ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮັບ-ມອບ ພາຫະນະ ຈາກບໍລິສັດ ດີແລ້ວ ຈຳກັດຜູ້ດຽວ

0
278

ທ່ານ ເສິນຫົງຫານ ປະທານບໍລິສັດ ດີແລ້ວ ຈຳກັດຜູ້ດຽວ ໃນນາມເປັນຄູ່ຮ່ວມມືກັບກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນການຈັດຕັ້ງປະຕິບັດໂຄງການຄຸ້ມຄອງກວດກາ ແລະ ຢັ້ງຢືນຄຸນນະພາບອຸປະກອນພິເສດເຊັ່ນ: ລິບໃນອາຄານ, ເຄຼນຮັບໃຊ້ໃນການກໍ່ສ້າງຕຶກອາຄານ, ຂັ້ນໄດເລື່ອນ, ພາຫະນະຂັບເຄື່ອນໃຊ້ໃນພື້ນທີ່ສະເພາະ, ຖັງບັນຈຸແຮງດັນ, ໝໍ້ຕົ້ມ, ສາຍສະລິງ, ເຄື່ອງຫຼີ້ນສວນສະໜຸກ ແລະ ຖັງບັນຈຸສານເຄມີທີ່ອັນຕະລາຍ ອື່ນ… ເຊີ່ງໄດ້ປະກອບສ່ວນໃນການມອບລົດຈິບ ຍີຫໍ້ Foday land fort ຈໍານວນ 3 ຄັນ, ລວມເປັນມູນຄ່າທັງໝົດ 69,000 $ ໃຫ້ແກ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອໃຊ້ປະກອບເຂົ້າໃນວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ, ໃຫ້ກຽດຮັບຂອງ ທ່ານ ພຸດທະສັກ ວິຈິດຕຣາ ຫົວໜ້າ ຫ້ອງການກະຊວງ ໂດຍການເປັນສັກຄີພິຍານ ຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງ ຄະນະພັກ, ບັນດາຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ເຂົ້າຮ່ວມ

ໂອກາດດັ່ງກ່າວ ສະຫາຍ ຫົວໜ້າຫ້ອງການກໍ່ໄດ້ກ່າວຮັບພ້ອມທັງສະແດງຄວາມຂອບໃຈໃນການປະກອບສ່ວນດັ່ງກ່າວນີ້ຊື່ງມີບົດບາດສຳຄັນໃນການຮັບໃຊ້ເຂົ້າໃນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດຽວກັນນັ້ນ ກໍ່ໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດດັ່ງກ່າວເພື່ອສະແດງເຖີງຜົນງານໃນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານວິທະຍາສາດ.

LEAVE A REPLY

Please enter your comment!
Please enter your name here