ລັດຖະມົນຕີ​ກະຊວງ​ ອຄ​ ພ້ອມດ້ວຍຄະນະຢ້ຽມຢາມ​ ກົມມາດຕະຖານ​ ແລະ​ ວັດແທກ

0
126

ໃນວັນທີ​ 4​ ສິງຫາ​ 2021​ ທ່ານ​ ຄຳແພງ​ ໄຊສົມແພງ​ ລັດຖະມົນຕີກະຊວງອຸດສາຫະກຳ​ ແລະ​ ການຄ້າ​ (ອຄ)​ພ້ອມດ້ວຍຄະນະ​ໄດ້​ຢ້ຽມຢາມ​ ກົມ​ມາດຕະຖານ​ ແລະ​ ວັດແທກ​ ຕັ້ງຢູ່ບ້ານດ່ານ​ຊ້າງ,​ ເມືອງໄຊທານີ,​ ນະຄອນຫຼວງວຽງຈັນ​ ໃຫ້ການຕ້ອນຮັບໂດຍ   ທ່ານ ວຽງທອງ ວົງທະວິໄລ​ ຫົວໜ້າກົມມາດຕະຖານ ແລະ ວັດແທກ (ກມວ)​,​ ພ້ອມດ້ວຍຮອງຫົວໜ້າກົມ,​ ຫົວໜ້າ-ຮອງຫົວໜ້າພະແນກ,​ ສູນ, ວີຊາການ ແລະ​ ພະນັກງານພາຍໃນ​ ກົມມາດຕະຖານ ແລະ ວັດແທກ​ ຮ່ວມໃຫ້ການຕ້ອນຮັບ.​

 

ໂອກາດຢ້ຽມຢາມໃນຄັ້ງນີ້,​ ທ່ານ ວຽງທອງ ວົງທະວິໄລ​ ໄດ້ກ່າວຕ້ອນຮັບທ່ານລັດຖະມົນຕີ ພ້ອມຄະນະ​ ແລະ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານພາຍໃນ ກມວ​ ວ່າ: ກມວ​ ເລີ່ມສ້າງຕັ້ງແຕ່ປີ1993-2007 ໂດຍເອີ້ນວ່າ ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ​ ຂຶ້ນກັບອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແຫ່ງຊາດ.​ ຕໍ່ມາປີ 2008 – 2011 ສ້າງຕັ້ງເປັນສະຖາບັນວັດແທກ,​ ປີ 2011- 2021 ສ້າງຕັ້ງເປັນກົມມາດຕະຖານ ແລະ ວັດແທກ ຂຶ້ນກັບກະຊວງ ວິທະຍາສາດ ແລະ​ ເຕັກໂນໂລຊີ​ ແລະ​ ມາຮອດເດືອນມີນາ 2021​ ກົມມາດຕະຖານ ແລະ ວັດແທກ ໄດ້ຂຶ້ນກັບ ກະຊວງ ອຸດສາຫະກຳ ແລະ​ ການຄ້າ​ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ​ ເຊິ່ງເບິ່ງດ້ານວຽກງານ​ ແລະ​ ການປະຕິບັດ​ຫຼາຍດ້ານກໍ່ເຫັນວ່າ ມີຄວາມສອດຄ້ອງ​ ເພື່ອເຮັດໃຫ້ວຽກງານການປິ່ນອ້ອມມີຄວາມສະດວກ​ ແລະ​ ກະທັດຮັດຂຶ້ນ.​

 

ສ່ວນພາລະບົດບາດ​ຂອງ​ກົມມາດຕະຖານ ແລະ​ ວັດແທກ​ ເຊິ່ງຢູ່ໃນກົງຈັກການຈັດຕັ້ງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະພັກ, ຄະນະນຳກະຊວງ​ ໃນການກຳນົດນະໂຍບາຍ,​ ຍຸດທະສາດການຄຸ້ມຄອງມະຫາພາກກ່ຽວກັບວຽກງານມາດຕະຖານຄຸນນະພາບວັດແທກໃນຂອບເຂດທົ່ວປະເທດກ່ຽວກັບວຽກງານ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບ.​ ປັດຈຸບັນ​ ພາຍໃນກົມມີພະນັກງານທັງໝົດ 105​ ທ່ານ,​ ຍິງ​ 41​ ທ່ານ​ ໂດຍມີພະນັກງານປະຈຳດ່ານ 28​ ທ່ານ​ ແລະ​ ຍິງ​ 5​ ທ່ານ.​

 

