ກວຕ ສຳເລັດການຈັດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ III

0
81
ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ III ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ຈັດຂຶ້ນໃນຕອນແລງວັນທີ 03 ມິຖຸນາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ກວຕ.
ຈຸດປະສົງຕົ້ນຕໍຂອງການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ຍົກລະດັບຄວາມຮູ້ຄວາມເຂົ້າໃຈ ທາງດ້ານທິດສະດີການເມືອງ ແລະ ຄວາມເປັນເອກະພາບກັນ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກກະຊວງ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ, ຜ່ານການຝຶກອົບຮົມເປັນເວລາ 45 ວັນ (ລັດຖະການ).
ໃນພິທີຄັ້ງນີ້, ສະຫາຍ ບຸນປອນ ບົວແພງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກວຕ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຊຸດຝຶກອົບຮົມຄັ້ງນີ້ ວ່າ: ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານຂອງຄະນະພັກກະຊວງ ປະຈຳປີ 2020 ກ່ຽວກັບການຈັດຕັ້ງຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ກົມຈັດຕັ້ງ ແລະ ພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງຊຸດຝຶກອົບຮົມຄັ້ງນີ້ຂຶ້ນ ເລີ່ມແຕ່ວັນທີ 17 ກຸມພາ ເຖິງ 24 ເມສາ 2020 ຕາມແຜນຝຶກອົບຮົມເບື້ອງຕົ້ນ, ແຕ່ມາຮອດ ວັນທີ 24 ມີນາ ຫາ 10 ພຶດສະພາ 2020 ການຝຶກອົບຮົມໄດ້ໂຈະການຝຶກອົບຮົມຊົ່ວຄາວຍ້ອນການແຜ່ລະບາດຂອງພະຍາດສາຍພັນໃໝ່ COVID-19 ແລະ ຈິ່ງໄດ້ເລີ່ມສືບຕໍ່ຝຶກອົບຮົມ ແຕ່ວັນທີ 11 ພຶດສະພາ ຫາ ວັນທີ 3 ມິຖຸນາ 2020 ຈົນສຳເລັດ, ຊຶ່ງໄດ້ປະຕິບັດຕາມແຈ້ງການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 477/ສມປຊ.ຫກ, ລົງວັນທີ 4 ພຶດສະພາ 2020 ກໍຄືປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ 19(COVID-19)ສະບັບເລກທີ 06/ນຍ, ລົງວັນທີ 29ມີນາ 2020. ພ້ອມນັ້ນ, ສະຫາຍ ກໍໄດ້ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ສະພາບລວມໃນການຈັດຝຶກອົບຮົມ ສະພາບຈຸດພິເສດຂອງຊຸດຝຶກອົບຮົມ ດ້ານການຈັດຕັ້ງປະຕິບັດຫຼັກສູດການຝຶກອົບຮົມດ້ານການຮຽນ-ການສອນ, ດ້ານການເຄື່ອນໄຫວນອກຫຼັກສູດ, ຕີລາຄາຜົນໄດ້ຮັບຂອງການຝຶກອົບຮົມ, ຕີລາຄາຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້.
