ກອງປະຊຸມສຳມະນາ ແລະ ຝຶກອົບຮົມກ່ຽວກັບ ຂັ້ນຕອນການພັດທະນາມາດຕະຖານ

0
158

ສະພາມາດຕະຖານແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນໃນປີ 2010 ແລະ ເປັນອົງການຈັດຕັ້ງໜຶ່ງມີໜ້າທີ່ຈັດຕັ້ງ ປະຕິບັດຕາມລະບຽບການກ່ຽວກັບການພັດ ທະນາວຽກງານມາດຕະຖານແຫ່ງຊາດ ຂອງ ສປປ ລາວ. ສຳລັບ ສປປ ລາວ, ການຈັດຕັ້ງປະຕິບັດວຽນງານມາດຕະຖານ ຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນຖ້າທຽບໃສ່ບັນດາປະເທດສະ ມາຊິກອາຊຽນ ແລະ ສາກົນ. ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບໂຄງການສ້າງ ຄວາມເຂັ້ມແຂງທາງດ້ານວິຊາການ (EIF TIER II) ໄດ້ຈັດການສຳມະນາ ແລະ ຝຶກອົບຮົມກ່ຽວກັບຂັ້ນ ຕອນການພັດທະນາວຽກງານມາດຕະຖານຂຶ້ນໃນລະຫວ່າງວັນທີ 26-27 ພຶດສະພາ 2015 ທີ່ໂຮງແຮມລາວ ປລາຊາ ພາຍໃຕ້ການເປັນປະທານຂອງທ່ານ ບຸນປອນ ບົວແພງ, ຮັກສາການກົມມາດຕະຖານ ແລະ ວັດແທກ.

ຈຸດປະສົງຂອງກອງປະຊຸມສຳມະນາ ແລະ ຝຶກອົບຮົມຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້ ແລະ ຄວາມ ເຂົ້າໃຈກ່ຽວກັບວຽກງານຂັ້ນຕອນການພັດທະນາມາດຕະຖານ ຂອງ ລາວ ໃຫ້ແກ່ພະນັກງານໃນຂະແໜງການ ຕ່າງໆທີ່ມາຈາກຄະນະກໍາມະການເຕັກນິກແຫ່ງຊາດ, ພະນັກງານວິຊາການຈາກກົມມາດຕະຖານ ແລະ ວັດແທກ ແລະ ຈາກພາກສ່ວນຕ່າງໆທີ່ເຮັດວຽກກ່ຽວກັບວຽກ ງານມາດຕະຖານໃຫ້ມີສ່ວນຮ່ວມກັບວຽກງານການສ້າງມາດຕະຖານແຫ່ງຊາດ ໂດຍສະເພາະ ມາດຕະຖານຜະລິດຕະພັນ ແລະ ສິນຄ້າຂອງລາວ.

ໂອກາດນີ້, ທ່ານຮັກສາການກົມມາດຕະຖານ ແລະ ວັດແທກ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມສຳມະນາ ແລະ ຝຶກອົບຮົມຄັ້ງນີ້ ເປັນໂອກາດດີ ເພາະມີຊ່ຽວຊານຈາກໂຄງການ ມາໃຫ້ການຊ່ວຍເຫຼືອດ້ານວິຊາການກ່ຽວກັບຂັ້ນຕອນການພັດທະນາມາດຕະຖານ. ຄະນະກໍາມະການເຕັກນິກແຫ່ງຊາດ ປະກອບມີ 5 ຄະນະກຳມະການໃນຂົງເຂດຜະລິດຕະພັນເຊັ່ນ: 1. ວັດສະດຸການກໍ່ສ້າງ, 2. ອາຫານ ແລະ ກະສິກຳ, 3. ເຄມີ ແລະ ເຄື່ອງສຳອາງ, 4. ເຄື່ອງໄຟຟ້າ-ເອເລັກໂຕຼນິກ ແລະ 5. ຂົງເຂດຜະລິດຕະພັນຍານພະຫານະ. ຄະນະກຳມະການດັ່ງກ່າວໄດ້ຊ່ວຍຄົ້ນຄວ້າ, ໃຫ້ຄຳປຶກສາວຽກງານການພັດທະນາມາດຕະຖານຂອງລາວ ແລະ ກໍຍັງ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມາທິການທີ່ປຶກສາດ້ານ ມາດຕະຖານ ແລະ ຄຸນນະພາບອາຊຽງ ຫຼື ACCSQ ເປັນຕົ້ນ.

