ກອງປະຊຸມສຳມະນາ ກ່ຽວກັບການນຳໃຊ້ບາໂຄດ

0
159

ສູນຄຸນນະພາບ ແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມສຳມະນ າກ່ຽວກັບການເຜີຍແຜ່ຄວາມຮູ້ການນຳໃຊ້ ບາໂຄດ ຂຶ້ນໃນວັນທີ 27 ມັງກອນ 2015 ຢູ່ທີ່ ຫ້ອງປະຊຸມຊັ້ັນ 2 ຂອງ ກວຕ ເປັນກຽດໃນການກ່າວເປີດກອງປະຊຸມສຳມະນາຄັ້ງນີ້ແມ່ນ ທ່ານ ບຸນປອນ ບົວແພງ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ – ກວຕ, ໂດຍມີນັກວິທະຍາກອນ ຈາກ ສະຖາບັນລະ ຫັດສາກົນ GS1 ຕົວແທນຈາກປະເທດໄທ ແລະ ມີຜູ້ເຂົ້າຮ່ວມຈາກ ກົມເຕັກໂນໂລຊີ ຂໍ້ມູນຂ່າວສານ, ພະແນກ ວິທະຍາສາດນະຄອນ ຫຼວງວຽງຈັນ, ບໍລິສັດມິດຊຸບິສິ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການສຳມະນາຄັ້ັງນີ້ ແມ່ນເພື່ອເຜີຍແຜ່ຄວາມຮູ້ ຄວາມເຂົ້າໃຈໃຫ້ແກ່ພະນັກງານ ກ່ຽວກັບ ການນຳໃຊ້ບາໂຄດ ແລະ ຄວາມສຳຄັນ, ຜົນປະໂຫຍດຂອງການນຳໃຊ້ ບາໂຄດ ໃນຂະບວນການຫຸ້ມຫໍ່ຜະລິດ ຕະພັນສິນຄ້າ ດ້ວຍລະບົບລະຫັດສາກົນ GS1 ເພື່ອເຊື່ອມ ໂຍງຂໍ້ມູນສິນຄ້າໃຫ້ມີປະສິດທິພາບ ແລະ ມີຄວາມ ປອດໄພ ທັງເປັນການສົ່ງເສີມການນຳໃຊ້ ບາໂຄດ ໃຫ້ຖືກຕ້ອງຕາມມາດຕະຖານສາກົນລະບົບ GS1, ຊຶ່ງປັດຈຸບັນ ສັງຄົມ ແມ່ນມີຄວາມຮຽກຮ້ອງຕ້ອງການຄວາມ ທັນສະໄໝ ໂດຍສະເພາະການນຳໃຊ້ສະຫຼາກ ແລະ ສະຕິກເກີໃສ່ຜະລິດຕະພັນສິນຄ້າ ດັ່ງນັ້ນ, ການສ້າງບາໂຄດຂຶ້ນມາ ໃນການຄວບຄຸມຜະລິດຕະພັນສິນຄ້າ ໂດຍສະເພາະວິທີ ການສ້າງ, ການຕິດບາໂຄດ ແລະ ການອອກຕົວເລກ ບາໂຄດ ລະບຸລະຫັດຂອງສິນຄ້າ ຈະປ້ອງກັນການປອມແປງ, ຮັບປະກັນຄວາມປອດໄພ ຕໍ່ຜູ້ປະກອບການ ແລະ ຜູ້ຊົມໃຊ້ ພ້ອມທັງເປັນການກະກຽມຄວາມພ້ອມເຂົ້າສູ່ ປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ ໃນປີ 2015 ນີ້.

LEAVE A REPLY

Please enter your comment!
Please enter your name here