ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ

0
436

ໃນວັນທີ 29 ພຶດສະພາ 2020 ອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຂອງໜ່ວຍພັກກົມມາດຕະຖານ ແລະ ວັດແທກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ,  ເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການເຂົ້າຮ່ວມຂອງບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ຫ້ອງການ, ກົມ ແລະ ສະຖາບັນ, ພ້ອມທັງສະຫາຍຜູ້ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ອ້ອມຂ້າງກະຊວງ ແລະ ສະມາຊິກພັກຂອງກົມມາດຕະຖານ ແລະ ວັດແທກ. ທີ່ຫ້ອງປະຊຸມໃຫຍ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ຫຼັກ 14

ເຊີ່ງໃນພິທີດັ່ງກ່າວ ສະຫາຍ ວຽງທອງ ວົງທະວິໄລ ເລຂາໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 6 ສະຫາຍ ຍິງ 1 ສະຫາຍ ເຊີ່ງມີລາຍຊື່ດັ່ງນີ້:

  1. ສະຫາຍ ຄຳໂງ່ນ ອິນທະວົງ
  2. ສະຫາຍ ອະທິລັດ ມູນມາລີ
  3. ສະຫາຍ ອໍລະຊຸນ ມະນີ
  4. ສະຫາຍ ວັນນະກອນ ຕົ້ນແພງ
  5. ສະຫາຍ ນ ທັດສະພອນ ຄຳພູວັນ
  6. ສະຫາຍ ຈິດຕາ ສົມພອນທັນນະດາ
  7. ສະຫາຍ ສຸກສັນຕິ ແພງສະຫວັນ

ໂອກາດດັ່ງກ່າວ ສະຫາຍ ເລຂາໜ່ວຍພັກກົມມາດຕະຖານ ແລະ ວັດແທກ ຍັງໄດ້ມີການຂື້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວອີກ ຈຳນວນ 6 ສະຫາຍ ດັ່ງມີລາຍຊື່ລຸ່ມນີ້:

  1. ສະຫາຍ ນ ແສງທິບ ພີມພາວົງ
  2. ສະຫາຍ ກິຕ້າ ສີປະເສີດ
  3. ສະຫາຍ ສະທ້ອນ ສຸວັນນະໂສດ
  4. ສະຫາຍ ໄພທູນ ວົງຈັນມີ
  5. ສະຫາຍ ບຸນທະໜອມ ອິນປະເສີດ
  6. ສະຫາຍ ກາວິນ ຄຳມະນີວົງ

ເຊີ່ງໃນຕອນທ້າຍ ສະຫາຍ ເລຂາຄະນະພັກກະຊວງໄດ້ໃຫ້ກຽດໂອ້ລົມ ແກ່ສະມາຊິກພັກສຳຮອງ ແລະ ສະມາຊິກພັກສົມບູນໃໝ່ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຈົນມີຜົນງານໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບການກໍ່ສ້າງຈາກໜ່ວຍພັກ ແລະ ສະມາຊິກພັກສົມບູນຂອງຕົນ ເຊີ່ງສະຫາຍ ເນັ້ນໜັກໃຫ້ເອົາໃຈໃສ່ເພື່ອໃຫ້ສາມາດບັນລຸບັນຫາຕ່າງໆຄື ສ້າງໃຫ້ໜ່ວຍພັກຂອງຕົນເປັນໜ່ວຍພັກທີ່ເຂັ້ມແຂງປອດໃສ ແລະ ໜັກແໜ້ນ, ເອົາໃຈໃສ່ປະຕິບັດການເຄື່ອນໄຫວວຽກງານໃນຕໍ່ໜ້າຂອງອົງຄະນະພັກກະຊວງກໍ່ຄືການກະກຽມກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງໃຫ້ສຳເລັດຕາມແຜນການຢ່າງໂປ່ງໃສເຊີ່ງຈະມີຂື້ນໃນໄວໆນີ້ ໂດຍໃຫ້ບັນດາສະຫາຍອິງໃສ່ເງື່ອນໄຂມາດຕະຖານໃນການຄັດເລືອກເອົາຄະນະພັກຊຸດໃໝ່ໃຫ້ໄດ້ຕາມຈຸດປະສົງເປົ້າໝາຍຂອງວຽກງານ ແລະ ທາງດ້ານວຽກງານສະເພາະແມ່ນໃຫ້ເພີ່ມທະວີສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ວຽກງານມາດຕະຖານ ແລະ ວັດແທກ ໃຫ້ເປັນທີ່ຮັບຮູ້ ແລະ ເຂົ້າໃຈ ທົ່ວສັງຄົມ ສະຫາຍຍັງໄດ້ໃຫ້ຄວາມເຊື່ອໝັ້ນຕໍ່ຄວາມສາມັກຄີເອື້ອເຟື້ອເພື່ອແພ່ກັນພາຍໃນໜ່ວຍພັກຂອງກົມມາດຕະຖານ ແລະ ວັດແທກ ພ້ອມທັງອ່ວຍໄຊໃຫ້ພອນແກ່ບັນດາສະມາຊິກພັກທັງໝົດຈົ່ງມີສຸຂະພາບເຂັ້ມແຂງ ເຮັດສຳເລັດໜ້າທີ່ວຽກງານ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ປາສະຈາກໂລກລະບາດຕ່າງໆ.

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

LEAVE A REPLY

Please enter your comment!
Please enter your name here