ລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດເຄນຍົກ ແລະ ສາຍສະລິງເຊັບຕີ້ ທີ່ ບໍລິສັດ ລາວ ໂຄຄາ-ໂຄລາ ບອ໊ຕຕຣິງ ຈຳກັດ.

0
156

 

ເພື່ອພ້ອມກັນປະຕິບັດຕາມລະບຽບການໃນການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດໃນຕອນເຊົ້າຂອງວັນທີ 25 ກຸມພາ 2021 ທີ່ຜ່ານມານີ້ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ ໄດ້ມີການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດເຄນຍົກ ແລະ ສາຍສະລິງເຊັບຕີ້ ຂອງ ບໍລິສັດ ລາວ ໂຄຄາ-ໂຄລາ ບອ໊ຕຕຣິງ ຈຳກັດ, ເຊີ່ງມີສະຖານທີ່ຕັ້ງຢູ່ບ້ານ ໄຮ່, ເມືອງ ໄຊທານີ, ແຂວງ ນະຄອນຫຼວງວຽງຈັນ. ເນື່ອງຈາກອຸປະກອນດັ່ງກ່າວແມ່ນຈັດຢູ່ໃນໝວດອຸປະກອນພິເສດທີ່ມີຄວາມສ່ຽງສູງ ທີ່ໃຊ້ງານເປັນປະຈຳ ແລະ ເປັນໜ້າທີ່ຫຼັກໃນການຄຸ້ມຄອງວຽກງານດັ່ງກ່າວ ຂອງກົມມາດຕະຖານ ແລະ ວັດແທກ ໂດຍມີ  ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ ທີ່ມີບົດບາດຮັບຜິດຊອບໃນການຈັດຕັ້ງປະຕິບັດໃນການຕິດຕາມກວດກາທຸກໆປີ ເພື່ອເປັນການຮັບປະກັນດ້ານເຕັກນິກຄວາມປອດໄພໃນການນຳໃຊ້, ຫຼີກລ້ຽງການກໍ່ໃຫ້ເກີດຄວາມຜິດພາດ ທີ່ເຮັດໃຫ້ເກີດຄວາມເສຍຫາຍແກ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ເພື່ອຍົກສູງດ້ານເຕັກນິກໃຫ້ທຽບເທົ່າພາກພື້ນ ແລະ ສາກົນ.

ໃນການລົງຕິດຕາມກວດສອບໃນຄັ້ງນີ້ມີ ປະເພດເຄນຍົກ ຈຳນວນ 1 ເຄື່ອງ ແລະ ສາຍສະລິງເຊັບຕີ້ ຈຳນວນ 4 ຈຸດ, ໂດຍພາຍຫຼັງມີການກວດສອບ ແລະ ປະເມີນການເຮັດວຽກດ້ານເຕັກນິກຂອງອຸປະກອນດັ່ງກ່າວສຳເລັດ ທາງກົມມາດຕະຖານຈະໄດ້ອອກໃບຢັ້ງຢືນຄຸນນະພາບ ອຸປະກອນພິເສດ ແລະ ເຄື່ອງໝາຍນໍາໃຊ້ ໃຫ້ແກ່ອຸປະກອນດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ

LEAVE A REPLY

Please enter your comment!
Please enter your name here