ກວດທຽບບໍລິມາດຫົວຈ່າຍສາງນໍ້າມັນເຊື້ອໄຟ

0
313

ໃນລະຫ່ວາງວັນທີ່ 12-18 ກໍລະກົດ 2023 ສູນວັດແທກ, ກົມມາດຕະຖານ ແລະ ວັດແທກຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄດ້ລົງກວດທຽບບໍລິມາດຫົວຈ່າຍສາງນໍ້າມັນເຊື້ອໄຟຂອງບໍລິສັດ ພີທີທີລາວ ຈຳກັດ ຢູ່ແຂວງບໍລິຄຳໄຊ, ແຂວງສະຫັວນນະເຂດ ແລະ ແຂວງຈຳປາສັກ ການລົງກວດທຽບຄັ້ງນີ້ແມ່ນໂດຍທ່ານ ກະດິງທອງ ສິງດາລາ ຫົວໜ້າສູນວັດແທກພ້ອມດ້ວຍພະນັກງານວິຊາການລວມທັງໝົດຈຳນວນ 4 ທ່ານ.

ຈຸປະສົງຂອງການລົງໄປຄັ້ງນີ້ແມ່ນການກວດສອບ, ກວດທຽບບໍລິມາດຫົວຈ່າຍສາງນໍ້າມັນເຊື້ອໄຟປະຈຳທຸກ 6 ເດືອນໃຫ້ແກ່ ບໍລິສັດ ພີທີທີລາວ ຈຳກັດ ຢູ່ 3 ແຂວງຄື ແຂວງ ບໍລິຄຳໄຊ, ແຂວງ ສະຫັວນະເຂດ ແລະ ແຂວງ ຈຳປາສັກ ໂດຍການກວດທຽບຜ່ານຖັງຜອງແມ່ແບບຂັ້ນ II , ບໍລິມາດບັນຈຸ: 3000 ລິດ ຂອງກົມມາດຕະຖານ ແລະ ວັດແທກ ເປັນຈຳນວນ 3 ຄັ້ງ ຜົນການກວດທຽບເຫັນໄດ້ວ່າແຕ່ລະຫົວຈ່າຍມີຄວາມຖືກຕ້ອງ ແລະ ຊັດເຈນ ຕາມຄ່າອະນຸຍາດ ± 0,2% ໃນລະບຽບການທີ່ໄດ້ກຳນົດໄວ້, ໜ່ວຍງານລົງກວດທຽບຈະໄດ້ມີການນິບກົ່ວລ໋ອກ, ຕິດສະຕິກເກີວັນເດືອນປີກວດທຽບ ແລະ ວັນໝົດອາຍຸ ແລະ ອອກໃບຢັ້ງຢືນການກວດຄືນໃຫ້ສາມາດນຳໃຊ້ໄດ້ 6 ເດືອນແລ້ວມີການກວດຄືນໃໝ່ຕາມລະບຽບການທີ່ໄດ້ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here