ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ລົງຕິດຕາມກວດກາຄຸນນະພາບຜະລິດຕະພັນເພື່ອຕໍ່ອາຍຸການນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ຜະລິດຕະພັນ ນ້ຳດື່ມຂອງ ບໍລິສັດ ຜະລິດນ້ຳດື່ມ-ນໍ້າກ້ອນໂລມາຄຳ

0
655

ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ລົງຕິດຕາມກວດກາຄຸນນະພາບຜະລິດຕະພັນເພື່ອຕໍ່ອາຍຸການນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ຜະລິດຕະພັນ ນ້ຳດື່ມຂອງ ບໍລິສັດ ຜະລິດນ້ຳດື່ມ-ນໍ້າກ້ອນໂລມາຄຳ ໃນຕອນເຊົ້າຂອງວັນທີ 26 ມີນາ 2021 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ ໄດ້ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນນ້ຳດື່ມຂອງ ບໍລິສັດ ຜະລິດນ້ຳດື່ມ-ນໍ້າກ້ອນໂລມາຄຳ ຕັ້ງຢູ່ບ້ານ ລັດຕະນະລັງສີໃຕ້, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ. ໂດຍການສົມທົບກັບຄະນະກຳມະການເຕັກນິກສູນກາງ ດ້ານອາຫານ ແລະ ເຄື່ອງດື່ມ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງສະຫວັນນະເຂດ. ຊຶ່ງນໍາພາຄະນະລົງເຮັດວຽກໂດຍ ທ່ານ ນາງ ສຸພັນສາ ວັນນະໂພ ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ. ທັງນີ້ກໍ່ເພື່ອປະຕິບັດຕາມລະບຽບການໃນການສືບຕໍ່ຂໍນຳໃຊ້ກາໝາຍມາດຕະຖານແຫ່ງຊາດລາວ ພາຍຫຼັງທີ່ໄດ້ຮັບການອອກໃບຢັ້ງຢືນອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດຂອງຜະລິດຕະພັນດັ່ງກ່າວໃນປີຜ່ານມາ, ດັ່ງນັ້ນທາງຄະນະກຳມະການຈື່ງໄດ້ລົງຕິດຕາມກວດກາຕົວຈິງຢູ່ໂຮງງານດັ່ງກ່າວຄືນ, ໂດຍສະເພາະແມ່ນການກວດກາທາງດ້ານເອກະສານ, ຕິດຕາມເບິ່ງຂັ້ນຕອນຂະບວນການຜະລິດ ແລະ ສຸ່ມເກັບເອົາຕົວຢ່າງມາກວດສອບຢູ່ຫ້ອງທົດລອງສົມທຽບໃສ່ກັບມາດຕະຖານແຫ່ງຊາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາໃນການຕໍ່ອາຍຸນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ຜະລິດຕະພັນດັ່ງກ່າວຕໍ່ໄປ.

ຮູບພາບ ແລະ ບົດຂ່າວ: ສູນຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ

LEAVE A REPLY

Please enter your comment!
Please enter your name here