ກົມມາດຕະຖານ ແລະ ວັດແທກ ໄດ້ລຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມຮາກຖານ ຂອງຕົນ

0
464

ໃນຕອນບ່າຍຂອງວັນທີ 4 ເມສາ 2019 ທີ່ຜ່ານມາ ກົມມາດຕະຖານ ແລະ ວັດແທກ (ກມວ), ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ມີການຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມຮາກຖານຂອງຕົນຂື້້ນ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ພຸດທະສັກ ວິຈິດຕຣາ ຮັກສາການເລຂາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກວຕ, ສະຫາຍ ວຽງທອງ ວົງທະວິໄລ ເລຂາໜ່ວຍພັກ ກມວ, ສະຫາຍ ເລຂາໜ່ວຍຊາວໜຸ່ມ

ກມວ, ສະຫາຍ ຫົວໜ້າໜ່ວຍ ກຳມະບານ ກມວ, ສະຫາຍ ຫົວໜ້າໜ່ວຍສະຫະພັນແມ່ຍິງ ກມວ ແລະ ມີແຂກເຂົ້າຮ່ວມຕາງໜ້າຈາກບັນດາ ກົມ, ຫ້ອງການ ແລະ ສະຖາບັນ ພາຍໃນ ກວຕ ແລະ ມີບັນດາສະມາຊິກຊາວໜຸ່ມຈາກ ກມວ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ບຸດສະກອນ ຫຼວງລາດ ເລຂາໜ່ວຍຊາວໜຸ່ມ ກມວ ໄດ້ຂື້ນຜ່ານຮ່າງບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມຮາກຖານ ກມວ ຕໍ່ກອງປະຊຸມ ແລະ ເປີດໃຫ້ປະກອບຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອໃຫ້ຄົບຖ້ວນສົມບູນ ຫຼັງຈາກນັ້ນ ສະຫາຍ ຮອງເລຂາໜ່ວຍຊາວໜຸ່ມ ກມວ ກໍ່ໄດ້ຂື້ນກ່າວຜ່ານຮ່າງບົດສຳຫຼວດການຊີ້ນຳ-ນຳພາຂອງ ຄະນະໜ່ວຍຊາວໜຸ່ມ ກມວ ຊຸດທີ I ຊຶ່ງໄດ້ຍົກໃຫ້ເຫັນເຖີງຜົນງານທີ່ສໍາເລັດເຊີ່ງສະແດງອອກຢ່າງພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ ສະມາຊິກຊາວໜຸ່ມພາຍໃນກົມມາດຕະຖານ ແລະ ວັດແທກ ມີແນວຄິດທັດສະນະຫຼັກໝັ້ນ ທາງດ້ານການ ເມືອງ-ແນວຄິດ ອຸ່ນອ່ຽນ ທຸ່ນທ່ຽງດີ ສາມາດກຳໄດ້ແນວຄິດການເມືອງຂອງບັນດາສະມາຊິກຊາວໜຸ່ມມີການລາຍງານສ່ອງແສງປະຈຳເດືອນ ເປັນເວທີປຶກສາຫາລື, ກຳສະພາບ, ​ຕຳນິສົ່ງຂ່າວ ແລະ ກໍ່ສ້າງຊຶ່ງກັນ ແລະ ກັນ, ມີຄວາມຫ້າວຫັນ ກະຕືລືລົ້ນ ໃນການປະຕິບັດວຽກງານ ແລະ ໜ້າທີ່ຂອງຕົນ ສາມາດປະກອບສ່ວນເຂົ້າໃນຫຼາຍຂົງເຂດວຽກງານທີ່ພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດຕາມຈຸດປະສົງເປົ້າໝາຍຂອງແຜນໃນແຕ່ລະປີ, ມີການເຂົ້າຮ່ວມຮັບຟັງການເຜີຍແຜ່ ແລະ ເຊື່ອມຊືມບັນດາເອກະສານ ໃນວັນສຳຄັນຕ່າງໆຂອງຊາດ, ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກຄະນະພັກ ຄະນະນຳກະຊວງ ໃນການພົບປະຕ່າງໆ ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ແລະ ທິດຊີ້ນຳ ເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງກົມ, ແນ່ໃສ່ການໂອ້ລົມ, ປຶກສາຫາລື ແລະ ປະກອບຄຳຄິດເຫັນ ເພື່ອກໍ່ສ້າງພະນັກງານໂດຍຜ່ານການຕຳນິສົ່ງຂ່າວ, ກຳໄດ້ສະພາບຄວາມເປັນຈິງ ພ້ອມກັນຫາວິທີການປັບປຸງ ແລະ ແກ້ໄຂຮ່ວມກັນ, ມີການໃຫ້ນະໂຍບາຍແກ່ສະມາຊິກຊາວໜຸ່ມທີ່ເຈັບປ່ວຍ ຫຼື ເກີດລູກ ແລະ ພ້ອມທັງຖືເອົາການສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກເປັນສຳຄັນ…

