ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມມືກັບ ກົມມາດຕະຖານ-ວັດແທກ-ຄຸນນະພາບ ຂອງກົມໃຫ່ຍເຕັກ ນິກກອງທັບ,ກະຊວງປ້ອງກັນປະເທດວ່າດ້ວຍການສ້າງຄວາມເຂັ້ມແຂງ ທາງດ້ານເຕັກນິກ-ວິຊາການ

0
76

ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານລະຫວ່າງສອງກົມ ກໍ່ຄື ສອງກະຊວງ  ໃນການພັດທະນາທາງດ້ານເຕັກນິກ-ວິຊາການ ໃຫ້ມີການຂະຫຍາຍຕົວ ໃນຂົງເຂດວຽກງານ ມາດຕະຖານ, ວັດແທກ ແລະ ຄຸນນະພາບ ທັງເປັນການສົ່ງເສີມ ແລະ ຜັນຂະຫຍາຍ ພາລະບົດບາດ ແລະ ໜ້າທີ່ ລະຫວ່າງ ສອງກົມ,  ກ່ຽວກັບວຽກ ງານມາດຕະຖານ ວັດແທກ ແລະ ຄຸນນະພາບ ຂອງສອງກະຊວງດວ້ຍກັນ, ໃນການແລກປ່ຽນບົດຮຽນສ້າງ ບັນດາລະບຽບການທີ່ກ່ຽວຂ້ອງກັບມາດຕະຖານ – ວັດແທກ – ຄຸນນະພາບ ແລະ ພ້ອມທັງ ສ້າງບຸກຂະລາກອນໃຫ້ມີຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ.

ໃນວັນທີ18 ສິງຫາ 2020 ເວລາ 15:00 ໂມງ ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ກົມມາດຕະຖານ-ວັດແທກ-ຄຸນນະພາບ, ກົມໃຫ່ຍເຕັກ ນິກກອງທັບ,ກະຊວງປ້ອງກັນປະເທດ ຈື່ງໄດ້ຕົກລົງເຫັນດີເປັນເອກະພາບກັນລົງນາມເຊັນບົດບັນທຶກການຮ່ວມ ມື(MOC) ວ່າດ້ວຍການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ- ວິຊາການ ເຊິ່ງໄດ້ຈັດຂຶ້້ນທີ່ ກົມໃຫຍ່ ເຕັກນິກກອງທັບ, ກະຊວງປ້ອງກັນປະເທດ ແລະ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານສະພາວິທະຍາສາດ ແຫ່ງຊາດ ແລະ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ.

ໂດຍການໃຫ້ກຽດຂຶ້ນເຊັນບົດບັນທຶກການຮ່ວມມືໃນຄັ້ງນີ້ ໂດຍ ທ່ານວຽງທອງ ວົງທະວິໄລ ຫົວໜ້າກົມມາດ ຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ພັນໂທ ບຸນຊູ ບຸດສະດີ ຫົວໜ້າກົມມາດຕະຖານ-ວັດແທກ-ຄຸນນະພາບ, ກົມໃຫຍ່ເຕັກນິກກອງທັບ, ກະຊວງ ປ້ອງກັນປະເທດ ເຊີ່ງໃນການຮ່ວມມືເບື້ອງຕົ້ນແມ່ນໄດ້ຕົກລົງຮ່ວມມືກັນໃນໄລຍະ 03ປີ ແລະ ສາມາດຕໍ່ໄດ້ອີກ 03 ປີ ຖ້າຫາກການຮ່ວມມື ມີປະສິດທິຜົນ.

ໃນພິທີດັ່ງກ່າວທາງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຍັງໄດ້ມອບເຄື່ອງມືອຸປະກອນການວັດແທກ ຈໍານວນ 13 ລາຍການ ໃຫ້ແກ່ກົມມາດຕະຖານ-ວັດແທກ-ຄຸນນະພາບ, ກົມໃຫຍ່ເຕັກນິກກອງທັບ, ກະຊວງປ້ອງກັນປະເທດ ຊຶ່ງລວມເປັນມູນຄ່າ 80.000.000 ກີບ.

ຮູບພາບ ແລະ ບົດຂ່າວ: ສູນຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ

LEAVE A REPLY

Please enter your comment!
Please enter your name here