ໃນໂອກາດນີ້, ຍັງໄດ້ມີພິທີ ມອບ-ຮັບ ໃບຢັ້ງຢືນ ສຳເລັດການຝຶກອົບຮົມໃຫ້ແກ່ນັກສຳມະນາກອນ ຊຶ່ງໃຫ້ກຽດມອບໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ ພ້ອມດຽວກັນນັ້ນ, ສະຫາຍປະທານ ກໍໄດ້ມີຄຳເຫັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ນັກສຳມະນາກອນທີ່ໄດ້ສຳເລັດການຝຶກອົບຮົມໃນຫຼັກສູດດັ່ງກ່າວ. ສະຫາຍກ່າວວ່າ: ການຝຶກອົບຮົມທິດສະດີການເມືອງໃນຄັ້ງນີ້ ແມ່ນໄລຍະເວລາທີ່ອົງຄະນະພັກ ກວຕ ພວມກະກຽມກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກ ກວຕ, ຢູ່ໃນໄລຍະທີ່ຫຍຸ້ງຍາກຖ້າທຽບໃສ່ໃນການຝຶກອົບຮົມໃນໄລຍະທີ່ຜ່ານມາ, ຍ້ອນວ່າປະເທດເຮົາ ກໍຄື ບັນດາປະເທດຕ່າງໆຢູ່ໃນໂລກ ທີ່ປະສົບກັບວິກິດການຂອງການລະບາດພະຍາດໂຄວິດ-19, ສະນັ້ນ ຈຶ່ງເຮັດໃຫ້ການຝຶກອົບຮົມມີການຢຸດສະງັກໃນໄລຍະໜຶ່ງ, ເຖິງແມ່ນວ່ານັກສຳມະນາກອນ ແລະ ຄູອາຈານ ຈະພົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ກໍສາມາດຜ່ານຜ່າອຸປະສັກ ແລະ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ປະສົບຜົນສຳເລັດໄດ້.
ສະຫາຍ ໄດ້ເນັ້ນໃຫ້ນັກນັກສຳມະນາກອນ ກໍຄື ສະມາຊິກພັກ, ເປັນພະນັກງານຫຼັກແຫຼ່ງຂອງ ກວຕ ເມື່ອໄດ້ຮັບການປະກອບອາວຸດທາງດ້ານແນວຄິດ ທິດສະດີການເມືອງ-ການປົກຄອງ ໂດຍສະເພາະ ແມ່ນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ບັນດາມະຕິຄຳສັ່ງຂອງພັກເຮົາ ເພື່ອເປັນແຫວ່ນແຍງເຂົ້າໃນການປັບປຸງແບບແຜນວິທີເຮັດວຽກງານຂອງຕົນ, ແບບແຜນແນວຄິດ-ການດຳລົງຊີວິດ ເພື່ອເຮັດໃຫ້ກາຍເປັນສະມາຊິກພັກທີ່ເຂັ້ມແຂງ ປອດໃສ, ໜັກແໜ້ນ ແລະ ຈະໄດ້ເປັນພະນັກງານຫຼັກແຫຼ່ງໃນແຕ່ລະໜ່ວຍງານຢູ່ແຕ່ລະກົມ, ສະຖາບັນ, ຫ້ອງການ ຂອງຕົນເອງ ແລະ ຈະຕ້ອງໄດ້ສືບຕໍ່ຊ່ວຍສ້າງມະຫາຊົນ ເພື່ອໃຫ້ກາຍເປັນມະຫາຊົນທີ່ກ້າວໜ້າ ແລະ ສາມາດກ້າວເຂົ້າຢູ່ໃນຖັນແຖວສະມາຊິກພັກໄດ້.
ໃນພິທີປິດຊຸດຝຶກອົບຮົມຄັ້ງນີ້ ແມ່ນເປັນຊຸດທີ 3 ຂອງ ກວຕ, ມີຜູ້ເຂົ້າຮ່ວມຝຶກ ຈໍານວນ 45 ສະຫາຍ, ຍິງ 18 ສະຫາຍ, ໃນນີ້ ມີຂັ້ນຫົວໜ້າພະແນກ 13 ສະຫາຍ, ຮອງຫົວໜ້າພະແນກ 29 ສະຫາຍ ແລະ ວິຊາການ 3 ສະຫາຍ, ຊຶ່ງບັນດາສະຫາຍເຫຼົ່ານີ້ລ້ວນແຕ່ເປັນສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ໃນພິທີຄັ້ງນີ້, ມີບັນດາ ຄະນະພັກຄະນະນໍາກະຊວງ, ມີບັນດາທ່ານ ຮອງລັດຖະມົນຕີ, ມີບັນດາສະຫາຍ ເລຂາໜ່ວຍພັກ ຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ ແລະ ຮູບ: ບາລະຄອນ ສຸວັນນະພາສີ

LEAVE A REPLY

Please enter your comment!
Please enter your name here