ໂອກາດ​ດັ່ງກ່າວ​ ທ່ານ​ ຄຳແພງ​ ໄຊສົມແພງ​ ໄດ້ໂອ້ລົມວ່າ: ຂ້າພະເຈົ້າພ້ອມຄະນະຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມາພົບປະ ແລະ ຢ້ຽມຢາມ ກົມມາດຕະຖານ ແລະ ວັດແທກເປັນຄັ້ງທໍາອິດ ຢ່າງເປັນທາງການນັບແຕ່ໄດ້ຮັບໜ້າທີ່​ ແລະ​ ຄືບັນດາທ່ານຮູ້ນໍາກັນແລ້ວວ່າ​ ກົມມາດຕະຖານ ແລະ ວັດແທກ ສັງກັດຢູ່ໃນໂຄງປະກອບ ກົງຈັກການຈັດຕັ້ງໜື່ງທີ່ຂື້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ  ມີພາລະບົດບາດໃນວຽກງານມາດຕະຖານ ຄຸນນະພາບ, ການກວດທຽບ ເຄື່ອງມື ອຸປະກອນວັດແທກ ແລະ ວຽກງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າເປັນວຽກງານຈຸດສຸມໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະເພື່ອຊຸກຍູ້ສົ່ງເສີມເຂົ້າໃນການຈັດຕັ້ງການເຄື່ອນໄຫວປະຕິບັດວຽກງານ ການບໍລິການ ຮັບໃຊ້ໃຫ້ແກ່ສັງຄົມຄື: ການກວດສອບ, ກວດກາ, ຕິດຕາມ ວຽກງານມາດຕະຖານ, ວັດແທກ, ຢັ້ງຢືນຄຸນນະພາບ ຜະລິດຕະພັນ ແລະ ການປະເມີນຄວາມສອດຄ່ອງ ໂດຍເອົາໃຈໃສ່ ໃນການປຸກລະດົມຊຸກຍູ້ ໃຫ້ການປະກອບສ່ວນເຂົ້າໃນວຽກງານໃຫ້ມີຄວາມສອດຄ່ອງ ກັບກົດໝາຍ ລະບຽບການ ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ທີ່ໄດ້ກຳນົດໄວ້.

 

ຢ່າງໃດກໍ່ຕາມ,​ ທີ່ຜ່ານມາ​ ກົມ​ມາດຕະຖານ​ ແລະ​ ວັດແທກ​ ກໍ່ໄດ້ເປັນອົງປະກອບຫນຶ່ງ ໃນການປະກອບສ່ວນ ຢ່າງຕັ້ງຫນ້າສ້າງຜົນງານ ໃນຫລາຍດ້ານທີ່ພົ້ນເດັ່ນເຊິ່ງມີສອງກົດໝາຍຄື: ກົດໝາຍ ມາດຕະຖານ ແລະ ກົດໝາຍ ການວັດແທກ ລວມທັງບັນດາຂໍ້ຕົກລົງ ແລະ ຂໍ້ກຳນົດທັງໝົດມີ 20 ສະບັບ ໃນການການຜັນຂະຫຍາຍຈັດຕັ້ງປະຕິບັດບັນດານິຕິກໍາລຸ່ມກົດຫມາຍເພື່ອເປັນເຄື່ອງມືອໍານວຍຄວາມສະດວກໃນການເຄື່ອນໄຫວຈັດຕັ້ງປະຕິບັດຄຸ້ມຄອງ ແລະ ບໍລິການວຽກງານມາດຕະຖານ ແລະ ວັດແທກ.​ ນອກຈາກນີ້,​ ຍັງມີບັນດາຂໍ້ຕົກລົງທີ່ກຳລັງສ້າງຂຶ້ນໃຫມ່ ອີກຈໍານວນ 05 ສະບັບ.

ໄດ້ຮັບຮອງເອົາບັນດາ ມາດຕະຖານຜະລິດຕະພັນ ໃນແຕ່ລະຂົງເຂດ ໄດ້ຫລາຍກວ່າ 459 ມາດຕະຖານແຫ່ງຊາດ ເຊິ່ງໃນນີ້ໄດ້ປະກາດໃຊ້ເປັນມາດຕະຖານບັງຄັບຈໍນວນ 119 ມາດຕະຖານ​ ທີ່ໄດ້ອະນຸມັດປະກາດໃຊ້ຢ່າງເປັນທາງການແລ້ວ ເພື່ອເປັນເງື່ອນໄຂໃນການກວດກາ, ຕິດຕາມຢັ້ງຢືນຄຸນນະພາບຜະລິດຕະພັນສິນຄ້າ, ໂດຍສະເພາະທັງເປັນການປົກປ້ອງຜູ້ບໍລິໂພກ ແລະ ຜູ້ຊົມໃຊ້, ສົ່ງເສີມ ແລະ ອໍານວຍຄວາມສະດວກໃນການສົ່ງອອກ-ນໍາເຂົ້າຜະລິດຕະພັນ ແລະ ສິນຄ້າ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການ ຂອງເສດຖະກິດ-ສັງຄົມ ທີ່ນັບມື້ນັບມີການຂະຫຍາຍຕົວ ແລະ ສາມາດສົ່ງເສີມຜະລິດຕະພັນພາຍໃນ ໃຫ້ມີການແຂ່ງຂັນທາງດ້ານ ຄຸນນະພາບ ສູ່ຕະຫລາດພາກພື້ນ ແລະ ສາກົນໄດ້​ ແລະ​ ໃນຕອນທ້າຍທ່ານລັດຖະມົນຕີ ພ້ອມດ້ວຍຄະນະ​ ຍັງໄດ້ຢ້ຽມຊົມບັນດາຫ້ອງທົດລອງພາຍໃນກົມຕື່ມອີກ.

ຂ່າວ: ສັນຕິ,​ ພາບ: ສອນໄຊ

LEAVE A REPLY

Please enter your comment!
Please enter your name here