ສູນວັດແທກສຳເລັດການລົງກວດສອບປະລິມານສຸດທິທີ່ບັນຈຸໃນສິນຄ້າຫຸ້ມຫໍ່ ປະເພດ ນໍ້າດື່ມ, ເບຍ ແລະ ຊີມັງ ຢູ່ແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ

0
228

ເພື່ອປະຕິບັດຕາມ ລະບຽບການ, ຫຼັກການກວດສອບສິນຄ້າຫຸ້ມຫໍ່,  ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ກວດສອບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ໃຫ້ຖືກຕ້ອງຕາມລະບຽບການທີ່ກຳນົດໃວ້ ຢູ່ ສປປ ລາວ ແລະ ສາກົນ

ໃນວັນທີ 04 ມິຖຸນາ 2020 ສູນວັດແທກຂອງກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊີ່ງນໍາພາໂດຍ ທ່ານ ນາງ ຈັນສຸດາ  ແກ້ວວົງກົດ ພະນັກງານວິຊາການ ສູນວັດແທກ ພ້ອມດ້ວຍພະນັກງານວິຊາການພາຍໃນສູນ 02 ທ່ານ. ໄດ້ລົງເຄື່ອນໄຫວກວດສອບປະລິມານສຸດທິ ທີ່ບັນຈຸໃນສິນຄ້າຫຸ້ມຫໍ່ ຢູ່ທີ່ ບໍລິສັດ ຊາສີກຣູບ ຈໍາກັດ ຕັ້ງຢູ່ບ້ານ ດົງນາຄໍາ ເມືອງໄກສອນ ແຂວງ ສະຫວັນນະເຂດ ເຊີ່ງໄດ້ທຳການກວດສອບຜະລິດຕະພັນນໍ້າດື່ມ ແລະ ເບຍສະຫວັນ  ເບຍແກ້ວຂະໜາດ640ml ແລະ 330ml ເບຍປ່ອງຂະໜາດ500ml ແລະ 330ml

ແລະ ໃນມື້ຕໍ່ມາກໍ່ໄດ້ສືບຕໍ່ລົງກວດສອບສິນຄ້າຫຸ້ມຫໍ່ປະເພດຊີມັງ ຕັ້ງຢູ່ ບ້ານ ຄູນເງິນ ເມືອງ ຄຸນຄໍາ ແຂວງຄຳມ່ວນ ໂດຍໄດ້ທຳການກວດສອບປະເພດ ຊີມັງປອດແລນ 52.5,ຊີມັງປະສົມ 32.5,ແລະ ຊີມັງປອດແລນ 42.5 ທັງໝົດມີຂະໜາດ 50 ກິໂລກຼາມເຫັນວ່າບໍລິມາດທີ່ບັນຈຸແມ່ນໄດ້ຕາມມາດຕະຖານທີ່ກຳນົດໄວ້.

ຈຸດປະສົງກໍ່ເພື່ອສ້າງເງື່ອນໄຂອັນສະດວກໃນການຊື້-ຂາຍ, ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸດຕິທຳ, ປອດໄພ ແລະ  ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ ແລະ ເຊື່ອມໂຍງກັບຫຼັກການກວດສອບຂອງພາກພື້ນ ແລະ ສາກົນ, ເພື່ອບໍ່ໃຫ້ເອົາປຽບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ແລະ ລະຫວ່າງໂຮງງານກັບໂຮງງານ ແນໃສ່ໃຫ້ການຊື້ຂາຍໃນສັງຄົມໃຫ້ມີຄວາມຍຸດຕິທຳ ບໍ່ໃຫ້ເອົາລັດເອົາປຽບກັນ.

ຂຽນຂ່າວໂດຍ:  ທ ບຸນມີ ທໍາມະວົງສີ

LEAVE A REPLY

Please enter your comment!
Please enter your name here