ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ລົງຕິດຕາມກວດກາຄຸນນະພາບຜະລິດຕະພັນເພື່ອຢັ້ງຢືນການນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ຜະລິດຕະພັນຂອງບໍລິສັດ ນ້ຳຕານມິດລາວ ຈຳກັດ

0
361

ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ລົງຕິດຕາມກວດກາຄຸນນະພາບຜະລິດຕະພັນເພື່ອຢັ້ງຢືນການນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ຜະລິດຕະພັນຂອງບໍລິສັດ ນ້ຳຕານມິດລາວ ຈຳກັດ

ໃນຕອນບ່າຍຂອງວັນທີ 25 ກຸມພາ 2021 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ, ໄດ້ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນຂອງບໍລິສັດ ນ້ຳຕານມິດລາວ ຈຳກັດ ຕັ້ງຢູ່ບ້ານ ແກ້ງແຮດ, ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ໂດຍການສົມທົບກັບຄະນະກຳມະການເຕັກນິກສູນກາງ ດ້ານອາຫານ ແລະ ເຄື່ອງດື່ມ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງສະຫວັນນະເຂດ. ຊຶ່ງນໍາພາຄະນະລົງເຮັດວຽກໂດຍ ທ່ານ ນາງ ສຸພັນສາ ວັນນະໂພ ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ. ທັງນີ້ກໍ່ເພື່ອປະຕິບັດຕາມລະບຽບການໃນການຂໍນຳໃຊ້ກາໝາຍມາດຕະຖານແຫ່ງຊາດລາວ ດັ່ງນັ້ນທາງຄະນະກຳມະການຈື່ງໄດ້ລົງຕິດຕາມກວດກາຕົວຈິງຢູ່ໂຮງງານດັ່ງກ່າວ, ໂດຍສະເພາະແມ່ນການກວດກາທາງດ້ານເອກະສານ, ຕິດຕາມເບິ່ງຂັ້ນຕອນຂະບວນການຜະລິດ ແລະ ສຸມເກັບເອົາຕົວຢ່າງມາກວດສອບຢູ່ຫ້ອງທົດລອງສົມທຽບໃສ່ກັບມາດຕະຖານແຫ່ງຊາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາໃນການອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ຜະລິດຕະພັນດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ສູນຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ

LEAVE A REPLY

Please enter your comment!
Please enter your name here