ທ່ານ ກ່າວວ່າ: ທີ່ຜ່ານມາ ແລະ ປັດຈຸບັນ, ກົມມາດຕະຖານ ແລະ ວັດແທກ ໄດ້ສົມທົບກັບຄະນະກຳມະການເຕັກນິກແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວ ຂ້ອງຮ່ວມກັນສ້າງບັນດາມາດຕະຖານແຫ່ງຊາດ ໃນຂົງເຂດຜະລິດຕະພັນຕ່າງໆໄດ້ຈຳນນວນ 25 ມາດຕະຖານ. ນອກຈາກນີ້ ກໍຍັງໄດ້ຮັບຮອງເອົາມາດຕະຖານໄຟຟ້າ- ເອເລັກໂຕຼນິກສາກົນ ມາເປັນມາດຕະຖານແຫ່ງຊາດ ໄດ້ຈຳນວນ 119 ມາດຖານ ແລະ ໄດ້ປະກາດໃຊ້ຢ່າງເປັນທາງການແລ້ວ.

ກອງປະຊຸມສຳມະນາຄັ້ງນີ້, ຊ່ຽວຊານໂຄງການ EIF TIER II ເປັນຜູ້ຝຶກອົບຮົມດ້ານວິຊາການກ່ຽວກັບວຽກງານການພັດທະນາມາດຕະຖານ, ການສ້າງລະ ບົບ ແລະ ຂັ້ນຕອນຕ່າງໆກ່ຽວກັບການພັດທະນາມາດຕະຖານຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງ ແລະ ສາມາດເຊື່ອມໂຍງກັບວຽກງານມາດຕະຖານຂອງບັນ ດາປະເທດສະມາຊິກອາຊຽນ ກໍຄືພາກພື້ນ ແລະ ສາກົນ.ກອງປະຊຸມຄັ້ງນີ້ ຍັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ, ປະສົບການກັບຊ່ຽວຊານໂຄງ ການດັ່ງກ່າວ ເພື່ອຈະເຮັດຜູ້ເຂົ້າຮ່ວມມີສ່ວນຮ່ວມ ແລະ ຮ່ວມມືກັນສ້າງບັນດານິຕິກໍາ ກໍຄືບັນດາມາດຕະຖານຕ່າງໆຊຶ່ງຈະສ້າງເປັນເງື່ອນໄຂ ແລະ ສິ່ງອໍານວຍຄວາມ ສະດວກໃຫ້ແກ່ຜະລິດຕະພັນສິນຄ້າລາວ ມີການຂະຫຍາຍຕົວ ແລະ ສາມາດແຂ່ງຂັນກັບສາກົນໄດ້. ອີກຢ່າງໜຶ່ງ ເປັນການກະກຽມຄວາມພ້ອມຂອງ ສປປ ລາວ ທີ່ຈະເຂົ້າເປັນປະຊາຄົມເສດຖະກິດ ອາຊຽນ ຫຼື AEC ໃນທ້າບປີ 2015 ນີ້.

ນັກສໍາມະນາກອນຈາກພາກລັດ, ເອກະຊົນ ແລະ ພະນັກງານພາຍໃນກົມມາດຕະຖານ ຈຳນວນ 30ກວ່າທ່ານ ເຂົ້າຮ່ວມກອງປະຊຸມຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here