ກອງ​ປະ​ຊຸມສຳມະນາກ່ຽວກັບຄວາມສຳຄັນຂອງວຽກງານການຮັບຮອງໃນວັນຮັບຮອງສາກົນ 9 ມິຖຸນາ ຄົບຮອບ 13 ປີ

0
380

ໃນ ວັນ ທີ 9 ມິຖຸນາ 2022 ກົມ ມາດຕະຖານ ແລະ ວັດ ແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຈັດ ກອງປະຊຸມສຳມະນາກ່ຽວກັບຄວາມສຳຄັນຂອງວຽກງານການຮັບຮອງໃນວັນຮັບຮອງສາກົນ ຂື້ນທີ່ ໂຮງແຮມຊະນະແກ້ວ ບູຕິກແອນສະປາ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ . ໂດຍໃຫ້ກຽດເປີດພິທີກອງປະຊຸມສຳມະນາໂດຍ ທ່ານ ນາງ ນິສິດ ຄຳມູນເຮືອງ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ທ່ານ ສົມສັກ ບຸນມາເພັດ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ  , ພ້ອມດຽວກັນນັ້ນກໍ່ຍັງມີບັນດາແຂກຖືກເຊີນຈາກພາກສ່ວນລັດ ແລະ ເອກະຊົນ ພ້ອມດ້ວຍພະນັກງານ ວິຊາການ ຈາກ ກົມມາດຕະຖານ ແລະ ວັດ ແທກເຂົ້າຮ່ວມ.  

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ແມ່ນ ເພື່ອເປັນການສະເຫຼີມສະຫຼອງວັນຮັບຮອງສາກົນ (World Accreditation day) ປະຈຳປີ 2022,  ເຊິ່ງການສະເຫຼີມສະຫຼອງວັນຮັບຮອງສາກົນໃນປີນີ້ແມ່ນຄົບ ຮອບ 13 ປີ ໂດຍພາຍໃຕ້ຄຳຂວັນ ທີ່ວ່າ: “ການຮັບຮອງແມ່ນຄວາມຍືນຍົງໃນການເຕີບໂຕຂອງເສດຖະກິດ ແລະ ສິ່ງແວດລ້ອມ” (Accreditation: Sustainability in Economic Growth and the Environment), ເຊິ່ງມີຄວາມໝາຍສໍາຄັນ ທີ່ເຮັດໃຫ້ພວກເຮົາຮູ້ວ່າ ວຽກງານການຮັບຮອງ ແລະ ການປະເມີນຄວາມສອດຄ່ອງ ໄດ້ກາຍ ເປັນອົງປະກອບໜຶ່ງ ໃນເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (The Sustainable Development Goals-SDGs) ທີ່ວາງເປົ້າໝາຍໃຫ້ສຳເລັດພາຍໃນປີ 2030  ແນໃສ່ເພື່ອຫຼຸດຜ່ອນບັນຫາຄວາມ ບໍ່ສົມດຸນທາງດ້ານສິ່ງແວດລ້ອມ ແລະ ສັງຄົມໃນປັດຈຸບັນ ແລະ ອະນາຄົດ. ພ້ອມດຽວກັນນັ້ນກໍເພື່ອເປັນການເຜີຍແຜ່ວຽກງານການຮັບຮອງອອກສູ່ສັງຄົມເປັນຕົ້ນແມ່ນ ຜູ້ປະກອບການ, ນັກລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານການຮັບຮອງ ຕໍ່ການພັດທະນາເສດຖະກິດສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນກໍ່ເພື່ອພັດທະນາວຽກງານການຮັບຮອງ ໃຫ້ການເປັນປັດໄຈສຳຄັນໃນການຊຸກຍູ້ສົ່ງເສີມການຄ້າ, ການຜະລິດອຸດສາຫະກຳ ຕາມນະໂຍບາຍການພັດທະນາແບບຍືນຍົງ ແລະ ຕິດພັນກັບສິ່ງແວດລ້ອມຢ່າງແທ້ຈິງ. ນອກນັ້ນ ການຮັບຮອງການຜະລິດ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະບັນລຸເປົ້າໝາຍການສ້າງຄວາມຍຸດຕິທຳໃນສັງຄົມ.

ປະຈຸບັນນີ້ ວຽກງານຮັບຮອງ ຂອງ ສປປ ລາວ ເຮົາໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າພາຍໃຕ້ການມອບ ໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມຮັບຜິດຊອບດັ່ງກ່າວສາມາດຮ່ວມມືປະສານງານກັບອົງການຮັບຮອງສາກົນ ດຳເນີນການຮັບຮອງຫ້ອງທົດລອງ ຢູ່ໃນ ສປປ ລາວ ໄດ້ຈຳນວນ 11 ຫ້ອງທົດລອງ ຕາມການກຳນົດຂອງມາດຕະຖານສາກົນວ່າດ້ວຍການຄຸ້ມຄອງຫ້ອງທົດລອງ (ISO/IEC 17025). ໃນນັ້ນຂົງເຂດຫ້ອງທົດລອງສອບທຽບຈຳນວນ 3 ຫ້ອງທົດລອງ, ຂົງເຂດຫ້ອງທົດລອງກວດສອບ ຈຳນວນ 08 ຫ້ອງທົດລອງ ທີ່ຜ່ານການຍອມຮັບ ແລະ ຮັບຮູ້ຈາກອົງການຈັດຕັ້ງສາກົນ.

ທັງໝົດທີ່ກ່າວມານີ້ ແມ່ນການສັງລວມເອົາບັນດາການເຄື່ອນໄຫວວຽກການຮັບຮອງຂອງ ສປປ ລາວ ແລະ ເປັນການສະເຫຼີມສະຫຼອງວັນຮັບຮອງສາກົນ 9 ມິຖຸນາ ຄົບຮອບ 13 ປີ ອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here