ໃນກອງປະຊຸມດັ່ງກ່າວຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຮາກຖານ ກມວ ຊຸດໃໝ່ ມີຜູ້ສະໝັກ 05 ສະຫາຍ ໄດ້ຄັດເລືອກເອົາ 03 ສະຫາຍ ຊື່ງດຳເນີນໄປດ້ວຍຄວາມໂປ່ງໃສ ມີການນຳໃຊ້ໂປຣແກຣມຄຳນວນຜົນການເລືອກຕັ້ງ ຈາກການເລືອກຂອງສະມາຊິກຊາວໝຸ່ມພາຍໃນ ກມວ ຊື່ງຜູ້ທີ່ໄດ້ຮັບການເລືອກເປັນຄະແນນອັນດັບໜື່ງແມ່ນ ສະຫາຍ ບຸດສະກອນ ຫຼວງລາດ ໄດ້ຮັບແຕ່ງຕັ້ງເປັນຫົວໜ້າໜ່ວຍຊາວໜຸ່ມຮາກຖານ ກມວ ເປັນສະໄໝທີ 02, ຜູ້ທີ່ໄດ້ຄະແນນເປັນອັນດັບສອງ ແມ່ນ ສະຫາຍ ນາງ ແສງທິບ ພີມພາວົງ ເປັນຮອງ ແລະ ຜູ້ທີ່ໄດ້ຄະແນນເປັນອັນດັບສາມ ແມ່ນ ສະຫາຍ ນາງ ໄຫວ ໄຊຍະວົງ ເປັນຄະນະ.

ຫຼັງຈາກນັ້ນ ໄດ້ມີການໂອ້ລົມຈາກ ສະຫາຍ ຮັກສາການ ເລຂາຄະນະຊາວໜຸ່ມ ກວຕ ແກ່ຄະນະ ຊາວໜຸ່ມຮາກຖານ ກມວ ທັງ ຊຸດເກົ່າ ແລະ ຊຸດໃໝ່ ໂດຍສະຫາຍໄດ້ກ່າວຍ້ອງຍໍຕໍ່ຜົນສຳເລັດທີ່ຜ່ານມາ ໃນການນຳພາ ແລະ ປະຕິບັດໜ້າທີ່ຢ່າງຫ້າວຫັນ ຂອງຄະນະຊາວໜຸ່ມຊຸດເກົ່າ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍແກ່ຄະນະຊາວໜຸ່ມຊຸດໃໝ່ທັງໃຫ້ຂໍ້ຄິດ ແລະ ທິດຊີ້ນຳຕໍ່ໃນການປະຕິບັດໜ້າທີ່ໃນຕໍ່ໜ້າ ໃຫ້ບັນດາສະຫາຍທີ່ໄດ້ຮັບແຕ່ງຕັ້ງມີຄວາມຫ້າວຫັນ ກ້າຄິດ, ກ້າຕັດສິນໃຈ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ.

ສະຖານທີ່:  ຫ້ອງປະຊຸມໃຫຍ່ ສະຖາບັນຄຸ້ມຄອງ ວິທະຍາສາດ ແລະ ເຕັກໂນໂລຊີ ກວຕ

LEAVE A REPLY

Please enter your comment!
Please enter your name here