ກົມມາດຕະຖານ ແລະ ວັດແທກ(ກມວ) ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ບໍລິສັດ ອີຈິນ ພັດທະນາການລົງທຶນລາວ ຈຳກັດ ເພື່ອສຶກສາຄວາມເປັນໄປໄດ້ໃນການ ສ້າງຫ້ອງກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບຂອງອຸປະກອນປ້ອງກັນອັກຄີໄພ ແລະ ຍານພາຫະນະ ທີ່ຜະລິດ, ນຳເຂົ້າ, ຈຳໜ່າຍ ແລະ ສົ່ງອອກ ຢູ່ ສປປ ລາວ

0
299

ໃນຕອນແລງຂອງວັນທີ 8 ກໍລະກົດ ທີ່ຫ້ອງປະຊຸມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫ່ວາງ ກົມມາດຕະຖານ ແລະ ວັດແທກ ແລະ  ບໍລິສັດ ອີຈິນ ພັດທະນາການລົງທຶນລາວ ຈຳກັດ ເພື່ອຮ່ວມກັນສຶກສາຄວາມເປັນໄປໄດ້ໃນການ ສ້າງຫ້ອງກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບຂອງອຸປະກອນປ້ອງກັນອັກຄີໄພ ແລະ ຍານພາຫະນະ ທີ່ຜະລິດ, ນຳເຂົ້າ, ຈຳໜ່າຍ ແລະ ສົ່ງອອກ ຢູ່ ສປປ ລາວ ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານ ສະພາວິທະຍາສາດແຫ່ງຊາດ ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ ແລະ ສະຖາບັນ ອ້ອມຂ້າງກະຊວງ ເຂົ້າຮ່ວມ ພ້ອມທັງ ຫົວໜ້າ ພະແນກ, ສູນ ພາຍໃນກົມດັ່ງກ່າວເຂົ້າຮ່ວມ.

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ໄດ້ກ່າວວ່າ ໂດຍປະຕິບັດຕາມພາລະບົດບາດຂອງ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທັງເປັນການຜັນຂະຫຍາຍ ກົດໝາຍວ່າດ້ວຍມາດຕະຖານ ແລະ ກົດໝາຍວ່າດ້ວຍການວັດແທກ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ໃນການກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບ ກ່ຽວກັບຄວາມປອດໄພຂອງອຸປະກອນ ປ້ອງກັນອັກຄີໄພ ແລະ ຍານ ພາຫະນະຮັບໃຊ້ ແລະ ເພື່ອແນ່ໃສ່ເຮັດໃຫ້ສັງຄົມລາວມີຄວາມປອດໄພ, ຍຸດຕິທໍາ ແລະ ປົກປ້ອງຜົນປະ ໂຫຍດຂອງຜູ້ຊົມໃຊ້ ຢູ່ ສປປ ລາວ, ເຊີ່ງໃນປະຈຸບັນນີ້ແມ່ນເຖິງເວລາແລ້ວທີ່ ສປປ ລາວ ກໍ່ຈະຕ້ອງໄດ້ກວດກາມາດຕະຖານ ຄວາມປອດໄພຂອງອຸປະກອນປ້ອງກັນອັກຄີໄພ ແລະ ຍານພາຫະນະຮັບໃຊ້ ໃຫ້ເທົ່າ ທຽມກັບ ບັນດາປະເທດສະມາຊິກອາຊຽນ,ພາກພື້ນ ແລະ ສາກົນ ເພື່ອໃຫ້ສອດ ຄ່ອງກັບມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.

ເຊີ່ງພາຍຫຼັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈແລ້ວ ທາງກົມມາດຕະຖານ ແລະ ວັດແທກ ແລະ ຄູ່ຮ່ວມມືແມ່ນຈະໄດ້ຮ່ວມກັນເຮັດບົດວິພາກເສດຖະກິດ ໂດຍຈະໄດ້ສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອເກັບກຳເອົາຂໍ້ມູນມາປະກອບໃສ່ ພ້ອມທັງຈະໄດ້ປຶກສາຫາລື, ຊີ້ແຈງກ່ຽວກັບພາລະບົດບາດ ຂອງແຕ່ລະພາກສ່ວນເພື່ອໃຫ້ວຽກງານດັ່ງກ່າວກົມກຽວກັນ ແລະ ສາມາດເຮັດວຽກຮ່ວມກັນໃນການພັດທະນາເສດຖະກິດສັງຄົມ ເພື່ອປະເທດຊາດ, ເມື່ອສຳເລັດບົດວິພາກເສດຖະກິດດັ່ງກ່າວແລ້ວ ຈະໄດ້ເຊີນບັນດາພາກສ່ວນທີ່ກ່ຽວຂ້ອງມາແລກປ່ຽນ ແລະ ຮັບຮູ້ເຊິ່ງກັນ ແລະ ກັນຕື່ມອີກ ແລ້ວຈື່ງນຳສະເໜີຕໍ່ກະຊວງແຜນການ ແລະ ການລົງທຶນ ຫຼັງຈາກນັ້ນ ຈຶ່ງໃຫ້ສະພາແຫ່ງຊາດຮັບຮອງເອົາ ເພື່ອກຽມສ້າງຫ້ອງກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບ ພ້ອມທັງກໍ່ສ້າງບຸກຄະລາກອນດ້ານນີ້ໃຫ້ມີຄວາມສາມາດ ແລະ ເປັນທີ່ຍອມຮັບທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.

ໃຫ້ກຽດລົງນາມເຊັນບົດບັນທຶກໃນຄັ້ງນີ້ໂດຍ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ສູນທອນ ຈັນທະເດດ ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກມວ ແລະ ທ່ານ ຈູ່ທິງ ຮອງປະທານບໍລິສັດ ອີຈິນ ພັດທະນາການລົງທຶນລາວ ຈຳກັດ.

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

 

LEAVE A REPLY

Please enter your comment!
Please enter your name here