ພິທີມອບຮັບເຄື່ອງມືເຄື່ອງມື ແລະ ອຸປະກອນການກວດສອບຄຸນນະພາບແບບບໍ່ທຳລາຍພາຍໃຕ້ຂໍ້ຕົກລົງຮ່ວມມືໃນການສ້າງຄວາມເຂັ້ມແຂງດ້ານການກວດສອບຄຸນນະພາບແບບບໍ່ທຳລາຍຂອງ ສປປ ລາວ ລະຫວ່າງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ. ລາວ ກັບ ສູນປະເມີນແບບບໍ່ທຳລາຍ, ສະຖາບັນພະລັງງານນິວເຄຼຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ. ຫວຽດນາມ

0
738

ພິທີມອບຮັບເຄື່ອງມືເຄື່ອງມື ແລະ ອຸປະກອນການກວດສອບຄຸນນະພາບແບບບໍ່ທຳລາຍພາຍໃຕ້ຂໍ້ຕົກລົງຮ່ວມມືໃນການສ້າງຄວາມເຂັ້ມແຂງດ້ານການກວດສອບຄຸນນະພາບແບບບໍ່ທຳລາຍຂອງ ສປປ ລາວ ລະຫວ່າງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ. ລາວ ກັບ ສູນປະເມີນແບບບໍ່ທຳລາຍ, ສະຖາບັນພະລັງງານນິວເຄຼຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ. ຫວຽດນາມ ຄັ້ງວັນທີ 26 ພະຈິກ 2021 ທີ່ຫ້ອງປະຊຸມຊັ້ນ 2 ຂອງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

  1. ຈຸດປະສົງ

ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງ: ບັນດາສື່ມ່ວນຊົນ, ຂະແໜ່ງການທັງພາກລັດ ແລະ ເອກະຊົນ ຊາບວ່າ ທາງກົມມາດຕະຖານ ແລະ ວັດແທກ ແມ່ນໜ່ວຍງານຂອງລັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ຈັດພິທີມອບຮັບເຄື່ອງມືເຄື່ອງມືອຸປະກອນການກວດສອບຄຸນນະພາບແບບບໍ່ທຳລາຍ ແລະ ຈັດຝຶກອົບຮົມການນໍາໃຊ້ເຄື່ອງມື ພາຍໃຕ້ຂໍ້ຕົກລົງຮ່ວມມືໃນການສ້າງຄວາມເຂັ້ມແຂງດ້ານການກວດສອບຄຸນນະພາບແບບບໍ່ທຳລາຍຂອງ ສປປ ລາວ ລະຫວ່າງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ກັບ ສູນປະເມີນແບບບໍ່ທຳລາຍ, ສະຖາບັນພະລັງງານນິວເຄຼຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ. ຫວຽດນາມ ເຊິ່ງເຄື່ອງມືດັ່ງກ່າວແມ່ນມີມູນຄ່າທັງໝົດ 221,005.47 ໂດລາ ແລະ ຈະມານໍາໃຊ້ເຂົ້າໃນວຽກງານການກວດສອບແບບບໍ່ທຳລາຍໂດຍສະເພາະແມ່ນການກວດສອບຮອຍຈອດຮອຍເຊື່ອມ, ຮອຍແຕກຂອງຖັງບັນຈຸຄວາມດັນ, ໝໍ້ຕົ້ມແຮງດັນ, ຖັງບັນຈຸສານເຄມີອັນຕະລາຍ ທີ່ນໍາໃຊ້ໃນບັນດາໂຮງຈັກໂຮງງານອຸດສາຫະກຳ, ກວດສອບຄວາມແຂງແກ່ນ, ຄວາມຊຸ່ມ, ຄວາມໜາແໜ້ນຂອງໂຄງສ້າງວິສາວະກຳເຊັ່ນ: ຂົວ, ທາງ ແລະ ອາຄານຕ່າງໆ, ກວດສອບ ແລະ ໃຈ້ແຍກວັດຖຸມີຄ່າເຊັ່ນ: ເປີເຊັນເງິນ, ຄຳ, ທອງ ແລະ ອື່ນໆ, ກວດສອບຄວາມປອດໄພເຄື່ອງສາຍລັງສີເອັກສເລທາງການແພດ ໃຫ້ສອດຄ່ອງກັບມາດຕະຖານ ພາກພື້ນ ແລະ ສາກົນ ຮັບປະກັນຄຸນະພາບ, ຮັບປະກັນຄວາມປອດໄພຂອງ ຂອງຜູ້ອຸປະໂພກ ແລະ ບໍລິໂພກ, ຜູ້ຊົມໃຊ້.

  1. ຄວາມໝາຍຄວາມສຳຄັນຂອງໂຄງການ
    1. ເພື່ອເປັນການຕອບສະໜອງນະໂຍບາຍຂອງລັດຖະບານໃນການສ້າງພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ, ສະໜອງການບໍລິການກວດກາຄຸນນະພາບໂດຍນໍາໃຊ້ເຕັກນິກແບບທັນສະໄຫມບໍ່ເປັນການທໍາລາຍໂຄງສ້າງ, ຄຸນສົມບັດຂອງວັດຖຸ ຫຼື ອຸປະກອນທີ່ກວດແຕ່ຢ່າງໃດ;
    2. ສ້າງລາຍຮັບໃຫ້ລັດຖະບານ ຈາກການເກັບຄ່າທຳນຽມ,ການກວດກາຄຸນນະພາບ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງ;
    3. ຮັບປະກັນຄຸນະພາບ, ຮັບປະກັນຄວາມປອດໄພຂອງປະຊາຊົນ;
    4. ປັບປຸງລະບົບມາດຕະຖານ ໃຫ້ມີຄວາມສອດຄ່ອງກັບການກຳນົດຂອງພາກພື້ນ ແລະ ສາກົນ;
    5. ຍົກສູງຄຸນນະພາບຂອງບັນດາໂຄງສ້າງ, ອຸປະກອນຕ່າງໆ ໃຫ້ມີຄວາມຄົງທົນ, ຮັບປະກັນຕໍ່ການນໍາໃຊ້, ປົກປ້ອງຊີວິດ ແລະຊັບສິນຂອງປະຊາຊົນ;
    6. ຊ່ວຍປົກປ້ອງ ຜົນປະໂຫຍດຂອງລັດ ແລະ ປະຊາຊົນ, ປົກປ້ອງຜູ້ຊົມໃຊ້, ມີຄຸນນະພາບ, ຍຸຕິທຳ;
    7. ຊ່ວຍກໍ່ສ້າງພະນັກງານ ບຸກຄະລະກອນ ດ້ານກວດກາຄຸນນະພາບແບບບໍ່ທຳລາຍ ໃຫ້ມີຄວາມອາດສາມາດ ແລະ ເປັນທີ່ຍອມຮັບ ທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້, ໃນວຽກງານການກວດກາ ແລະ ຢັ້ງຢືນຄຸນນະພາບແບບບໍ່ທຳລາຍ.
  • ລະບຽບການທີ່ນໍາໃຊ້
  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014.
  • ອີງຕາມ ກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013.
  • ອີງຕາມ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010.
  • ອີງຕາມ ກົດໝາຍວ່າດ້ວຍຄວາມປອດໄພທາງດ້ານລັງສີ ສະບັບເລກທີ115/ສປຊ, ລົງວັນທີ 14 ທັນວາ 2018.

LEAVE A REPLY

Please enter your comment!
Please enter your name here