ້າງ​ຈານ ຂະ​ໜາ​ດ 800 ml ,  ແລະ 2000 ml , ນໍ້າໝາກນັດ ບ້ານເກີນ ຂະໜາດ 330 ml, ສາລີກະປ໋ອງ ບ້ານເກີນ ຂະໜາດ 400 ກຼາມ, ໝາກຕາວເຊື່ອມ ບ້ານເກີນ ຂະໜາດ 855 ກຼາມ ແລະ ຜັກທຽມດອງ ຂະໜາດ 1,750 ກຼາມ  ຜ່ານ​ການກວ​ດ​ສອບ​ໃນ​ຄັ້ງ​ນີ້​ເຫັນ​ວ່າ​ບໍ​ລິ​ມາດ​ທີ່​ບັນ​ຈຸ​ແມ່ນ​ໄດ້​ຕາມ​ມາດ​ຕະ​ຖານ​ທີ່​ກຳ​ນົດ​ໄວ້.

ທ່ານ ນາງ ຈັນ​ສຸ​ດາ​ ແກ້ວ​ວົງ​ກົດ ໄດ້​ໃຫ້​ຮູ້​ວ່າ: ການ​ລົງ​ກວດ​ສອບ​ຄັ້ງ​ນີ້ ແມ່ນ​ເພື່ອ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ, ຫຼັກ​ການກວດ​ສອບ​ສິ​ນູ້າ​ຫຸ້ມ​ຫໍ່, ແລະ ມາດ​ຕະ​ການ​ກ່ຽວກັບ​ການ​ຄຸ້ມ​ຄອງ, ກວດ​ສອບ​ຜະ​ລິດ​ຕະ​ພັນ ແລະ ສິ​ນ​ຄ້າ​ຫຸ້ມ​ຫໍ່​ທີ່​ຜະ​ລິດ, ນຳ​ເຂົ້າ, ສົ່ງ​ອອກ ແລະ ຈຳ​ໜ່າຍ​ຢູ່ ສ​ປ​ປ​ລາວ ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ​ທີ່​ກຳ​ນົດ​ໄວ້​ຢູ່ ສ​ປ​ປ​ ລາວ ແລະ ສາ​ກົນ ເພື່ອ​ສ້າງ​ເງື່ອນ​ໄຂ​ອັນ​ສະ​ດວກ​ໃນ​ການ​ຊື້​ຂາຍ, ແນ​ໃສ່​ເຮັ​ດ​ໃຫ້​ສັງ​ຄົມ​ມີ​ຄວາມ​ຍຸດ​ຕິ​ທຳ, ປອດ​ໄພ ແລະ ມີ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ ເຊື່ອມ​ໂຍງ​ກັບຫຼັກ​ການກວດ​ສອບ​ຂອງ​ພາກ​ພື້ນ ແລະ ສາ​ກົນ, ເພື່ອ​ບໍ່​ໃຫ້​ເອົາ​ປຽບ​ກັນ​ລະ​ຫ​ວ່າງ​ຜູ້​ຊື້ ແລະ ຜູ້​ຂາຍ ແລະ ລະ​ຫວ່າງ​ໂຮງ​ງານ​ກັບ​ໂຮງ​ງານ ແນ​ໃສ່​ໃຫ້​ການ​ຊື້​ຂາຍ​ໃນ​ສັງ​ຄົມ ໃຫ້​ມີ​ຄວາມ​ຍຸດ​ຕິ​ທຳ​ບໍ່​ໃຫ້​ເອົາ​ລັດ​ເອົາ​ປຽບ​ກັນ.

LEAVE A REPLY

Please enter your comment!
Please enter your name here