ລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດປະເພດເຄນຍົກຂອງກຸ່ມບໍລິສັດກໍ່ສ້າງເຂື່ອນໄຟຟ້າຈີນ, ວິສະວະກຳເລກທີ 15 ຈໍາກັດ.

0
179

ໃນລະຫວ່າງວັນທີວັນທີ 8 ຫາ 12 ມີນາ 2021 ທີ່ຜ່ານມານີ້ ທາງກົມມາດຕະຖານ ແລະ ວັດແທກ(ກມວ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ໄດ້ມີການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດເຄນຍົກຂອງກຸ່ມບໍລິສັດກໍ່ສ້າງເຂື່ອນໄຟຟ້າຈີນ, ວິສະວະກຳເລກທີ 15 ຈໍາກັດ ເຊີ່ງຕັ້ງຢູ່ບ້ານ ຫາດຫີນ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ,  ໂດຍປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ, ສະບັບເລກທີ 1571/ກວຕ, ລົງວັນທີ 27 ພະຈິກ 2020 ເຊີ່ງລວມມີ: ອຸປະກອນປະເພດກົນຈັກ ເຄນຍົກ, ລິບ, ຂັ້ນໄດ໋ເລື່ອນ, ພາຫະນະຂັບເຄື່ອນໃນພື້ນທີ່, ພາຊະນະບັນຈຸ, ທໍ່ສົ່ງແຮງດັນ, ຫມໍ້ຕົ້ມ, ສະລິງຂົນສົ່ງ, ເຄື່ອງຫຼິ້ນສວນສະຫນຸກ, ຖັງບັນຈຸສານເຄມີອັນຕະລາຍ.

ໂດຍບັນດາຫົວຫນ່ວຍທີ່ນໍາເຂົ້າ, ຕິດຕັ້ງ ປັບແກ້ ສ້ອມແປງ ຕ້ອງໄດ້ລາຍງານ ໃຫ້ອົງກອນຄຸ້ມຄອງຮັບຊາບ ພ້ອມທັງກໍານົດການກວດສອບ 1ຄັ້ງ/ປີ ເຊີ່ງກົມມາດຕະຖານ ແລະ ວັດແທກ ໄດ້ມີບົດບາດໜ້າທີ່ໃນການຄຸ້ມຄອງ, ຕິດຕາມກວດກາດ້ານຄຸນນະພາບຂອງອຸປະກອນດັ່ງກ່າວ ໂດຍມີ  ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ ຮັບຜິດຊອບໃນການຈັດຕັ້ງປະຕິບັດໃນການກວດກາ ທັງນີ້ກໍ່ເພື່ອເປັນການຮັບປະກັນດ້ານເຕັກນິກຄວາມປອດໄພໃນການນຳໃຊ້, ຫຼີກລ້ຽງການກໍ່ໃຫ້ເກີດຄວາມຜິດພາດ ທີ່ເຮັດໃຫ້ເກີດຄວາມເສຍຫາຍແກ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ເນື່ອງຈາກອຸປະກອນດັ່ງກ່າວແມ່ນມີຄວາມສ່ຽງສູງ.

ໃນການລົງຕິດຕາມກວດສອບໃນຄັ້ງນີ້ແມ່ນໄດ້ມີການປະສານງານຂອງທັງສອງຝ່າຍ ເຊີ່ງໄດ້ກວດສອບປະເພດເຄນຍົກທັງໝົດ ຈຳນວນ 2 ເຄື່ອງ, ເພື່ອພ້ອມກັນປະຕິບັດຕາມລະບຽບການໃນການຄຸ້ມຄອງນຳໃຊ້ອຸປະກອນດັ່ງກ່າວ ເພື່ອຍົກສູງດ້ານເຕັກນິກໃຫ້ທຽບເທົ່າພາກພື້ນ ແລະ ສາກົນ ພາຍຫຼັງມີການກວດສອບດ້ານເຕັກນິກສຳເລັດ ທາງກົມມາດຕະຖານຈະໄດ້ອອກໃບຢັ້ງຢືນຄຸນນະພາບ ອຸປະກອນພິເສດ ແລະ ເຄື່ອງໝາຍນໍາໃຊ້ ໃຫ້ແກ່ອຸປະກອນດັ່ງກ່າວ.

ບົດຂ່າວ: ສູນຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ

LEAVE A REPLY

Please enter your comment!
Please enter your name here