ສຳເລັດການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດຂັ້ນໄດເລື່ອນ ແລະ ລິບ ຂອງ ສະພາແຫ່ງຊາດລາວ ຫຼັງໃໝ່.  

0
697

ໂດຍ ອິງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ, ສະບັບເລກທີ 1571/ກວຕ, ລົງວັນທີ 27 ພະຈິກ 2020. ລວມມີ: ກົນຈັກ ເຄນຍົກ, ລິບ, ຂັ້ນໄດ໋ເລື່ອນ, ພາຫະນະຂັບເຄື່ອນໃນພື້ນທີ່, ພາຊະນະບັນຈຸ, ທໍ່ສົ່ງແຮງດັນ, ຫມໍ້ຕົ້ມ, ສະລິງຂົນສົ່ງ, ເຄື່ອງຫຼິ້ນສວນສະຫນຸກ, ຖັງບັນຈຸສານເຄມີອັນຕະລາຍ. ບັນດາຫົວຫນ່ວຍທີ່ນໍາເຂົ້າ, ຕິດຕັ້ງ ປັບແກ້ ສ້ອມແປງ ຕ້ອງໄດ້ລາຍງານ ໃຫ້ອົງກອນຄຸ້ມຄອງຮັບຊາບ ພ້ອມທັງກໍານົດການກວດສອບ 1ຄັ້ງ/ປີ. ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວ.

ມາຮອດວັນທີ 19 ຫາ 23 ກຸມພາ 2021 ນີ້ກົມມາດຕະຖານ ແລະ ວັດແທກ(ກມວ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ໄດ້ດຳເນີນການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ  ປະເພດບັນໄດເລື່ອນ ແລະ ລິບ ຂອງສະພາແຫ່ງຊາດລາວ (ຫຼັງໃໝ່) ຕັ້ງຢູ່ບ້ານທາດຫຼວງກາງ, ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ, ເຊີ່ງແມ່ນໜ້າທີ່ຮັບຜິດຊອບຂອງສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກມວ ໂດຍມີວິຊາການສະເພາະຂອງຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ ລົງຈັດຕັ້ງປະຕິບັດ. ພາຍຫຼັງທີ່ໄດ້ມີການປະຊຸມປຶກສາຫາລືກັນ ໃນເດືອນ ທັນວາ ປີ 2020 ທີ່ຜ່ານມານີ້ ກ່ຽວກັບວຽກງານການກວດສອບຄວາມປອດໄພຂອງລິບໃນອາຄານສະພາແຫ່ງຊາດລາວຫຼັງໃຫມ່ ໂດຍອີງຕາມລະບຽບການກວດສອບ TSG-T7001, TSGT7005. ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຄື ຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ(ໃນນາມຜູ້ຄຸ້ມຄອງວຽກຄວາມປອດໄພອຸປະກອນພິເສດ), ບໍລິສັດຜະລິດລິບມິດຊູບິຊິ MLAO ປະຈໍາລາວ ເຊີ່ງເປັນຕົວແທນ, ນຳເຂົ້າ, ຈຳໜ່າຍ ແລະ ຕິດຕັ້ງບຳລຸງຮັກສາຫຼັງການຂາຍເຂົ້າຮ່ວມ ເພື່ອຮັບປະກັນຄວາມປອດໄພອາຄານສະພາແຫ່ງຊາດລາວຫຼັງໃຫມ່ ທັງເປັນການເພີ່ມທະວີໃນການປ້ອງກັນ, ຄວາມຄຸມຄວາມສ່ຽງທີ່ເປັນອັນຕະລາຍ ແລະ ຮັບປະກັນໂຄງການ ສໍາຄັນຂອງລາວຈະກ້າວຫນ້າໄປຢ່າງຕໍ່ເນື່ອງ.

ໃນການລົງຕິດຕາມກວດສອບໃນຄັ້ງນີ້ແມ່ນໄດ້ກວດສອບປະເພດຂັ້ນໄດເລື່ອນທັງໝົດ ຈຳນວນ 4 ຈຸດ ແລະ ລິບ ຈຳນວນ 14 ຈຸດ ເພື່ອພ້ອມກັນປະຕິບັດຕາມລະບຽບການ, ໃນການຄຸ້ມຄອງນຳໃຊ້ອຸປະກອນດັ່ງກ່າວ, ຫຼັງຈາກມີການກວດສອບດ້ານເຕັກນິກສຳເລັດ ແລະ ຮັບປະກັນດ້ານຄວາມປອດໄພ ທາງກົມມາດຕະຖານຈະໄດ້ອອກໃບຢັ້ງຢືນຄຸນນະພາບ ອຸປະກອນພິເສດ ແລະ ເຄື່ອງໝາຍນໍາໃຊ້ ໃຫ້ແກ່ອຸປະກອນດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ

LEAVE A REPLY

Please enter your comment!
Please enter your name here