ສູນວັດແທກ ສຳເລັດການລົງກວດປະລິມານບັນຈຸ ຊີມັງຂອງ ບໍລິສັດ ອຸດສາຫະກຳຊີມັງລາວ ຈຳກັດ

0
77

ເພື່ອປະຕິບັດຕາມ ລະບຽບການ, ຫຼັກການກວດສອບສິນຄ້າຫູ້ມຫໍ່,  ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ກວດສອບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບການທີ່ກຳນົດໃວ້ ຢູ່ ສປປ ລາວ ແລະ ສາກົນທັງເປັນການສ້າງເງື່ອນໄຂອັນສະດວກໃນການຊື້-ຂາຍ, ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸດຕິທໍາ, ປອດໄພ ແລະ  ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວ

ປະເທດ ແລະ ເຊື່ອມໂຍງກັບຫຼັກການກວດສອບຂອງພາກພື້ນ ແລະ ສາກົນ, ເພື່ອບໍ່ໃຫ້ເອົາປຽບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ແລະ ລະຫວ່າງໂຮງງານກັບໂຮງງານ

ທາງສູນວັດແທກ ທີ່ຂື້ນກັບ ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈື່ງໄດ້ລົງກວດສອບບໍລິມາດບັນຈຸໃນສິນຄ້າຫຸ້ມຫໍ່ (ປະເພດເກືອ, ຊີມັງ, ແກ໊ສຫູງຕົ້ມ ແລະ ວາຍໝາກຂາມປ້ອມ) ຂອງ ໂຮງງານຜະລິດເກືອໄອໂອດິນ ຕັ້ງຢູ່ ບໍ່ສ້ານ ແລະ ບ້ານນາສ້ານ , ເມືອງບໍ່ແຕນ, ແຂວງໄຊຍະບູລີ, ບໍລິສັດ ຊີມັງກາຊ້າງ3ໂຕຫຼວງພະບາງ ຕັ້ງຢູ່ ບ້ານ ໂພນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ, ໂຮງງານຈະເລີນສີແກ໊ສ ຕັ້ງຢູ່ບ້ານ ນ້ຳຕອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໂຮງງານແກ໊ສສອງເອື້ອຍນ້ອງ ຕັ້ງຢູ່ບ້ານປຸງ   ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ໂຮງງານບັນຈຸວາຍ ຕັ້ງຢູ່ບ້ານ ຕົນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 20 – 25 ມີນາ 2019 ທີ່ຜ່ານມາ

ເຊີ່ງໄດ້ທຳການກວດສອບສິນຄ້າຫຸ້ມຫໍ່ດ້ວຍການຊັ່ງປະລິມານເກືອ 01 ຂະໜາດຄື: ເກືອຂະໜາດ 1 ກິໂລ, ແກ໊ສຂະໜາດ 45ກິໂລ ແລະ 48ກິໂລ, ຊີມັງຂະໜາດ 50 ກິໂລ ແລະ ວາຍໝາກຂາມປ້ອມ ຂະໜາດ 700ml, 750ml ແລະ 350 ml ເຫັນວ່າບໍລິມາດທີ່ບັນຈຸແມ່ນໄດ້ຕາມມາດຕະຖານທີ່ກຳນົດໄວ້ ເຊີ່ງທາງຄະນະກຳມະການກວດກາກໍ່ໄດ້ມີຄໍາແນະນໍາໃຫ້ທາງໂຮງງານ ແລະ ບໍລິສັດ ໃຫ້ຮັກສາມາດຕະຖານ ແລະ ເອົາໃຈໃສ່ໃນເລື່ອງຂອງການປັບປຸງບໍລິມາດທີ່ບັນຈຸ ແລະ ສະຫຼາກ ໃຫ້ສອດຄ່ອງກັບລະບຽບການຂື້ນຕື່ມ.

ນໍາພາໃນການລົງກວດໃນຄັ້ງນີ້ໂດຍ ທ່ານ ກະດີງທອງ ສິງດາລາ ຫົວໜ້າສູນວັດແທກ ພ້ອມດ້ວຍພະນັກງານວິຊາການພາຍໃນສູນ 03 ທ່ານ, ຕາງໜ້າພະແນກວິທະຍາສາດເຕັກໂນໂລຊີແຂວງໄຊຍະບູລີ, ຕາງໜ້າພະແນກວິທະຍາສາດເຕັກໂນໂລຊີ ແຂວງຫຼວງພະບາງ ແລະ ຕາງໜ້າພະແນກວິທະຍາສາດເຕັກໂນໂລຊີ ແຂວງບໍ່ແກ້ວ.

LEAVE A REPLY

Please enter your comment!
Please enter your name here